ນາຍົກລັດຖະມົນຕີ ຮ່ວມກອງປະຊຸມດຳເນີນຊີວີດການເມືອງທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ

ໃນວັນທີ 9 ກັນຍາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຂປລ), ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງ ທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V, ພ້ອມທັງ ໃຫ້ກຽດສືບຕໍ່ພົບປະໂອ້ລົມ ຕໍ່ບັນດາສະຫາຍຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະໄຂຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວໂດຍ ສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ຍທຂ.

ການພົບປະໂອ້ລົມ ຕໍ່ບັນດາສະຫາຍຜູ້ແທນໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ພາຍໃຕ້ການນຳພາຊີ້ນຳ ຂອງຄະນະບໍລິຫານງນພັກ ກະຊວງ ຍທຂ ທີ່ສາມາດຍາດມາໄດ້ ຕະຫລອດໄລຍະ 5 ປີຜ່ານມາ, ພ້ອມທັງຍົກໃຫ້ເຫັນ ບັນດາສາເຫດ ທີ່ພາໃຫ້ມີຜົນສໍາເລັດດັ່ງກ່າວ. ອັນສໍາຄັນ, ສະຫາຍ ໄດ້ເນັ້ນໃຫ້ເອົາໃຈໃສ່ໃນບາງດ້ານ ເປັນຕົ້ນ ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ໃຫ້ສໍາເລັດຕາມຄາດໝາຍ ໂດຍສະເພາະ ສືບຕໍ່ຊຸກຍູ້ຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນ, ສໍາເລັດແຜນການທີ່ໄດ້ກຳນົດໄວ້, ທັງຮັບປະ ກັນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃຫ້ໄດ້ 100%; ສືບຕໍ່ຄົ້ນຄວ້າກະກຽມບຸກຄະ ລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI ໃຫ້ຮັບປະກັນຕາມມາດຕະຖານ, ເງຶ່ອນໄຂ ແລະ ໂຄງປະກອບເພດ, ເຜົ່າ, ມີຜູ້ເກົ່າ ແລະ ຜູ້ໃໝ່ ຕາມທິດຫັນເປັນໜຸ່ມ ໂດຍໃຫ້ມີຮຸ່ນກາງ, ຮຸ່ນໜຸ່ມໃຫ້ກວມສ່ວນຫລາຍ ເພື່ອຮັບປະກັນໄດ້ລັກສະນະສືບທອດນຳພາຕໍ່ເນື່ອງ; ການຄົ້ນຄວ້າເອົາເປົ້າໝາຍລົງທາບທາມໃນ ຮອບທີ III ຊຶ່ງເປັນຮອບທີ່ສຳຄັນ ຈຶ່ງຕ້ອງໃຫ້ມີລັກສະນະເປີດກວ້າງ ປະຊາທິປະໄຕ, ໃຫ້ບັນດາສະຫາຍຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ທຸກສະຫາຍ ເຊິ່ງເປັນຜູ້ທີ່ມີຄຸນທາດການເມືອງ, ມີຄຸນສົມບັນສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດຂອງແຕ່ລະພາກສ່ວນ ທີ່ໄດ້ຮັບການຄັດເລືອກມາແລ້ວ ໃຫ້ຄໍານຶງເຖິງຜົນປະໂຫຍດສ່ວນລວມມາກ່ອນ ບໍ່ໃຫ້ຖືເອົາອະຄະຕິສ່ວນຕົວ ຫລື ແນວຄິດສ່ວນຕົວມາເປັນຕົວຊີ້ວັດ ຢ່າງດັດຂາດ; ສືບຕໍ່ນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ແນໃສ່ຍົກລະດັບຄວາມຮັບຮູ້ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ຍົກສູງສະຕິເປັນເຈົ້າການເຄົາລົບ ແລະ ນັບຖືລະບຽບກົດໝາຍ ໃຫ້ແກ່ ພະນັກງານນຳພາ-ຄຸ້ມຄອງ, ສະມາຊິກພັກ-ພະນັກງານ ລັດຖະກອນທຸກສະຫາຍ ພາຍໃນກະຊວງໂຍທາທິການ ແລະ ຂົນສົ່ງ; ເພີ່ມທະວີຄວາມເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃນຂອບເຂດຮົ້ວກະຊວງ, ສະຖານີລົດຂົນສົ່ງ, ສະຖານີລົດໄຟ, ສະໜາມບິນ, ເຂດໂລຈິສຕິກ ແລະ ບັນດາໂຄງການຕ່າງໆທີ່ກຳລັງຈັດຕັ້ງປະຕິບັດຢູ່; ສືບຕໍ່ຄົ້ນຄວ້ານໍາໃຊ້ທ່າແຮງທຸກດ້ານ ເພື່ອພັດ ທະນາຂະແໜງ ຍທຂ ໃຫ້ເປັນປາຍແຫລມ ຢ່າງແທ້ຈິງ ຊຶ່ງຕ້ອງຍົກສູງດ້ານຄຸນນະພາບເປັນກົກ ໂດຍໃຫ້ຄໍານຶງເຖິງຜົນໄດ້ຮັບໃຫ້ຍາວນານ ແລະ ຍືນຍົງ; ສືບຕໍ່ຈັດເກັບລາຍຮັບວິຊາການທີ່ຕິດພັນກັບຂະ  ແໜງ ຍທຂ ກໍໃຫ້ໄດ້ຕາມຄາດໝາຍ ແລະ ຄຸ້ມຄອງລາຍຈ່າຍໃຫ້ເໝາະສົມ ຕາມທິດປະຢັດ, ຫລຸດຜ່ອນການຟຸມເຟືອຍ ທີ່ບໍ່ຈຳເປັນ, ຮີບຮ້ອນຄົ້ນຄວ້ານໍາໃຊ້ລະບົບທັນສະໄໝເຂົ້າໃນການຈັດເກັບ ແລະ ຄຸ້ມຄອງດ້ານການເງິນຂອງຂະແໜງ ຍທຂ ໂດຍສະເພາະງົບປະມານກອງທຶນທາງ, ການຈັດເກັບລາຍຮັບຈາກການເກັບຄ່າຜ່ານທາງ ຕາມມະຕິ 10 ຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 165/ສພຊ ລົງວັນທີ 26 ມິຖຸນາ 2025; ສົມທົບກັບ ກະຊວງການເງິນ ໃນການຄົ້ນຄວ້າແກ້ໄຂໜີ້ສິນ ທີ່ມີລັກສະນະຄຸມເຄືອແກ່ຍາວໃຫ້ສຳເລັດ; ໃຫ້ເອົາ ໃຈໃສ່ກະກຽມຄວາມພ້ອມໃນການບູລະນະສ້ອມແປງ, ປັບປຸງ ແລະ ຟື້ນຟູເສັ້ນທາງທີ່ໄດ້ຮັບຜົນກະ ທົບຈາກໄພພິບັດທໍາມະຊາດ ແລະ ເປ່ເພໃນໄລຍະຜ່ານ ຫລັງລະດູຝົນນີ້; ສືບຕໍ່ຊຸກຍູ້ ແລະ ກວດກາຕີລາຄາການປະຕິບັດວຽກງານ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານວິຊາສະເພາະ ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍໃຫ້ສະຫລຸບ ແລະ ຄົ້ນຄວ້າເປົ້າໝາຍບຸກຄົນ, ກົມກອງ ຫລື ຫົວໜ່ວຍທີ່ດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ ຢ່າງສົມກຽດ; ຕໍ່ກັບບັນດາຮາກຖານພັກ ອ້ອມຂ້າງກະຊວງ ທີ່ສໍາເລັດກອງປະຊຸມໃຫຍ່ຂັ້ນຂອງຕົນແລ້ວ ແມ່ນໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ເປັນອັນລະອຽດ ເພື່ອພ້ອມກັນຊີ້ນຳການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ ຕາມຄາດໝາຍແຕ່ລະປີ; ເອົາໃຈໃສ່ຊຸກຍູ້ການກໍ່ສ້າງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງການຂະຫຍາຍພັກຕ້ອງໃຫ້ຮັບປະກັນຄຸນນະພາບແທ້ໆ ໄປຄຽງຄູ່ກັບການເພີ່ມຂຶ້ນຂອງກຳລັງແຮງນຳ ພາຂອງພັກ; ສືບຕໍ່ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ເພື່ອສືບຕໍ່ກໍ່ສ້າງໃຫ້ກາຍເປັນຜູ້ສືບທອດປ່ຽນແທນ ບັນດາຕໍາແໜ່ງນຳພາ-ຄຸ້ມຄອງ ຂັ້ນຕ່າງໆ; ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບໍລິຫານງານພັກ-ຄະນະນຳ ແຕ່ລະຂັ້ນ ເພື່ອພ້ອມກັນຜັນຂະຫຍາຍ ແລະ ການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາຂະແໜງ ຍທຂ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ຊຶ່ງຕົ້ນຕໍແມ່ນສຸມໃສ່ແກ້ໄຂພະຍາດອາດຍາສິດ, ແນວຄິດກຸ່ມກ້ອນ, ພັກພວກ ແລະ ປະຊາທິປະໄຕແບບຮູບການ ໃຫ້ໄດ້ຢ່າງຂາດຕົວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.