ໃນໄລຍະ 5 ປີ (2021-2025) ພາຍໃຕ້ການຳພາອັນສະຫລາດສ່ອງໃສຂອງພັກ ກໍຄື ຂອງອົງຄະນະພັກແຂວງເຊກອງສະໄໝທີ X ເຮັດໃຫ້ການຈັດຕັ້ງພັກຂັ້ນຕ່າງໆ ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ມູນເຊື້ອວິລະຊົນຄົນອາດຫານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານພົ້ນເດັ່ນ ອັນສໍາຄັນເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ລວມເຖິງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ ແລະ ພັດທະນາດີຂຶ້ນເປັນກ້າວໆ.
ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີ (2021-2025) ພາຍໃຕ້ການຳພາ ຂອງອົງຄະນະພັກແຂວງເຊກອງ ສະໄໝທີ X ເຮັດໃຫ້ຊີວິດສັງຄົມທົ່ວແຂວງເຊກອງມີການຫັນປ່ຽນທີ່ຕັ້ງໜ້າ, ອົງການປົກຄອງແຂວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ທີ່ມີຫລັກການຂອງພັກ, ບັນດາຄາດໝາຍຕ່າງໆ ທີ່ໄດ້ກຳນົດໄວ້ໃນມະຕິ X ຂອງອົງຄະນະພັກແຂວງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ. ໃນນີ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບຕິດລຽນ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ. ພ້ອມນີ້, ກໍ່ໄດ້ຫັນກໍາລັງ ປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງ ແລະ ຫັນກຳລັງ ປກຊ-ປກສ ເມືອງ ລົງກໍ່ສ້າງຮາກຖານການເມືອງຢູ່ຈຸດສຸມພັດທະນາ ຕິດພັນກັບການປັບປຸງກໍາລັງກອງຫລອນ, ປກສ ບ້ານ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ ເຊິ່ງສາມາດເປັນກໍາລັງເເຮງໃນການເເກ້ໄຂປະກົດການຫຍໍ້ທໍ້ຢູ່ຮາກຖານບ້ານ ເປັນຕົ້ນ, ແມ່ນບັນຫາເສບຕິດ, ການຄ້າມະນຸດ, ການທ້ອນໂຮມອາວຸດເສິກ ເເລະ ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດໄດ້ຈໍານວນໜຶ່ງ; ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 246 ລາຍ, ກັກຜູ້ຖືກຫາໄດ້ 247 ຄົນ, ຍິງ 16 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 91,835 ເມັດ; ສ້າງຄອບຄົວປອດຢາເສບຕິດໄດ້ 8,456 ຄອບຄົວ, ສ້າງບ້ານປອດຢາເສບຕິໄດ້ 63 ບ້ານ ແລະ ສ້າງກົມກອງປອດຢາເສບຕິດ 2 ກົມກອງ.
ພ້ອມນີ້, ກໍ່ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງສູນກາງພັກ, ສະພາເເຫ່ງຊາດ ເເລະ ລັດຖະບານ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ 5 ປີບັນລຸໄດ້ 4.9%; ລະບົບການເງິນຫັນໄປສູ່ທັນສະໄໝເທື່ອລະກ້າວ, ການເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1,732.74 ຕຶ້ກີບ ລື່ນແຜນເກືອບ 3 ເທົ່າຕົວ (ແຜນ 5 ປີຕັ້ງໄວ້ 480.78 ຕື້ກີບ), ດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ທຽບໃສ່ແຜນ ປະຕິບັດລື່ນແຜນ 23% (ແຜນ 5 ປີ 1,778.92 ຕື້ກີບ); ຂະບວນການຜະລິດ (ປູກຝັງ-ລ້ຽງສັດ) ເປັນສິນຄ້າຂອງປະຊາຊົນ ໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ເເລະ ຟົດຟື້ນ, ເນື້ອທີ່ການຜະລິດເພີ່ມຂຶ້ນນັບມື້ເພີ່ມຂຶ້ນ, ການລ້ຽງສັດໃຫຍ່ເປັນຟາມຂະຫຍາຍຕົວ, ມີບາງປະ ເພດຜົນຜະລິດກະສິກຳ ແຂວງສາມາດກຸ້ມຕົນເອງ ບໍ່ໄດ້ນຳເຂົ້າຈາກພາຍນອກ; ການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຂຸດຄົ້ນ-ນໍາໃຊ້ຊັບພະຍາກອນທໍາມະຊາດ ຈາກບັນດາໂຄງການພັດທະນາຕ່າງໆຢ່າງເຂັ້ມງວດ; ການອອກໃບຕາດິນໄດ້ປະຕິບັດເປັນປົກກະຕິ ແລະ ສາມາດອອກໃບຕາດິນຖາວອນໄດ້ 19,002 ຕອນ. ພ້ອມນີ້, ກໍ່ໄດ້ສຸມທຶນຮອນກໍ່ສ້າງພື້ນຖານໂຄງລ່າງດ້ານເສດຖະກິດຢ່າງຫລວງຫລາຍ ເຂົ້າໃນການພັດທະນາເສັ້ນທາງແຕ່ແຂວງ-ເມືອງ, ເມືອງຫາບ້ານ ແລະ ລະຫວ່າງບ້ານຕໍ່ບ້ານ ເຊິ່ງມາຮອດປະຈຸບັນ ມີບ້ານທີ່ມີເສັ້ນທາງເຂົ້າເຖິງສາມາດທຽວໄດ້ 2 ລະດູ 170 ບ້ານ ກວມ 83.75%; ມີບ້ານທີ່ໄດ້ຊົມໃຊ້ນໍ້າປະປາໃນລະບົບ 37 ບ້ານ ກວມເອົາ 18%; ການຂະຫຍາຍນໍ້າລິນ ເເມ່ນໄດ້ອອກສູ່ເຂດຊົນນະບົດຫ່າງໄກສອກຫລີກ, ເຮັດໃຫ້ປະຈຸບັນອັດຕາຊົມໃຊ້ນໍ້າສະອາດຂອງປະຊາກອນກວມເອົາ 97.4%; ມີບ້ານໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບ ກວມເອົາ 80.78% ແລະ ມີຫລັງຄາເຮືອນໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບ ກວມ 89.81% ຂອງຫລັງຄາເຮືອນທັງໝົດທົ່ວແຂວງ; ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGs) ຂົງເຂດການສຶກສາບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 15 ຕົວຊີ້ວັດ); ຄຸນນະພາບການສຶກສາໄດ້ຮັບການປັບປຸງຍົກລະດັບ, ບັນຫາການຂາດຄູສອນ, ການປະລະການຮຽນຂອງນັກຮຽນໄດ້ຮັບການແກ້ໄຂດີຂຶ້ນເປັນລໍາດັບ; ພື້ນຖານໂຄງລ່າງການສຶກສາລະດັບສາມັນ ແລະ ວິຊາຊີບ ໄດ້ຮັບການປັບປຸງສ້ອມເເປງ-ກໍ່ສ້າງໃໝ່ ເເລະ ຂະຫຍາຍໄປສູ່ເຂດຊົນນະບົດຢ່າງມີຈຸດສຸມ, ຮັບປະກັນການເຂົ້າເຖິງການສຶກສາຂອງລູກຫລານປະຊາຊົນບັນດາເຜົ່າໃນເກນອາຍຸເຂົ້າຮຽນຢ່າງເທົ່າທຽມ; ການພັດທະນາສາທາລະນະສຸກ ແລະ ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGS) ບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 11 ຕົວຊີ້ວັດ); ການບໍລິການປິ່ນປົວ ແລະ ຕາໜ່າງສາທາລະນະສຸກ ນັບມື້ຂະຫຍາຍຕົວໄປສູ່ຮາກຖານບ້ານເຂດຫ່າງໄກສອກຫລີກ, ອັນພົ້ນເດັ່ນ ແມ່ນສາມາດປະກາດແຂວງຊຸມຊົນເປັນເຈົ້າການໃນດ້ານສຸຂະອະນາໄມ ແລະ ສາມາດສະກັດກັ້ນ-ຕ້ານຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ແຕ່ຫົວທີ; ວັດທະນາທຳອັນດີງາມ ຂອງບັນດາເຜົົ່າໄດ້ຮັບການອະນຸລັກ, ບູລະນະ ແລະ ເສີມຂະຫຍາຍ, ການສ້າງຄອບຄົວ-ບ້ານວັດທະນະທໍາເພີ່ມຂຶ້ນທາງປະລິມານ ແລະ ຄຸນນະພາບ; ພື້ນຖານໂຄງລ່າງການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ໄດ້ຮັບການປັບປຸງ ແລະ ພັດທະນາ ໃນ 5 ປີ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງໄດ້ 285,602 ເທື່ອຄົນ ສາມາດສ້າງລາຍຮັບໄດ້ 19,917,252 ໂດລາສະຫາລັດ.
ສະຫາຍ ດົງເພັດ ພະຍົນ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດ ກໍຍັງມີດ້ານອ່ອນທີ່ຈະຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະການປະຕິບັດຕົວເລກຄາດໝາຍຂອງເເຜນພັດທະນາເສດຖະກິດ-ສັງຄົມ 5 ປີວາງໄວ້ ເຫັນວ່າມີບາງຕົວເລກຄາດໝາຍບໍ່ທັນບັນລຸ, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງຂົງເຂດສຶກສາ ເເລະ ສາທາລະນະສຸກ, ການປະລະການຮຽນຂອງນັກຮຽນ, ການສ້າງຄອບຄົວ-ບ້ານວັດທະນະທໍາມີລັກສະນະເພີ່ມຂຶ້ນ ເເຕ່ຄຸນນະພາບຍັງບໍ່ທັນສົມຄູ່ກັບນາມມະຍົດ; ການຂຸດຄົ້ນ-ນໍາໃຊ້ທ່າເເຮງບົ່ມຊ້ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຍັງບໍ່ທັນແຂງແຮງ; ການຈັດຕັ້ງປະຕິບັດວາລະເເຫ່ງຊາດ, ການແກ້ໄຂບັນຫາຢາເສບຕິດ, ການເເກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ຍັງບໍ່ທັນເປັນຮູບປະທໍາຕົວຈິງຫລາຍຂຶ້ນ ເຊິ່ງເຫັນໄດ້ການນໍາເຂົ້າສິນຄ້າ-ເຄື່ອງອຸປະໂພກ-ບໍລິໂພກ, ການສ້າງຖານການຜະລິດເພື່ອທົດເເທນການນໍາເຂົ້າ ເເລະ ເປັນສິນຄ້າສົ່ງອອກຍັງຈໍາກັດ; ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາການເສບ, ການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.
ໂດຍ: ສ. ແກ້ວໄຊຍະວົງ