ວັນທີ 2 ກັນຍາ 2025 ສສ ຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ ຄົບຮອບ 80 ປີ ( ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2025 ຢ່າງຍິ່ງໃຫຍ່ ຢຸ່ນະຄອນຫລວງຮ່າໂນ້ຍ

        ຢູ່ສະໜາມຫລວງ ບາດິ່ງ ແຫ່ງປະຫວັດສາດ, ນະຄອນຫລວງ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ; ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະກຳມະການສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ, ຄະນະພັກກອງທັບສູນກາງ ແລະ ຄະນະກຳ ມະການ ປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫລີມ ສະຫລອງ, ເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງ ຢ່າງສົມກຽດ, ເນື່ອງໃນ ໂອກາດ 80 ປີ ແຫ່ງວັນການປະຕິວັດ ເດືອນ ສິງຫາ ບັນລຸ ຜົນສຳເລັດ (19 ສິງຫາ 1945–19 ສິງຫາ 2025) ແລະ ວັນສະຖາປະນາປະເທດ ສສ.ຫວຽດ ນາມ (2 ກັນຍາ 1945 – 2 ກັນຍາ 2025).

      ເຂົ້າຮ່ວມພິທີ ມີບັນດາ ການນຳ ຂັ້ນສູງ ຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ; ບັນດາ ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດ ປະຊາຊົນ, ນັກວິລະຊົນແຮງງານ, ບັນດານາຍທະຫານ ອະດີດນັກຮົບ, ຜູ້ຕາງໜ້າ ບັນດາອົງການການເມືອງ, ອອົງການຈັດຕັງມະຫາຊົນ ແລະ ຊາວຫວຽດ ນາມ ເປັນຈຳນວນຫລວງຫລາຍ. ສ່ວນແຂກຖືກເຊີນ ສາກົນ ລວມມີ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ທ່ານ Miguel Díaz-Canel Bermúdez, ເລຂາທີໜຶ່ງ, ປະທານປະເທດ ກູບາ ແລະ ພັນລະຍາ; ທ່ານ ຈາວເລືອຈີ, ປະທານຄະນະປະຈຳສະພາ ຜູ້ແທນ ປະຊາຊົນ ແຫ່ງຊາດຈີນ; Samdech Techo Hun Sen ປະທານສະພາສູງ ກຳປູເຈຍ, ປະທານ ພັກປະຊາຊົນ ກຳປູເຈຍ (CPP); ທ່ານ Igor Sergeenko ປະທານສະພາຕ່ຳ ເບລາຣຸດ, ພ້ອມກັບ ຜູ້ຕາງໜ້າການນຳ ບາງປະເທດ, ຜູ້ຕາງໜ້າ ບັນດາສະຖານທູດ, ບັນດາອົງການ ຈັດຕັ້ງສາກົນ ປະຈຳ ສສ ຫວຽດນາມ.

       ເປີດສາກລາຍການ ແມ່ນລາຍການ ຕີກອງງານບຸນ ທັງລອງ, ພິທີແຫ່ ທວນໄຟ ເປັນມູນເຊື້ອ ແລະ ພິທີເຄົາລົບທຸງຊາດ ໃນເວລາດຽວ ກັນ, ຢູ່ສະໜາມກິລາ ມິ້ດິ່ງ,  ໄດ້ຍິງປືນໃຫຍ່ 21 ນັດ ໃນທ່າມກາງ ເພງຊາດ ຫວຽດນາມ. ບັນເລັງຂຶ້ນ. ຈາກນັ້ນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ໄດ້ກ່າວ ສູນທອນພົດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນ ການປະຕິວັດ ເດືອນ ສິງຫາ ແລະ ວັນສະຖາປະນາ ປະເທດ ສສ.ຫວຽດນາມ. ເປີດສາກສູນທອນພົດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຫວນຄືນ ຈຸດ ເວລາປະຫວັດສາດ ຂອງຊາດ ໃນໄລຍະ 80 ປີ ກ່ອນຢູ່ສະໜາມຫລວງ ບາດິ່ງ, ເມື່ອປະທານ ໂຮ່ຈີມິນ ກ່າວບົດຖະແຫລງ ປະກາດ ເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດຍຸກສະໄໝ ແຫ່ງຄວາມເອກະລາດ, ເສລີພາບ ຂອງຊາດ ຫວຽດນາມ. ທ່ານ ເລຂາທິ ການໃຫຍ່ ໂຕເລິມ ຢືນຢັນວ່າ: “ປະເທດ ຫວຽດນາມ ແມ່ນການເຕົ້າໂຮມ ຂອງມູນເຊື້ອ ວັດທະນະທຳມະນຸດ ນັບພັນປີ ແຫ່ງການສ້າງສາ ແລະ ປົກ ປັກຮັກສາ ປະເທດ ຊາດ, ຂອງຄຸນນະທາດ ຢຶດໝັ້ນ, ພູມປັນຍາ, ນ້ຳໃຈ ເມດຕາປານີ ແລະ ຄວາມຄາດຫວັງ ບືນຕົວຂຶ້ນ. ຈິດໃຈນັ້ນ ໄດ້ສ້າງ ເປັນກຳລັງແຮງ ຢ່າງໃຫຍ່ຫລວງ ຂອງການປະຕິວັດ ເດືອນ ສິງຫາ, ຂອງ ການຕໍ່ ສູ້ 2 ຄັ້ງ ເຍີດເຍື້ອຍາວນານ ຕ້ານພວກລ່າເມືອງຂຶ້ນ, ຈັກກະ ພັດ, ຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ໃນ ວັນຕິພາບ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ເຂົ້າກັບ ສາກົນ ແລະ ການພັດທະນາຂອງປະເທດຊາດ. ນັ້ນແມ່ນກຳລັງ ແຮງໄດ້ ເລີ່ມມາຈາກປະຊາຊົນ, ຂຶ້ນກັບປະຊາຊົນ, ເພື່ອປະຊາຊົນ, ກຳລັງແຮງ ຂອງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນ ທັງຊາດ”.ໂດຍເນັ້ນໜັກ ພິທີສະ ເຫລີມ ສະຫລອງ ວັນສະຖາປະນາ ປະເທດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ບໍ່ພຽງແຕ່ ແມ່ນໂອກາດ ເພື່ອໃຫ້ທັງຊາດ ສະແດງຄວາມ ຮູ້ບຸນຄຸນ ຕໍ່ຄຸນງາມ ຄວາມດີ, ການປະກອບສ່ວນ ອັນຍິ່ງໃຫຍ່ ຂອງປະທານ ໂຮ່ຈີມິນ, ຂອງບັນພະບຸລຸດ, ຄົນລຸ່ນກ່ອນໆ ໃນຂະບວນການ ປະຕິວັດ ແລະ ຂອງທົ່ວ ປວງຊົນເທົ່ານັ້ນ, ທ່ານ ເລຂາທິການໃຫຍ່ ໂຕເລິມ  ໄລຍະທາງ ທີ່ສະຫງ່າ ລາສີ 80 ປີຜ່ານມາໄດ້ຢັ້ງຢືນ ໃຫ້ເຫັນວ່າ ບໍ່ມີຫຍັງສາມາດ ຂວາງກັ້ນຊາດ ຫວຽດນາມ ກ້າວເຂົ້າສູ່ ຄວາມວັດທະນາຖາວອນ ແລະ ຄວາມຍືນຍົງໄດ້. ຜ່ານໄລຍະທາງ 80 ປີ ທີ່ເຕັມໄປດ້ວຍ ຄວາມລຳບາກ ແຕ່ສະຫງ່າ ອົງອາດ, ພວກເຮົາ ຢັ້ງຢືນສັດຈະທຳ ພາຍໃຕ້ຄັນທຸງ ອັນສະຫງ່າງາມຂອງພັກ, ດ້ວຍແສງສະຫວ່າງ ເຍືອງທາງ ຂອງປະທານ ໂຮ່ຈີມິນ, ອີງໃສ່ກຳລັງແຮງ ຂອງປະຊາຊົນ ແລະ ກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ, ບໍ່ມີ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດ ທີ່ປະຊາຊົນ ຫວຽດນາມ ບໍ່ສາມາດ ຜ່ານມາ, ບໍ່ມີເປົ້າໝາຍ ອັນສູງສົ່ງ ໃດທີ່ຊາດ ຫວຽດນາມ ບໍ່ບັນລຸໄດ້. ບໍ່ມີສິ່ງກີດຂວາງໃດ, ບໍ່ມີເຫດຜົນໃດ ທີ່ສາມາດຂວາງກັ້ນ ພວກເຮົາ ກ້າວໄປເຖິງ ສັນຕິພາບ, ວັດທະນາຖາວອນ, ຊາດ ຫວຽດນາມ ຍືນຍົງ ແລະ ພັດທະນາ.” ພາຍຫລັງ ກ່າວສູນທອນພົດ ຂອງທ່ານ ເລຂາທິການໃຫຍ່ ໂຕເລິມ ແມ່ນລາຍການ ເດີນຂະບວນສວນສະໜາມ ສະແດງກ້ອນກຳລັງ ໂດຍມີ ການເຂົ້າຮ່ວມ ປະມານ 16.000 ຄົນ. ເປີດສາກລາຍການ ແມ່ນການ ສະແດງ ຂອງເຮືອບິນ ກອງທັບປະຊາຊົນ ຫວຽດນາມ. ຕໍ່ຈາກນັ້ນ, ແມ່ນ ການເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງ. ໃນຈຸດເວລາດຽວ ກັນນັ້ນ, ການສວນສະໜາມ ສະແດງ ກ້ອນກຳລັງ ກໍ່ໄດ້ຈັດຂຶ້ນຢູ່ແຂວງ ແຄັງຮ່ວາ. ຕໍ່ຈາກນັ້ນ, ບັນດາກ້ອນກຳລັງ ເດີນຂະບວນ, ສວນສະໜາມ ທາງບົກ ຈະເຄື່ອນໄປຕາມຖະໜົນສາຍຕ່າງໆ ຢູ່ໃຈກາງນະຄອນຫລວງ ຮ່າໂນ້ຍ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ