ຫົວໜ້າ ADB ຕິດຕາມເບິ່ງຜົນສຳເລັດໂຄງການພັດທະນາຕົວເມືອງ ແລະກະສິກຳ ຢູ່ຫຼວງນໍ້າທາ

ໃນລະຫວ່າງວັນທີ 1-3 ຕຸລາ 2025, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ ພ້ອມຄະນະຕົວແທນຈາກກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສື່ມວນຊົນ ADB ແລະ ສື່ມວນຊົນລາວຈາກສູນກາງ ໄດ້ເດີນທາງໄປຢ້ຽມຢາມແລະຕິດຕາມຜົນການດຳເນີນງານຂອງໂຄງການພັດທະນາຕົວເມືອງຕາມແນວທາງອະນຸພາກພື້ນແມ່ນໍ້າຂອງ 2 (GMS2) ຢູ່ເມືອງຫລວງນໍ້າທາແຂວງຫຼວງນໍ້າທາ.
 
ການເຄື່ອນໄຫວຄັ້ງນີ້ ໄດ້ມີຈຸດປະສົງເພື່ອຕິດຕາມຜົນສຳເລັດ ແລະ ຮັບຟັງຄວາມຄິດເຫັນຈາກພາກສ່ວນກ່ຽວຂ້ອງຂອງທ້ອງຖິ່ນ ກ່ຽວກັບຜົນປະໂຫຍດທີ່ປະຊາຊົນໄດ້ຮັບຈາກໂຄງການ. ທ່ານນາງແຊນນີ ແລະຄະນະໄດ້ເຂົ້າພົບທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ເພື່ອປຶກສາຫາລື ແລະ ແລກປ່ຽນຂໍ້ມູນກັບໂຄງການພັດທະນາໃນພື້ນທີ່.
 
ຄະນະໄດ້ເຂົ້າຢ້ຽມເບິ່ງບັນດາໂຄງການຍ່ອຍໃນຕົວເມືອງຫຼວງນໍ້າທາ ເຊັ່ນ: ການຟື້ນຟູ ແລະ ປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອໃຫ້ມີລະບົບຄວບຄຸມທີ່ມີມາດຕະຖານ, ການປັບປຸງໂຄງລ່າງບ້ານລວມເຖິງເສັ້ນທາງ ແລະ ຮ່ອງລະບາຍນໍ້າ, ການກໍ່ສ້າງຂົວນໍ້າທາ ແລະ ການພັດທະນາຕະຫຼາດກາງຄືນໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ.
 
ຫຼັງຈາກນັ້ນ ຄະນະຍັງໄດ້ເຂົ້າຢ້ຽມຢາມບ້ານດອນສຳພັນ, ບ້ານຫາດຍາວ, ບ້ານນໍ້າດີ ແລະ ບ້ານວຽງເໜືອ ເພື່ອຮັບຟັງຄວາມຄິດເຫັນຈາກປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນປະໂຫຍດໂດຍກົງ ໂດຍພົບວ່າ ປະຊາຊົນມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ, ມີລາຍຮັບເພີ່ມ ແລະ ມີຄວາມພາກພູມໃຈໃນການຮ່ວມມືກັບໂຄງການ.
 
ນອກຈາກນັ້ນ ທ່ານນາງແຊນນີ ແລະຄະນະຍັງໄດ້ເຂົ້າເບິ່ງໂຄງການພັດທະນາພື້ນຖານໂຄງລ່າງກະສິກຳຢູ່ບ້ານນໍ້າທຸງ ເມືອງຫລວງນໍ້າທາ ເຊັ່ນ: ລະບົບຊົນລະປະທານ ແລະການອອກໃບຕາດິນ ເຊິ່ງຊ່ວຍເສີມການຜະລິດ ສ້າງລາຍຮັບ ແລະຍົກລະດັບຄຸນນະພາບຊີວິດຂອງຊາວບ້ານໃຫ້ດີຂຶ້ນຢ່າງຍືນຍົງ.
 
ການຢ້ຽມຢາມຄັ້ງນີ້ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງ ADB ໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ເພີ່ມປະສິດທິຜົນຂອງໂຄງການທີ່ຮ່ວມມືກັບລັດຖະບານລາວ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງພື້ນຖານໃຫ້ແຂວງຫຼວງນໍ້າທາເປັນເມືອງສະອາດ, ຫນ້າຢູ່ ແລະ ຫນ້າທ່ອງທ່ຽວຢ່າງແທ້ຈິງ.
ຂ່າວ: ສາວລາວໃຕ້