ສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳ ສປປ ລາວ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 10 ປີ ແລະເທດສະການໄຫວ້ພະຈັນຂອງຊາວຈີນຕ່າງດ້າວໃນລາວ ປະຈຳປີ 2025

ໃນວັນທີ 2 ຕຸລາ 2025 ສະພາການຄ້າ ຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຈັດພິທີສະເຫຼີມ ສະຫຼອງວັນສ້າງຕັ້ງ ຄົບຮອບ 10 ປີ ແລະ ເທດສະການໄຫວ້ພະຈັນຂອງຊາວຈີນຕ່າງດ້າວໃນລາວ ປະຈໍາປີ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍ ເຈົ້າຄອງນະຄອນຫລວງວຽງຈັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ປະທານສະມາຄົມມິດຕະພາບ ລາວ-ຈີນ, ຕາງໜ້າຄະນະກໍາມະການຮ່ວມມື ລາວ-ຈີນ, ຊາວຈີນຕ່າງດ້າວ, ວິສາຫະກິດຈີນ, ແລະພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບູລະພາ ສັນຕິຄົງຄາ (Yao Bin) ປະທານສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳ ສປປ ລາວ ກ່າວປາໄສເຖິງພາລະກິດໃນການຮັບໃຊ້ຊາວຈີນຕ່າງດ້າວ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໄພພິບັດຕ່າງໆ ບໍ່ວ່າຈະເປັນນ້ຳຖ້ວມອັດຕະປື, ອຸບັດຕິເຫດ, ໂຄວິດ 19, ດຳເນີນໂຄງການສາທາລະນະປະໂຫຍດຢ່າງຕໍ່ເນື່ອງ ຈົນເປັນອົງກອນທຳອິດທີ່ໄດ້ຮັບລາງວັນຫຼຽນໄຊພັດທະນາ ຊັ້ນ 3 ຈາກລັດຖະບານລາວ.

ຕະຫຼອດໄລຍະເວລາ 10 ປີ ທີ່ຜ່ານມາວຽກງານຊຸກຍູ້ດ້ານເສດຖະກິດການຄ້າ ແລະການຮ່ວມມືລະຫວ່າງ ລາວ-ຈີນ ໄດ້ຈັດເວທີປຶກສາຫາລືການຮ່ວມມື ລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ສອງຄັ້ງຕິດຕໍ່ກັນ ແລະຍັງໄດ້ຮ່ວມເປັນເຈົ້າພາບຈັດກອງປະຊຸມເວທີປາໄສໂປອາວເພື່ອອາຊີ ແລະ ອີກຫຼາຍກອງປະຊຸມ ເພື່ອຊຸກຍູ້ການຮ່ວມມື ລາວ-ຈີນ ຢ່າງຕໍ່ເນື່ອງ.

ພ້ອມກັນນັ້ນ ໃນປີ 2018 ສະພາການຄ້າ ຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ໄດ້ເປີດຕົວ “ຈົງຮວາສືປ້າວ” ເພື່ອເປັນການປິດຊ່ອງຫວ່າງການຂາດແຄນໜັງສືພິມພາສາຈີນໃນລາວ. ຕະຫຼອດໄລຍະເວລາທີ່ຜ່ານມາສະພາການຄ້າຊາວຈີນຕ່າງດ້າວປະຈຳ ສປປ ລາວ ໄດ້ເຂົ້າຮ່ວມກິດຈະກຳສາກົນສຳຄັນເຊັ່ນ: ກອງປະຊຸມທຸລະກິດ ຈີນ-ອາຊຽນ, ເຊັນສັນຍາຮ່ວມມືກັບ ສະພາການຄ້າຊາວຈີນຕ່າງດ້າວໃນປະເທດບ້ານໃກ້ເຮືອນຄຽງ. ນອກຈາກນີ້ ຍັງໄດ້ສ້າງສູນວິໄຈ ແລະ ສະມາຄົມຊາວໜຸ່ມ ເພື່ອສົ່ງເສີມການພັດທະນາຊຸມຊົນຈີນໃນລາວ.

ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳເຫັນໃນງານວ່າ ອົງການປົກຄອງນະຄອນຫຼວງວຽງຈັນ ຕີລາຄາສູງຕໍ່ບົດບາດຂອງສະພາການຄ້າຊາວຈີນຕ່າງດ້າວຕະຫຼອດໄລຍະເວລາ 10 ປີທີ່ຜ່ານມາທີ່ໄດ້ສ້າງເວທີຮ່ວມມືຢ່າງຕັ້ງໜ້າ, ຊຸກຍູ້ການພັດທະນາວິສາກິດຈີນໃນລາວ, ສົ່ງເສີມການແລກປ່ຽນການຄ້າລະຫວ່າງ ລາວ-ຈີນ ແລະ ຄຽງຄູ່ໄປກັບການພັດທະນາສັງຄົມກໍຄືໄດ້ດຳເນີນວຽກງານມະນຸດສະທຳຊ່ວຍເຫຼືອສັງຄົມຢ່າງກວ້າງຂວາງ, ຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ, ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຈີນ ທີ່ເປັນມູນເຊື້ອ ຈົນກາຍເປັນກົນໄກສຳຄັນທີ່ບໍ່ພຽງແຕ່ເພີ່ມທະວີຄວາມສຳພັນລະຫວ່າງສອງຊາດເທົ່ານັ້ນແຕ່ຍັງປະກອບສ່ວນໃນການພັດທະນາເສດຖະກິດຂອງ ສປປ ລາວ ອີກດ້ວຍ ແລະຫວັງວ່າສະພາການຄ້າຊາວຈີນຕ່າງດ້າວຈະສືບຕໍ່ສ້າງມາດຕະຖານການດຳເນີນງານວິສາຫະກິດຂອງຈີນ, ປັບປຸງກົນໄກການຮ່ວມມືໃຫ້ມີຄວາມວ່ອງໄວ, ມີປະສິດທິພາບ, ພ້ອມທັງສືບຕໍ່ຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງເລິກເຊິ່ງ.

ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວອວຍພອນໃນເທດສະການໄຫວ້ພະຈັນ ແລະການເຕີບໃຫຍ່ຂະຫຍາຍຕົວຂອງ ສປ ຈີນ 76 ປີ ທີ່ຜ່ານມານັບແຕ່ປະເທດຈີນສະຖາປະນາຂຶ້ນ. ທ່ານໄດ້ກ່າວເຖິງການຮ່ວມມືຂອງທັງສອງປະເທດໂດຍເສັ້ນທາງລົດໄຟ ລາວ-ຈີນ ກາຍເປັນ “ເສັ້ນທາງເສດຖະກິດທາງ” ເຊື່ອມຕໍ່ຈີນກັບອາຊຽນ. ພ້ອມທັງໄດ້ເນັ້ນບົດບາດສຳຄັນຂອງສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳ ສປປ ລາວ ໃນການເຕົ້າໂຮມຄວາມສາມັກຄີຂອງຊາວຈີນ ແລະສົ່ງເສີມເສດຖະກິດສັງຄົມຂອງທ້ອງຖິ່ນໃນລາວ.

ພາຍໃນງານຄັ້ງນີ້ຍັງໄດ້ມີພິທີເປີດປ້າຍສູນວິໄຈຊາວຈີນຕ່າງດ້າວ ປະຈຳ ສປປ ລາວ, ເປີດປື້ມປະຫວັດສາດ ຊາວຈີນຕ່າງດ້າວ ປະຈຳລາວ, ການສະແດງສິລະ, ການຮ້ອງເພັງລວມ ເກີ່ຊ້າງຈູໂກ ຮ່ວມກັບທ່ານເອກ ອັກຄະລັດຖະທູດຈີນ ພ້ອມດ້ວຍຕ່າງໜ້າຊາວຈີນຕ່າງດ້າວໃນລາວ ແລະກີດຈະກຳແຈກຂອງລາງວັນຕື່ມອີກ.