ເປີດຕົວ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ

ໃນຕອນເຊົ້າ ວັນທີ 15 ກັນຍາ 2025 ທີ່ສູນການເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດພິທີເປີດຕົວ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ຢ່າງເປັນທາງການ ໂດຍເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄານ໋ອບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ມີບັນດາຫົວໜ້າກົມ ຄະນະກົມຂອງກະຊວງການຕ່າງປະເທດ ທ່ານເອກອັກຄະລັດຖະທູດ ຫົວໜ້າສໍານັກງານການທູດ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.

 ໃນພິທີ ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດກ່າວຄໍາເຫັນ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ນັບຕັ້ງແຕ່ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 14 ທັນວາ 1955 ມາຮອດປັດຈຸບັນ ປີ 2025 ແມ່ນຄົບຮອບ 70 ປີ ແລະ ປີ 2025 ນີ້ ກໍຍັງເປັນປີຄົບຮອບ 80 ປີ ການສ້າງຕັ້ງອົງການ ສປຊ (24 ຕຸລາ 1945) ຕະຫຼອດ 7 ທົດສະວັດ ທີ່ຜ່ານມາ ສປປ ລາວ ໄດ້ຢຶດໝັ້ນຢ່າງແຂງແຮງຕໍ່ກົດບັດ ສປຊ ໂດຍອີງຕາມນະໂຍບາຍການຕ່າງປະເທດຂອງ ສປປ ລາວ ຄື: “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ” ການພົວພັນຮ່ວມມືດັ່ງກ່າວໄດ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ໄດ້ເປັນກາລະໂອກາດອັນດີໃຫ້ ສປປ ລາວ ໄດ້ຂະຫຍາຍການພົວພັນຮ່ວມມືກັບວົງຄະນາຍາດສາກົນຢ່າງກວ້າງຂວາງ ແລະ ເປັນເງື່ອນໄຂອໍານວຍຄວາມສະ ດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແຕ່ລະໄລຍະ.

 ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນເວທີ ສປຊ ໂດຍສະເພາະການສະໜັບສະໜູນເປົ້າໝາຍສໍາຄັນຂອງ ສປຊ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ປ້ອງກັນບໍ່ໃຫ້ເກີດການແຂ່ງຂັນກັນດ້ານອາວຸດ ແລະ ຄວາມຂັດແຍ່ງ ສົ່ງເສີມການຮ່ວມມືເພື່ອການພັດທະນາ ແກ້ໄຂບັນຫາເສດຖະກິດ-ສັງຄົມ ວັດທະນະທໍາ ສິ່ງແວດລ້ອມ ວຽກງານມະນຸດສະທໍາ ແລະ ສິດທິມະນຸດ ພ້ອມທັງປະຕິຮູບອົງການ ສປຊ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ຫຼາຍທົດສະວັດຜ່ານມາ, ສປປ ລາວ ໄດ້ເຮັດໜ້າທີ່ຂອງຕົນເອງຢ່າງຫ້າວຫັນໃນເວທີ ສປຊ, ເຊິ່ງໄດ້ເຮັດໜ້າທີ່ເປັນປະທານ, ຮອງປະທານ ແລະ ຄະນະບໍລິຫານງານຕ່າງໆຂອງອົງກອນສໍາຄັນຂອງ ສປຊ. ໃນດ້ານການພັດທະນາ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ສປຊ ໃນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດເພື່ອການພັດທະນາ (Millennium Development Goals ຫຼື MDGs) ໃນເມື່ອກ່ອນ ລວມທັງເປົ້າໝາຍທີ 9 “ລະເບີດບໍ່ທັນແຕກ”, ເຊິ່ງເປັນເປົ້າໝາຍອັນສະເພາະຂອງ ສປປ ລາວ. ປັດຈຸບັນ, ສປປ ລາວ ພວມສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (Sustainable Development Goals ຫຼື SDGs) ໂດຍຄຽງຄູ່ກັບເປົ້າໝາຍທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”, ເຊິ່ງເປັນເປົ້າໝາຍສະເພາະຂອງ ສປປ ລາວ. ການຈັດຕັ້ງປະຕິບັດ ປພຍ ດັ່ງກ່າວນີ້ແມ່ນໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.

ໃນຕອນທ້າຍ ທ່ານ ລັດຖະມົນຕີ ໄດ້ກ່າວວ່າ ໂລໂກ້ 70 ປີ ດັ່ງກ່າວນີ້ເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ຕະຫຼອດໄລຍະ 7 ທົດສະວັດຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ກັບອົງການ ສປຊ ໃນການເປັນຄູ່ຮ່ວມມືທີ່ດີ, ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໄລຍະຜ່ານມາ ແລະ ໄດ້ໃຫ້ຄວາມໝາຍໝັ້ນຈະສືບຕໍ່ໃຫ້ການຮ່ວມມືກັບ ສປຊ ເພື່ອເຮັດວຽກຮ່ວມກັນ ແນໃສ່ບັນລຸເປົ້າໝາຍ ປພຍ; ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ; ປະກອບສ່ວນຕໍ່ກັບການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາຂອງໂລກ ກໍຄື ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ບັກໂຮເດຍ ເບີຄານ໋ອບ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ໃຫ້ກຽດກ່າວຄໍາເຫັນ, ເຊິ່ງມີບາງຄໍາເຫັນສໍາຄັນວ່າ: ໃນປີ 2025 ແມ່ນປີທີ່ມີຄວາມໝາຍຄວາມສໍາຄັນ ກໍຄືຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການ ສປຊ, ການສ້າງຕັ້ງ ສປຊ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຕະຫຼອດໄລຍະຜ່ານມາ, ສປປ ລາວ ໄດ້ມີນະໂຍບາຍການຕ່າງປະເທດ ທີ່ສົ່ງເສີມຄວາມສາມັກຄີ, ສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ, ເຊິ່ງໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງຫຼວງຫຼາຍ ເປັນຕົ້ນ ການຫຼຸດຜ່ອນຄວາມທຸກຍາກ, ການປັບປຸງດ້ານໂພຊະນາການ, ສຸຂະພາບຂອງແມ່ ແລະ ເດັກ ໂດຍໃຊ້ເວລາບໍ່ຮອດສາມທົດສະວັດ.

ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກ, ເຊິ່ງກ່ອນ ສປປ ລາວ ຈະເປັນສະມາຊິກ ມີພຽງ 60 ປະເທດສະມາຊິກເທົ່ານັ້ນ, ແຕ່ປັດຈຸບັນ ປະກອບດ້ວຍ 193 ປະເທດ ແລະ ມີຈຸດປະສົງເພື່ອແກ້ໄຂບັນຫາຕ່າງໆສໍາລັບມວນມະນຸດ ເຊັ່ນ: ການແກ້ໄຂຄວາມຂັດແຍ່ງ, ຄວາມທຸກຍາກ, ໄພອຶດຫິວ, ການເຈັບປ່ວຍ ແລະ ຄວາມບໍ່   ສະເໝີພາບ. ກົດບັດ ສປຊ ແມ່ນຍັງມີຄວາມແທດເໝາະກັບສະພາບການປັດຈຸບັນ. ແຕ່ເຖິງຢ່າງໃດກໍຕາມ, ສປຊ ກໍຍັງມີຄວາມຈໍາເປັນຈະຕ້ອງໄດ້ມີການປະຕິຮູບ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ ແລະ ໃນອະນາຄົດ. ຂໍ້ຕົກລົງວ່າດ້ວຍອະນາຄົດ ທີ່ໄດ້ຮັບຮອງໃນເດືອນ ກັນຍາ 2024 ຜ່ານມາ ໄດ້ເປັນອີກຂໍ້ຕົກລົງໜຶ່ງທີ່ສໍາຄັນໃຫ້ແກ່ບົດບາດຂອງລະບົບຫຼາຍຝ່າຍ ແລະ ຕໍ່ກັບ ສປຊ ເອງ ໃນຖານະເປັນອົງການແກ້ໄຂບັນຫາຂອງໂລກ.

ອົງການ ສປຊ ໄດ້ປະສານສົມທົບກັບ ສປປ ລາວ ໃນໄລຍະຜ່ານມາໃນການຮັບຮອງເອົາບັນດານະໂຍບາຍທີ່ສໍາຄັນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ການເຂົ້າເຖິງ, ການປົກປັກຮັກສາລະບົບນິເວດທີ່ອຸດົມສົມບູນຂອງປະເທດ ແລະ ມໍຣະດົກທາງປະຫວັດສາດ ແລະ ທາງວັດທະນະທໍາທີ່ບໍ່ສາມາດທົດແທນໄດ້. ສປຊ ຍັງໄດ້ຮ່ວມກັບລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ, ເຊິ່ງນໍາໄປສູ່ການຮັບຮອງເອົາ MDG 8 ແລະ SDG 18.

ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປຊ ບໍ່ແມ່ນການຮ່ວມມືແບບສອງຝ່າຍ, ແຕ່ຫຼາຍໜ້າວຽກໄດ້ຮັບຜົນສໍາເລັດໂດຍຜ່ານການເປັນຄູ່ຮ່ວມມືກັບບັນດາປະເທດສະມາຊິກອຶ່ນໆ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ຜ່ານການຊ່ວຍເຫຼືອເພື່ອການພັດທະນາ, ການຮ່ວມມືໃຕ້-ໃຕ້ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ.

ໃນຕອນທ້າຍ, ທ່ານ ບັກໂຮເດຍ ເບີຄານ໋ອບ ໄດ້ໃຫ້ຄວາມໝາຍໝັ້ນວ່າ ສປຊ ຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ຢ່າງແໜ້ນແຟ້ນ ແລະ ເປັນຄູ່ຮ່ວມມື ເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດ.

ຂໍ້ມູນລາຍລະອຽດ ແລະ ຄວາມໝາຍຂອງ ໂລໂກ້:

ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ຕະຫຼອດ 7 ທົດສະວັດຜ່ານມາ ແລະ ໃນອະນາຄົດ. ໂລໂກ້ດັ່ງກ່າວປະກອບດ້ວຍການປະສົມປະສານຂອງ ຕົວເລກ 70, ໂລໂກ້ຂອງເປົ້າໝາຍ ປພຍ (SDGs), ຮວງເຂົ້າ, ນົກສັນຕິພາບ, ຮູບຄົນ ແລະ ດອກຈໍາປາ.

ຕົວເລກ 70 ໝາຍເຖິງ 70 ປີ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ແລະ 70 ປີແຫ່ງການເປັນຄູ່ຮ່ວມມືເພື່ອການພັດທະນາຢ່າງກົມກຽວ. ເລກ 7 ສີຟ້າ ປະສົມກັບຮູບມີລັກສະນະຄ້າຍຄືປີກນົກສັນຕິພາບ ເປັນສັນຍາລັກແຫ່ງ ສັນຕິພາບ ແລະ ການພັດທະນາ. ຮູບວົງມົນຄ້າຍຄືເລກ 0 ນັ້ນ ແມ່ນການປະສົມປະສານລະຫວ່າງ ໂລໂກ້ຂອງເປົ້າໝາຍ ປພຍ ແລະ ຮວງເຂົ້າ ໝາຍເຖິງການພັດທະນາແບບຍືນຍົງ, ມີສ່ວນຮ່ວມ ແລະ ການຮ່ວມມືສາກົນ ໂດຍຜ່ານການອະນຸລັກວິຖີຊີວິດ ແລະ ວັດທະນະທໍາຂອງປະຊາຊົນລາວແບບຍືນຍົງ. ສ່ວນຮູບນ້ອຍທີ່ຢູ່ໃຈກາງຂອງວົງມົນນັ້ນ ແມ່ນການປະສົມປະສານລະຫວ່າງຮູບຄົນ ແລະ ດອກຈໍາປາ, ເຊິ່ງເປັນດອກໄມ້ປະຈໍາຊາດຂອງລາວ ໝາຍເຖິງຄວາມສາມັກຄີ ແລະ ການເປັນຄູ່ຮ່ວມມືເພື່ອການພັດທະນາ.

ໂລໂກ້ 70 ປີ ດັ່ງກ່າວ ແມ່ນອອກແບບໂດຍ ທ້າວ ທອງສະຫວັນ ສຸວັນນະສານ, ໄວໜຸ່ມລາວ ໂດຍການເຂົ້າຮ່ວມກິດຈະກໍາການປະກວດແຂ່ງຂັນອອກແບບໂລໂກ້ 70 ປີ ສປປ ລາວ ການເຂົ້າເປັນສະມາຊິກອົງການ ສປຊ, ຈັດຂຶ້ນໂດຍ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຮ່ວມກັບບັນດາອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ.

 ພາບ,ຂ່າວ: ກະຂວງການຕ່າງປະເທດ