ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ແລະ ອົງການປົກຄອງແຂວງໄຊສົມບູນ ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຄຸ້ມຄອງທຶນພັດທະນາຊຸມຊົນ 5 ປີ ມູນຄ່າ 4.8 ລ້ານໂດລາສະຫະລັດ

ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ, ເປັນບໍລິສັດໃນເຄື່ອ ຂອງບໍລິສັດ ແພນອອສ໌ ຈໍາກັດຊື່ງຖືຮຸ້ນໃນບໍລິສັດ 90% (ບໍລິສັດ ແພນອອສ໌ ເປັນບໍລິສັດໃນເຄື່ອ ຂອງກຸ່ມບໍລິສັດ ກວ່າງດົງ ຣາຍຊິງ ໂຮລດິງ ກຼຸບ – ລັດວິສາຫະກິດຂອງຈີນ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MoU) ສະບັບໃໝ່ກັບອົງການປົກຄອງແຂວງໄຊສົມບູນເພື່ອຂະຫຍາຍທຶນພັດທະນາຊຸມຊົນ (CDF) ຕໍ່ໄປອີກຫ້າປີ (2025–2029). ດ້ວຍມູນຄ່າ 4.8 ລ້ານໂດລາສະຫະລັດ, ຄວາມມຸ້ງໝັ້ນໃນການຕໍ່ສັນຍາສະບັບໃໝ່ນີ້ ແມ່ນແນ່ໃສ່ເພື່ອເສີມຂະຫຍາຍ ແລະ ສືບຕໍ່ແຜນລິເລີ້ມດ້ານການພັດທະນາຊຸມຊົນໃຫ້ຍືນຍົງໃນແຂວງດັ່ງກ່າວ ແລະ ນຳເອົາການປັບປຸງທີ່ສຳຄັນມາສູ່ຊຸມຊົນທີ່ຢູ່ອ້ອມຂ້າງໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ.

ນັບຕັ້ງແຕ່ການເຊັນສັນຍາວ່າດ້ວຍການສຳຫຼວດ ແລະ ຜະລິດແຮ່ທາດ (MEPA) ຄັ້ງທຳອິດກັບລັດຖະບານລາວໃນປີ 1994, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ເສດຖະກິດແຫ່ງຊາດ ແລະ ຊຸມຊົນທ້ອງຖິ່ນ. ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ສ້າງມາດຕະຖານການຂຸດຄົ້ນບໍ່ແຮ່ລະດັບສາກົນ, ສ້າງລາຍຮັບໃຫ້ລັດຖະບານລາວຫຼາຍກວ່າ 1 ຕື້ໂດລາສະຫະລັດຜ່ານພັນທະອາກອນຕ່າງໆ, ຄ່າຊັບພະຍາກອນແຮ່ທາດ, ແລະ ພັນທະອື່ນໆ. ທຶນ CDF ສະບັບເດີມຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ຖືກຈັດຕັ້ງປະຕິບັດໃນປີ 2005 ແລະ ດໍາເນີນຕໍ່ມາຈົນເຖິງປີ 2023, ເຮັດໃຫ້ສຳເລັດ 460 ໂຄງການໃນ 26 ບ້ານ ໃນເຈັດເມືອງພາຍໃນແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແລະ ແຂວງວຽງຈັນ ດ້ວຍການລົງທຶນ 5.8 ລ້ານໂດລາສະຫະລັດ.

ສັນຍາ MoU ສະບັບໃໝ່ນີ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນອັນຕໍ່ເນື່ອງຂອງພວກເຮົາພາຍໃຕ້ສັນຍາ MEPA4 ທີ່ເປັນສະບັບປັບປຸງລ່າສຸດ ແລະ ເພີ່ມການປະກອບສ່ວນເຂົ້າໃນທຶນ CDF ຂອງບໍລິສັດ ພູເບ້ຍ ມາຍນິງ ຈາກ 380,000 ໂດລາສະຫະລັດຕໍ່ປີ ມາເປັນ 750,000 ໂດລາສະຫະລັດຕໍ່ປີ. ທຶນສະສົມຈາກປີຜ່ານມາ ແລະ ປີ 2025 ລວມທັງໝົດ 1,858,725 ໂດລາສະຫະລັດ, ເຊິ່ງເຮັດໃຫ້ທຶນ CDF ຂອງບໍລິສັດ ພູເບ້ຍ ມາຍນິງ ສາມາດດຳເນີນໂຄງການຂະໜາດໃຫຍ່ທີ່ຕອບສະໜອງຄວາມຕ້ອງການຂອງຊຸມຊົນ ແລະ ການພັດທະນາທ້ອງຖິ່ນຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ.

ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ກ່າວວ່າ: “ສະຫວັດດີພາບ ຂອງສະມາຊິກຊຸມຊົນທ້ອງຖິ່ນ ແລະ ພະນັກງານຂອງພວກເຮົາ ແມ່ນໝາກຫົວໃຈຂອງວຽກງານທີ່ພວກເຮົາໃຫ້ຄວາມສຳຄັນ. ວິທີປະຕິບັດ ແລະ ລະບຽບຂັ້ນຕອນດ້ານຄວາມປອດໄພທີ່ເຂັ້ມງວດ ແມ່ນຄຸ້ມຄອງບໍ່ຂຸດຄົ້ນ ຂອງພວກເຮົາ, ຄຽງຄູ່ກັນນັ້ນ ພວກເຮົາກໍ່ໄດ້ຕິດຕາມຄຸນນະພາບນໍ້າ, ຄວບຄຸມຂີ້ຝຸ່ນ, ແລະ ເພີ້ມຄວາມປອດໄພທາງຖະໜົນອ້ອມຂ້າງເຂດດຳເນີນງານຂອງພວກເຮົາ. ພວກເຮົາຍັງຮັບຮູ້ຄວາມຮັບຜິດຊອບໃນການປົກປັກຮັກສາສິ່ງແວດລ້ອມ, ແລະ ພະຍາຍາມຮັບປະກັນມໍລະດົກທາງສິ່ງແວດລ້ອມທີ່ດີໃຫ້ແກ່ຄົນລຸ້ນຕໍ່ໄປ.”

ທ່ານ ຈັນເພັງ ບຸນະຜົນ, ທີ່ປຶກສາລັດຖະບານຂັ້ນສູງ, ໃຫ້ຮູ້ຕື່ມອີກວ່າ: “ການສະໜັບສະໜູນສະຫວັດດີພາບ ແລະ ການພັດທະນາຊຸມຊົນເຈົ້າພາບ ທີ່ຢູ່ໃກ້ກັບການດຳເນີນງານຂອງພວກເຮົາແມ່ນສູນກາງຂອງທຸລະກິດ ແລະ ຄວາມສຳເລັດຢູ່ລາວ.”

ທ່ານ ດາລິງ ເຊັງ (Daling Zheng), ຜູ້ອຳນວຍການ ແລະ ປະທານບໍລິຫານ ຂອງບໍລິສັດ ແພນອອສ໌, ໄດ້ເນັ້ນໜັກວ່າ: “ການລົງທຶນຂະຫຍາຍທຶນ CDF ຂອງບໍລິສັດ ພູເບ້ຍ ມາຍນິງ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງພວກເຮົາຕໍ່ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງໄຊສົມບູນ ແລະ ທົ່ວປະເທດລາວ. ແຜນລິເລີ່ມເຫຼົ່ານີ້ແມ່ນສຳຄັນຕໍ່ການສົ່ງເສີມຊີວິດການເປັນຢູ່ແບບຍືນຍົງ ແລະ ການຮ່ວມມືໄລຍະຍາວກັບບັນດາຊຸມຊົນທ້ອງຖິ່ນ.”