ແຕ່ງຕັ້ງຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ 3 ທ່ານ ພົຕ ສຸລິນະ ແກ້ວປະເສີດ ພົຈວ ຄອນສະຫວັນ ສົມພາໄຊ ພົຈວ ແອນ ອຸ່ນອານົງນຸດ

ວັນທີ 2 ກັນຍາ 2025 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕຳຫລວດຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ໂດຍການເປັນກຽດເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ.

ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ກະຊວງ ປກສ ພັກການຮັບອຸດໜູນບຳນານ ໃນນີ້ໄດ້ ອະນຸມັດ ໃຫ້ ພົທ ກົງທອງ ພົງວິຈິດ ກຳມະການສູງກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ພັກການຮັບອຸດໜູນບຳນານ.

ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ປກສ 3 ທ່ານຄື:

  1. ແຕ່ງຕັ້ງ ພົຕ ສຸລິນະ ແກ້ວປະເສີດ ເປັນ ຮອງລັດຖະມົນຕີ ກະຊວງ ປກສ
  2. ແຕ່ງຕັ້ງ ພົຈວ ຄອນສະຫວັນ ສົມພາໄຊ ເປັນ ຮອງລັດຖະມົນຕີ ກະຊວງ ປກສ
  3. ແຕ່ງຕັ້ງ ພົຈວ ແອ່ນ ອຸ່ນອານົງນຸດ ເປັນ ຮອງລັດຖະມົນຕີ ກະຊວງ ປກສ.

ພ້ອມດຽວກັນນີ້ ພົຈວ ຊາຍຄອງ ເພັດຊະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຄື:

  1. ຍົກຍ້າຍ ແລະ ແຕ່ງຕັ້ງ ພັອ ວັນໄຊ ຈັນທະສຸກ ຈາກກົມພະນັກງານ ກົມໃຫຍ່ການເມືອງ ປກສ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການເມືອງ ກົມໃຫຍ່ຕຳຫຼວດ.
  2. ແຕ່ງຕັ້ງ ພັອ ນີວອນ ບຸນວັນມາ ເປັນຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ;
  3. ແຕ່ງຕັ້ງ ພັອ ພອນພິລຸນ ປັນຍາສີລິ ເປັນຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງປກສ,
  4. ແຕ່ງຕັ້ງ ພັອ ວົງລິດ ອິນສຸມັງ ເປັນຫົວໜ້າຫ້ອງການກົມໃຫຍ່ສັນຕິບານ;
  5. ແຕ່ຕັ້ງ ພັອ ດວງສີ ດວງດາລາ ເປັນຫົວໜ້າຫ້ອງການເມືອງ;
  6. ແຕ່ງຕັ້ງ ພັອ ທອງສ່ຽນ ສຸນາເຄນ ເປັນຫົວໜ້າຫ້ອງພະລາທິການ;
  7. ແຕ່ງຕັ້ງ ພັທ ຈັນສະໝອນ ຄຸນປະເສີດ ເປັນຫົວໜ້າກົມຕ້ານປະຕິການ;
  8. ແຕ່ງຕັ້ງ ພັອ ແສງຈັນ ສິນບູເພັດ ເປັນຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ;
  9. ແຕ່ງຕັ້ງພັອ ກັນຍາ ມິດາຄົມ ເປັນຫົວໜ້າຫ້ອງພະລາທິການ ກົມໃຫຍ່ຕຳຫຼວດ;
  10. ແຕ່ງຕັ້ງ ພັອ ລັດສະໝີ ພີມມະສອນ ເປັນຫົວໜ້າກົມເສນາທິການ ຫ້ອງວ່າການ ກະຊວງ ປກສ.

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຄະນະພັກກຕ້ອງເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ, ເຮັດໃຫ້ກໍາລັງຢຶດໝັ້ນໃນອຸດົມການ, ມີນໍ້າໃຈຮັກຊາດ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບຕໍ່ລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ທັງສຸມໃສ່ນໍາພາ-ຊີ້ນໍາກໍາລັງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບຢ່າງຕັ້ງໜ້າ: ໂດຍສະເພາະ ການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນແນວຄິດ, ທິດສະດີ ແລະ ພຶດຕິກຳການນໍາພາຂອງພັກໃນແຕ່ລະໄລຍະ ຂອງການປະຕິວັດ ໄປພ້ອມກັບການຜັນຂະຫຍາຍບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເອົາໃຈໃສ່ກໍ່ສ້າງກົມກອງ; ການສ້າງກົມກອງ ຕ້ອງດໍາເນີນໄປຄຽງຄູ່ກັບການກໍ່ສ້າງກໍາລັງ ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນ; ຕ້ອງຫັນພະນັກງານໄປສູ່ຄຸນນະພາບ, ຫັນເປັນຄວາມຊື່ສັດບໍລິສຸດ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ ແລະ ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ; ແບບແຜນວິທີເຮັດວຽກທີ່ດີຈະເປັນເງື່ອນໄຂພື້ນຖານ ເຮັດໃຫ້ການຈັດຕັ້ງປະຕິບັດບັນດາມະຕິຂອງສູນກາງ, ຂອງຂັ້ນເທິງ ແລະ ຂອງຄະນະພັກຂັ້ນຂອງຕົນ ດໍາເນີນໄປດ້ວຍຄວາມໂລງລ່ຽນແທດເຖິງ, ມີປະສິດທິຜົນ ແລະ ບັນລຸຄາດໝາຍ.