ກິລາແຫ່ງຊາດ ຄັ້ງທີ Xll ກຳນົດບໍ່ໃຫ້ນັກກິລາທີມຊາດເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ

    ງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະວຽກງານກອງເລຂາສະຖານທີ່ພັກຄະນະນຳ ຄູເຝິກ ແລະ ທັບນັກກິລາ ພ້ອມທັງມີການກຳນົດສະເພາະນັກກິລາທີມຊາດ ຫ້າມບໍ່ໃຫ້ຮ່ວມແຂ່ງຂັນ ຈຳນວນ 17 ປະເພດ ເປັນຕົ້ນແມ່ນກິລາບານເຕະແມ່ນບໍ່ໃຫ້ມີສ່ວນຮ່ວມ.

    ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຮ່ວມກັບຄະນະນຳກິລາແຂວງ ແລະ ກະຊວງ ເພື່ອກຽມຄວາມພ້ອມສູ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ ນວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 3 ກັນຍາ 2025 ທີ່ໂຮງແຮມ ແລນມາກ ຣີເວີໄຊ ນວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XlI ມີບັນດາເຈົ້າແຂວງ ຮອງເຈົ້າຄອງ ຫົວໜ້າ ຮອງຫົວໜ້າກົມ ພະແນກ ແລະ ບັນດາພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມໄດ້ມີການຜ່ານບັນດາໜ້າວຽກຂອງຄະນະຮັບຜິດຊອບກຳມະການຕ່າງໆ ຂອງງານກິລາແຫ່ງຊາດ ຄັ້ງທີ XII ແລະ ບາງໜ້າວຽກກໍໄດ້ມີມະຕິຕົກລົງເຫັນດີເປັນເອກະພາບກັນ ໂດຍສະເພາະການກຳນົດເອົາ ໂລໂກ້ ແມ່ນພະທາດຫຼວງ ສັດນໍາໂຊກ ແມ່ນນົກຍູງ ເນື້ອໃນ ຄຳຂວັນປະຈຳງານ ຮອງຮັບກົດລະບຽບກະຕິກາກິລາແຂ່ງຂັນ 33 ປະເພດ ສະຖານທີ່ແຂ່ງຂັນ ທີ່ພັກຄະນະນຳ ຄູເຝິກ ແລະ ນັກກິລາ.

    ນອກຈາກນັ້ນ ທາງດ້ານວຽກງານເຕັກນິກຈັດການແຂ່ງຂັນ ກໍໄດ້ມີການຜ່ານກົດລະບຽບການແຂ່ງຂັນ 33 ປະເພດກິລາ ກຳນົດສະຖານທີ່ຈັດການແຂ່ງຂັນ 33 ປະເພດກິລາ ສະໜາມ ແລະ ອຸປະກອນ ຮັບໃຊ້ການແຂ່ງຂັນ ການຂຶ້ນທະບຽນ ອອກບັດ ແລະ ລາຍງານຜົນການກະກຽມນາງສາວມອບຫຼຽນລາງວັນ ແລະ ການກຳນົດນັກກິລາທີມຊາດ ແລະ ລາຍການລົງແຂ່ງຂັນຂອງນັກກິລາທີມຊາດ ໃນນັ້ນ ປະເພດກິລາທີ່ເປີດກວ້າງ (ບໍ່ຈໍາກັດ) ມີທັງໝົດ 11 ປະເພດກິລາ ປະກອບມີ ເປຕັງ ປິ່ງປ່ອງ ເທັນນິດ ໝາກຂ່າງ ເຮືອຊ່ວງ ໜ້າເກັກ ໝາກເສິກ ໝາກແລ້ ກັອບ ຊັອບເທັນນິດ ແລະ ຍົກນໍ້າໜັກ.

    ປະເພດຈໍາກັດນັກກິລາທີມຊາດເຂົ້າຮ່ວມງານດັ່ງກ່າວ ມີທັງໝົດ 17 ປະເພດ ມີ ບານເຕະ ລອຍນໍ້າ ມວຍລາວ ມວຍສາກົນ ກາຣາເຕໂດ ຢູໂດ ດອກປີກໄກ່ ປັນຈັກສີລັດ ເທຄວັນໂດ ກະຕໍ້-ຊິນລອນ ຍິງທະນູ ມວຍປໍ້າ ວູຊຸ ຣັກບີ້ ສະນຸກເກີ ເພາະກາຍ ແລະ ກິລາດຶງເຊືອກ.

    ຂະນະທີ່ປະເພດຈໍາກັດລາຍການ ມີ 7 ປະເພດ ຄື: ບານສົ່ງ ຍິງປືນ ອີ-ສະປອດ ແລ່ນ-ລານ ດຶງເຊືອກ ບານບ້ວງ ແລະ ກິລາລົດຖີບ ສ່ວນຄຳຂວັນປະຈຳງານມະຫາກຳກິລາແຫ່ງຊາດ ຄັ້ງນີ້ ກໍໃສ່ຄວາມໝາຍທີ່ວ່າ: ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ.