ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 9 ກັນຍາ 2025 ທີ່ສະໂມສອນແຂວງໄຊສົມບູນ, ໂດຍການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆໄຊສົມບູນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ; ການນໍາຈາກກະຊວງປ້ອງກັນປະເທດ, ແຂວງ ຫົວພັນ, ຊຽງຂວາງ, ວຽງຈັນ ແລະ ບໍລິຄໍາໄຊ; ບັນດາອະດີດການນໍາແຂວງໄຊສົມບູນ; ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜູ້ແທນສົມບູນ ຈໍານວນ 135 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ຈໍານວນ 5,127 ສະຫາຍ ໃນທົ່ວແຂວງໄຊສົມບູນ ພ້ອມດ້ວຍສື່ມວນຊົນ ຢູ່ສູນກາງ ແລະ ແຂວງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວໄຂກອງປະຊຸມໃຫຍ່ ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເວົ້າລວມ, ເວົ້າສະເພາະ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກແຂວງ ໄດ້ຮ່ວມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອດຸໝັ່ນ, ຄວາມສາມັກຄີປອງດອງເປັນປຶກແຜ່ນ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ໂດຍການສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາ, ແກ້ໄຂຄວາມທຸກຍາກ ຕາມດຳລັດ 348/ນຍ ວ່າດ້ວຍມາດຕະຖານຄວາມ ທຸກຍາກ ແລະ ການພັດທະນາ ອັນໄດ້ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວໝັ້ນທ່ຽງຕໍ່ເນື່ອງ; ກົງຈັກການຈັດຕັ້ງ, ລະບົບການເມືອງປະຊາທິປະໄຕ ເລີ່ມແຕ່ຮາກຖານໄດ້ຮັບການປັບປຸງໜັກແໜ້ນ, ເຂັ້ມແຂງຂຶ້ນ. ຜົນສຳເລັດດັ່ງກ່າວນັ້ນ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບ, ຄວາມຮັບຜິດຊອບການເມືອງຂອງທົ່ວອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ພາຍໃຕ້ການນຳພາຂອງພັກ; ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II, ຄະນະພັກແຕ່ລະຂັ້ນ, ໜ່ວຍພັກ, ສະມາຊິກພັກ ເລີ່ມແຕ່ຮາກຖານ, ໃນທົ່ວກຳລັງປະກອບອາວຸດ, ທົ່ວປວງຊົນຊາວແຂວງໄຊສົມບູນ ລ້ວນແຕ່ເປັນເຈົ້າການແຂ່ງຂັນສ້າງຜົນງານ, ປະຕິບັດໜ້າທີ່ການເມືອງ, ວິຊາສະເພາະ ແລະ ເຮັດການຜະລິດທຸລະກິດ ຂອງຕົນ, ເປັນເຈົ້າການເຂົ້າຮ່ວມຂະບວນການດ້ານຕ່າງໆ ເຊັ່ນ: ຂະບວນການປ້ອງກັນຊາດ-ປ້ອງກັນຄວມສະຫງົບ, ຂະບວນການຜະລິດແກ້ໄຂຄວາມທຸກຍາກ, ຂະບວນການສິນລະປະວັນນະຄະດີ, ກິລາ, ຂະບວນການອອກແຮງງານອະນາໄມ, ປະດັບປະດາຕົວເມືອງ ແລະ ເປີດບັ້ນດຳເນີນຊີວິດການເມືອງຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ ແຕ່ລະສະຫາຍໃນທົ່ວແຂວງ; ເອົາໃຈໃສ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ບັນດາອົງຄະນະພັກເມືອງ, ບັນດາຄະນະພັກຮາກຖານ, ໜ່ວຍພັກອ້ອມຂ້າງແຂວງ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມສ້າງຕັ້ງຕາແສງ ຢ່າງເປັນເຈົ້າການ.
ຕະຫຼອດໄລຍະເວລາດໍາເນີນກອງປະຊຸມໃຫຍ່, ນອກຈາກ ຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແລ້ວ ຍັງຈະໄດ້ພ້ອມກັນຄົ້ນຄວ້າລົງເລິກ, ຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກບັນດາພະແນກການ, ອົງການທຽບເທົ່າພະແນກຂອງແຂວງ ແລະ ຄອບຄົວຕົວແບບຈໍານວນໜຶ່ງ.
ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ ໃຫ້ໄດ້ຮັບຜົນສຳເລັດ ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ທີ່ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ ຕື່ມອີກ.
ໃນໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງ ຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງຂອງ ແຂວງໄຊສົມບູນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້ ຢ່າງສະຫງ່າງາມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.