ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ຄວງ ຊະເຣງ ເຈົ້າຄອງນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ເຮັດວຽກ ແລະ ສືບຕໍ່ເຊັນສັນຍານະຄອນມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ ລະຫວ່າງວັນທີ 14-16 ກັນຍາ 2025 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ສືບຕໍ່ການຮ່ວມມື ລະຫວ່າງ ສອງນະຄອນຫຼວງຂອງສອງປະເທດໃຫ້ນັບມື້ນັບແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ໃນກອງປະຊຸມພົບປະສອງຝ່າຍ, ທ່ານ ຄວງ ຊະເຣງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອາດສະພັງທອງ ສີພັນດອນ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງພະນົມເປັນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນປະທານ ຄັ້ງທີ 44, 45 ແລະ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024, ທ່ານ ຍັງໄດ້ຊົມເຊີຍວັນສະຖາປະນາ ສປປ ລາວ ຫຼື ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີຕື່ມອີກ.
ທ່ານ ຄວງຊະເຣງ ຍັງໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງນະຄອນຫຼວງພະນົມເປັນ ໂດຍສະເພາະຣາຊະອານາຈັກກຳປູເຈຍ ໄດ້ຫຼຸດພົ້ນ ແລະ ປະກາດເອກະລາດ ໃນວັນທີ 7 ມັງກອນ 1979 ດ້ວຍຄວາມປີຊາສາມາດຂອງບັນດາການນໍາເຮັດໃຫ້ ມີຄວາມສາມາດສ້າງລາຍຮັບຈາກປະເທດມີລາຍຮັບໜ້ອຍເຖິງປານກາງ ແລະ ມີເປົ້າໝາຍໃຫ້ໄດ້ລາຍຮັບປານກາງໃນປີ 2050.
ສ່ວນເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຂອບໃຈ ເຈົ້າຄອງນະຄອນຫຼວງພະນົມເປັນ ທີ່ໄດ້ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ຖານເພື່ອນມິດ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍຢ່າງເປັນທາງການໃນຄັ້ງນີ້. ເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ລາຍງານສະພາບ ເສດຖະກິດ-ສັງຄົມ ທິດທາງ ແລະ ຄາດໝາຍການພັດທະນານະຄອນຫຼວງວຽງຈັນໃຫ້ຝ່າຍກຳປູເຈຍໄດ້ຮັບຊາບ ພ້ອມທັງ ໄດ້ສະເໜີບາງທິດທາງການຮ່ວມມື ລະຫວ່າງ ສອງນະຄອນຫຼວງ ໂດຍສະເພາະການ
ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ພະແນກການ ຂະແໜງການ ຂອງສອງນະຄອນຫຼວງ ໃຫ້ໄດ້ການຮ່ວມມືກັນ ເປັນໂຄງການລະອຽດ ເຊັ່ນ: ການຮ່ວມມືດ້ານການຄ້າ ການລົງທືນ ວັດທະນະທຳ ທ່ອງທ່ຽວ ການຄຸ້ມຄອງບໍລິຫານຕົວເມືອງ ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງດ້ານການເງິນ ໃນຖານະເປັນນະຄອນຫຼວງຂອງປະເທດ.
ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ບັນດາທຸລະກິດຂອງສອງປະເທດ ໄປລົງທຶນ ແລະ ດໍາເນີນທຸລະກິດ ຢູ່ສອງນະຄອນຫຼວງ. ສືບຕໍ່ຊຸກຍູ້ການຈັດກິດຈະກຳຕ່າງໆ ຂອງສອງນະຄອນຫຼວງ ທີ່ຈັດຂຶ້ນ ໂດຍການຈັດສົ່ງຄະນະຜູ້ແທນຂອງຕົນເຂົ້າຮ່ວມງານຕາມເງື່ອນໄຂຕົວຈິງ. ໃນຖານະທີ່ສອງນະຄອນຫຼວງແມ່ນສະມາຊິກສະມາຄົມ AIMF ສະເໜີໃຫ້ສອງຝ່າຍຊ່ວຍສົ່ງເສີມບັນດາໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມ ຊຶ່ງນະຄອນຫຼວງພະນົມເປັນໄດ້ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ຂໍ້ສະເໜີຂອງນະຄອນຫຼວງວຽງຈັນ.
ຈາກນັ້ນ, ໄດ້ມີການລົງນາມສັນຍາສືບຕໍ່ເປັນນະຄອນມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເພື່ອສົ່ງເສີມການການຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ ລະຫວ່າງສອງນະຄອນຫຼວງ ໂດຍໄດ້ເຫັນດີເປັນເອກະພາບກັນ ດັ່ງນີ້: ສອງຝ່າຍ ຈະແລກປ່ຽນຄະນະຜູ້ແທນ ຂອງສອງນະຄອນຫຼວງ ໃນລະດັບຕ່າງໆ ເພື່ອສ້າງຄວາມເຂົ້າໃຈ ແລະ ຈັດກິດຈະກຳແລກປ່ຽນເຊິ່ງກັນ ແລະ ກັນ. ສອງຝ່າຍເຫັນດີຜັນຂະຫຍາຍບັນດາຄວາມພະຍາຍາມຮ່ວມມືໃນຂົງເຂດການແລກປ່ຽນລະຫວ່າງປະຊາຊົນ ກັບ ປະຊາຊົນ ແບ່ງປັນຂໍ້ມູນຂ່າວສານ ເປັນຕົ້ນ: ນະຄອນອັດສະລິຍະ ຄວາມຮູ້ດິຈິຕອນ ແລະ ກອງປະຊຸມເຄືອຂ່າຍອື່ນໆ. ສອງຝ່າຍຈະສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະແນກການກ່ຽວຂ້ອງຂອງສຶງນະຄອນຫຼວງ ແລະ ຈະສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນວັດທະນະທໍາ, ການສຶກສາ ແລະ ຂົງເຂດອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ທຸກຂໍ້ຂັດແຍ້ງທີ່ເກີດຂຶ້ນໃນການຕີຄວາມໝາຍ ຫຼື ການປະຕິບັດສັນຍາສະບັບນີ້ ຈະຕ້ອງຖືກແກ້ໄຂແບບເພື່ອນມິດ ໂດຍຜ່ານການເປິດສາຫາລື ຫຼື ການເຈລະຈາ ລະຫວ່າງ ຄູ່ສັນຍາທັງສອງຝ່າຍ. ເນື້ອໃນຂໍ້ຄວາມໃດໆທີ່ຂັດກັບສັນຍາສະບັບນີ້ຈະຖືກຍົກເລີກພາຍໃຕ້ກົດໝາຍ ແລະ ລະບຽບການຂອງທັງສອງປະເທດ.
ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດພິເສດຂອງນະຄອນຫຼວງພະນົມເປັນ ຊຶ່ງເປັນຖານການຜະລິດສິນຄ້າຄົບວົງຈອນ ມີບັນດານັກລົງທຶນທັງພາຍໃນ ແລະຕ່າງປະເທດ ສ່ວນໃຫຍ່ແມ່ນຂອງປະເທດຍີ່ປຸ່ນ ແລະ ສປ ຈີນ. ໃນຕໍ່ໜ້າຄາດວ່າຈະມີນັກລົງທຶນຈໍານວນຫຼາຍເຂົ້າມາລົງທຶນໃນເຂດດັ່ງກ່າວ.
ທີ່ມາ: ວຽງຈັນໃໝ່