ພິທີເຊັນບົດບັນທືກ ພັດທະນາ ສູນບໍລິການສຸຂານາໄມ ແລະ ສຸຂານາໄມພືດ

ບໍລິສັດສີມອນ ພັດທະນາ ກະສິກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ ໜຶ່ງບໍລິສັດທີ່ມີປະສົບການຄວາມຮູ້ຄວາມສາມາດ ບໍລິການສົ່ງສິນຄ້າລະຫວ່າງປະເທດ

ຮ່ວມມື ກົມປູກຝັງກະຊວງກະສິກຳ ແລະ ສິ່ງແວດ ລ້ອມ,ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ  ຈັດພິທີເຊັນບົດບັນທືກຄວາມເຂົ້າໃຈ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ສູນບໍລິການສຸຂານາໄມ ແລະ ສຸຂານາໄມພືດ ຢູ່ດ່ານສາກົນບໍ່ເຕ່ນ ແລະ ດ່ານທ້ອງຖິ່ນ ປາງໄຮ, ແຂວງ ຫຼວງນໍ້າທາ.

ພິທີດັ່ງກ່າວຈັດຂຶ້ນວັນທີ 13 ກັນຍາ 2025 ທີ່ດ່ານສາກົນບໍ່ເຕັນ,ແຂວງ ຫຼວງນໍ້າທາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງ ແຂວງຫລວງນໍ້າທາ, ມີຫົວໜ້າກົມປູກຝັງ, ພະແນກະສິກໍາ ແລະ ສິ່ງແວດລ້ອມແຂວງ ຫຼວງນໍ້າທາ ແລະ ມີຂະແຫນງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ ປະຈຳດ່ານ ບໍ່ເຕ່ນ ແລະ ດ່ານປາງໄຮ ແຂວງຫລວງນໍ້າທາ ແລະ ຫົວຫນ່ວຍທຸລະກິດ ບໍລິສັດພາຍໃນ ແລະ ສປ.ຈີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ມີຄໍາເຫັນວ່າ: ການເຊັນບົດບັນທຶກ ສາມຝ່າຍ ໃນການຮ່ວມມືດ້ານວິຊາການ ໃນການຈັດຕັ້ງປະຕິບັດບໍລິການໃນຄັ້ງນີ້ ເປັນແຫ່ງທໍາອິດ ໃນ ສປປ ລາວທີ່ມີການລົງທຶນຂອງເອກະຊົນ ຈິ່ງເປັນບາດກ້າວທີ່ມີຄວາມໝາຍ ຄວາມສໍາຄັນ ຂອງຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ໃນການພັດທະນາລະບົບຄູ້ມຄອງວຽກງານສຸຂານາໄມ ແລະ ສຸຂານາໄມພືດ(SPS)ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຕອບສະໜອງໃຫ້ແກ່ການອໍານວຍຄວາມສະດວກດ້ານການຄ້າ ລາວ-ຈີນ ໃນການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ ສິນຄ້າພືດ ແລະ ຜະລິດຕະພັນພືດ.

 ທ່ານ ນາງສີມອນ ແກ້ວວົງເພັດ ປະທານບໍລິສັດສີມອນ ພັດທະນາກະສິກໍາ ແລະ ບໍລິການຂາເຂົ້າຂາອອກຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ທາງບໍລິສັດພວກເຮົາມີປະສົບ ການດໍາເນີນທຸລະກິດມາຫຼາຍກວ່າ 10 ປີ ດໍາເນີນກິດຈັດສົ່ງສິນຄ້າ ເພື່ອນໍາເຂົ້າແລະ ສົ່ງອອກ ສິນຄ້າກະສິກຳ ລະຫວ່າງປະເທດ ນອກນັ້ນ,ຍັງດໍາເນີນການດ້ານການພັດທະນາ ສຸຂານາໄມພືດ ຢູ່ດ່ານປາງໄຮ ແລະ ດ່ານສາກົນບໍ່ເຕ່ນ ແລະ ໄດ້ຮັບການຢັ້ງຢືນມາດຕະຖານສາກົນຂອງປະເທດອົດສະຕາລີ. ສະນັ້ນ,ເພື່ອເປັນການສືບຕໍ່ປະຕິບັດຈຶ່ງໄດ້ຮ່ວມມືກັບພາກລັດ ໃນການສ້າງຕັ້ງສູນບໍລິການສຸຂານາໄມ ແລະ ສຸຂານາໄມພືດ ຄົບວົງຈອນແຫ່ງນີ້,ຊຶ່ງຈະເຮັດວຽກບໍລິການດ້ານສຸຂານາໄມພືດຕິດພັນ ກັບການອອກໃບຢັ້ງຢືນປອດ ສັດຕູພືດ,ບໍລິການກວດກາ ແລະ ວິໄຈ,ບໍລິການກໍາຈັດສັດຕູພືດກັກກັນ ແລະ ບໍລິການປ້ອງກັນພືດທີຕິດພັນກັບການ ສ້າງເຂດປອດສັດຕູພືດ,ການສໍາຫຼວດ ແລະ ການຂຶ້ນບັນຊີສັດຕູພືດ ເພື່ອປະຕິບັດໃຫ້ໄດ້ຕາມມາດຖານເງື່ອນໄຂ ສໍາລັບສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ. ໄດ້ມາດຕະຖານ ສາກົນ ຮອງຮັບການນໍາເຂົ້າ-ສົ່ງອອກ ສິນຄ້າກະສິກຳ, ອອກໃບຢັ້ງຢືນ ສ້າງຄວາມເຊື່ອໝັ້ນແລະ ໄວ້ວາງໃຈໃຫ້ກັບບັນດາ ປະເທດຄູ່ຄ້າພ້ອມສ້າງບຸກຄະລາກອນໃນວຽກງານດັ່ງກ່າວ.

   ສຳລັບການເຄື່ອນໄຫວທາງດ້ານກິດຈະການ ແມ່ນຈະໃຫ້ບໍລິການຄົບວົງຈອນ ເລັ່ງໃສ່ 5 ກິດຈະການ

ຕົ້ນຕໍ ດັ່ງນີ້:1. ໃຫ້ບໍລິການ ກວດກາ ແລະ ທົດສອບວິໄຈສັດຕູພືດ

  1. ໃຫ້ບໍລິການ ວິໄຈຝຸ່ນ ແລະ ຢາປາບສັດຕູພືດທີ່ຕົກຄ້າງໃນຜະລິດຕະພັນພືດ
  2. ໃຫ້ບໍລິການ ສະຖານທີ່ກວດກາ, ກັກກັນ ແລະ ແຍກປ່ຽວ ສິນຄ້າທີ່ຕິດແປດ ສັດຕູພືດ
  3. ໃຫ້ບໍລິການ ສິດຢາ ກຳຈັດສັດຕູພືດ
  4. ໃຫ້ບໍລິການ ຮົມຢາກຳຈັດສັດຕູພືດ

ຜົນປະໂຫຍດທີ່ຈະໄດ້ຮັບຈະປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຄື:

ສ້າງລາຍຮັບໃຫ້ແກ່ລັດຖະບານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ປະກອບສ່ວນໃນການຊຸກຍູ້ປະລິມານການປູກ,

ການລ້ຽງ ໃຫ້ເພີ່ມຂື້ນທາງດ້ານປະລິມານ ແລະ ຄຸນນະພາບ.

ປະກອບສ່ວນການຊຸກຍູ້ໃຫ້ສປປ ລາວ ເປັນໃຈກາງໃນການແລກປ່ຽນສິນຄ້າກະສິກຳ ແລະ ອຸດສາຫະກຳປຸງແຕ່ງກະສິກຳ ລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນ ທັງພາກພື້ນ ແລະ ສາກົນ.