ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ກັນຍາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ(ສສຍລ) ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະ ນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາການນຳຈາກແຂວງ, ນະຄອນ ຫລວງວຽງຈັນ, ການນໍາເພດຍິງ, ພະນັກງານປະຕິວັດອາວຸໂສ-ບຳນານ, ວິລະຊົນເພດຍິງ, ພັນລະຍາການນໍາ, ນັກທຸລະກິດ, ພ້ອມດ້ວຍຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ສຸດທີ່ມີຄວາມສໍາຄັນສຳລັບຊີວິດການເມືອງຂອງຄະນະບໍລິຫານງານສະຫະ ພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ສະມາຊິກສະຫະພັນແມ່ຍິງໃນທົ່ວປະເທດ, ເປັນຂີດໝາຍແຫ່ງການສືບຕໍ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ລະຂັ້ນ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ແລະ ຮັບຮອງເອົາການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ ຍິງລາວທົ່ວປະເທດ ຄັ້ງທີ VIII ໃນໄລຍະ 2021-2025, ພ້ອມນັ້ນ ຜູ້ແທນສົມບູນຍັງໄດ້ຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາແຜນພັດທະນາແມ່ຍິງລາວ 5 ປີ ໄລຍະ 2026-2030 ໃຫ້ສອດ ຄ່ອງກັບໜ້າທີ່ການເມືອງຂອງພັກ ກໍຄື ຂອງສະຫະພັນແມ່ຍິງໃນໄລຍະໃໝ່ ແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ສາມແຜນດໍາເນີນງານແຫ່ງຊາດ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ພ້ອມນີ້, ຜູ້ແທນກອງປະຊຸມໃຫຍ່ ຍັງຈະໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງ ຂອງສະຫະພັນແມ່ຍິງລາວ ສະໄໝທີ IX, ເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ບົດສໍາຫລວດການນຳພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງການນຳຈາກຄະນະໂຄສະນາອົບຮົມສູນກາງພັກ, ອົງການພາຄີ, ແຂວງ, ຕາງໜ້າຄະນະສະຫະພັນແມ່ຍິງແຂວງ ແລະ ຕົວແບບການພັດທະນາຈໍານວນໜຶ່ງ, ພ້ອມທັງຮັບຮອງເອົາມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ໂອກາດນີ້, ສະຫາຍ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ລາວ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫລາຍດ້ານ ໃນການເຄື່ອນໄຫວວຽກງານ ໄລຍະ 5 ປີ ຜ່ານມາ, ລວມທັງຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ (2026-2030). ຮັບຟັງການຜ່ານຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030); ຜ່ານຮ່າງບົດລາຍງານການປັບປຸງກົດລະບຽບສະຫະພັນແມ່ຍິງລາວ ສະໄໝ IX, ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ສະໄໝ IX; ຮັບຟັງການປະກອບຄຳເຫັນກ່ຽວກັບວຽກງານ ການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ແລະ ວັດທະນະທໍາ ຜ່ານສື່ຕ່າງໆ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ປະກອບຄຳເຫັນໃນຫົວຂໍ້ ສົ່ງເສີມບົດບາດຍິງ-ຊາຍ ຕິດພັນກັບການເຕົ້າໂຮມຄວາມສາມັກຄີປອງດອງໃນຄອບຄົວ ແລະ ສັງຄົມ, ການປົກປ້ອງສິດຜົນປະໂຫຍດຂອງແຮງງານເພດຍິງ, ບົດບາດຂອງຄະນະພັກ ໃນວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ, ບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ປະກອບສ່ວນໃນວຽກງານປ້ອງກັນ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ໃນໄວໜຸ່ມຍິງ-ຊາຍ, ການປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ແມ່ຍິງກັບວິທະຍາສາດການແພດ ແລະ ການປິ່ນປົວ, ຫັດຖະ ກຳແຕ້ມທຽນ ຂອງແມ່ຍິງຊົນເຜົ່າ ທີ່ສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງພາຍໃນ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ແລະ ການປະກອບຄຳເຫັນໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ສ້າງວຽກເຮັດງານທຳ ເພື່ອສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວທໍາມະຊາດແບບຍືນຍົງ”.
ພ້ອມນີ້, ໃນກອງປະຊຸມ ຄະນະບໍລິຫານງານ ສສຍລ ສະໄໝທີ VIII ໄດ້ຜ່ານບົດສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານ ສສຍລ ສະໄໝທີ VIII ແລະ ກ່າວລາໜ້າທີ່. ຈາກນັ້ັັນ, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຕະຖານ ແລະ ເງື່ອນໄຂ ຜູ້ລົງສະໝັກເລືອກຕັ້ງ ຄະນະບໍລິຫານງານ ສສຍລ ສະໄໝທີ IX ແລະ ຜ່ານລາຍຊື່ບຸກຄະລາກອນ ຜູ້ລົງສະໝັກເລືອກຕັ້ງຄະນະບໍລິຫານງານ ສສຍລ ສະໄໝທີ IX. ຫລັງຈາກນັ້ນ, ຜູ້ແທນສົມບູນກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງລາວ ສະໄໝທີ IX.