ໃນຕອນເຊົ້າວັນທີ 4 ກັນຍາ 2025 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ຄອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດລາວ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອົງການຮ່ວມມືຊຽງໄຮ 2025 ແລະ ເຂົ້າຮ່ວມກິດຈະກຳລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ.
ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ພາຍຫຼັງຈີນ-ລາວຮ່ວມກັນລົງນາມໃນແຜນດຳເນີນງານ 5 ປີ ສະບັບໃໝ່ຂອງການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນເດືອນຕຸລາປີ 2023, ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆໄດ້ຮັບໝາກຜົນຢ່າງຊັດເຈນ. ປີໜ້າແມ່ນປີທີ່ຈີນ ແລະ ລາວສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ ຄົບຮອບ 65 ປີ, ສອງປະເທດຄວນຖືເອົາໂອກາດນີ້ເພື່ອວາງແຜນ ແລະ ພັດທະນາການແລກປ່ຽນໃນຂົງເຂດຕ່າງໆໃຫ້ດີ. ຈີນຍິນດີຮ່ວມກັບລາວເພີ່ມທະວີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນດ້ານການຄຸ້ມຄອງພັກ ແລະ ການບໍລິຫານປະເທດ, ສະໜັບສະໜູນການກະກຽມ ແລະ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວໃຫ້ດີ. ຈີນຊົມເຊີຍລາວໄດ້ກາຍເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ, ຍິນດີຮ່ວມກັບລາວລົງເລິກການປະສານສົມທົບກັນພາຍໃຕ້ກົນໄກພາກພື້ນຕ່າງໆເຊັ່ນ: ການຮ່ວມມືຈີນ-ອາຊຽນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະອື່ນໆ, ເພື່ອສົ່ງເສີມສັນຕິພາບ ແລະ ການພັດທະນາຂອງພາກພື້ນ.
ທ່ານ ທອງລຸນ ສີສຸລິດໄດ້ສະແດງຄວາມຊົມເຊີຍ ຢ່າງອົບອຸ່ນຕໍ່ຈີນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ ທີ່ກຳແພງນະຄອນທຽນສິນ ແລະ ກິດຈະກຳລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີຢ່າງສຳເລັດຜົນ, ພ້ອມທັງສະແດງຄວາມຂອບໃຈຕໍ່ຈີນທີ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າແກ່ລາວມາໂດຍຕະຫຼອດ. ຂອບໃຈຢ່າງຈິງໃຈຕໍ່ຈີນທີ່ສະໜັບສະໜູນປະເທດລາວໄດ້ເຂົ້າເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ, ລາວຈະອອກແຮງຢ່າງສຸດຂີດເພື່ອສະໜັບສະໝູນ “ຂໍ້ລິເລີ່ມການບໍລິຫານໂລກ” ທີ່ສະເໜີໂດຍທ່ານສີຈິ້ນຜິງ, ແລະ ຍິນດີເພີ່ມທະວີການປະສານງານກັບຈີນໃນເວທີສາກົນ. ທ່ານທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ສະໜັບສະໜູນຢ່າງແຂງແຮງຕໍ່ການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງຂໍອວຍພອນໃຫ້ກອງະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ປະສົບຜົນສຳເລັດຢ່າງຈົບງາມ.
ທີ່ມາ: youth.cn