ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ

ຕອນແລງວັນທີ 1 ຕຸລາ 2025, ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບ ທ່ານ ນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງ ວັນທີ 1-3 ຕຸລານີ້ ທີ່ສໍານັກງານປົກຄອງແຂວງຫຼວງນໍ້າທາ.
ໃນໂອກາດດັ່ງກ່າວ, ທ່ານ ຮອງເຈົ້າແຂວງ ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ແຊນນີ ແຄັມເບວ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຊຶ່ງມີຄວາມໝາຍສໍາຄັນຍິ່ງ ທັງເປັນການເສີມຂະຫຍາຍ, ການພົວພັນການຮ່ວມມື ລະຫວ່າງແຂວງ ຫຼວງນໍ້າທາ ກັບ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ກໍ່ຄືການທົບທວນການຮ່ວມມືໃນໄລຍະ ຜ່ານມາ ແລະ ການຮ່ວມມື ໃນຕໍ່ໜ້າ, ຕາງໜ້າໃຫ້ ຄະນະນໍາອົງການປົກຄອງແຂວງຫຼວງນໍ້າທາ ແລະ ໃນນາມສ່ວນຕົວ, ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ທະນາຄານພັດທະນາອາຊີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນໃຫ້ການຊ່ວຍເຫຼືອແຂວງຫຼວງນໍ້າທາ ເຂົ້າໃນການພັດທະນາໂຄງລ່າງພື້ນຖານໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງ ວ່າຈະໄດ້ຮັບການພິຈາລະນາໃຫ້ການຊ່ວຍເຫຼືອແຂວງຫຼວງນໍ້າທາ ໃນຕໍ່ໜ້າຕື່ມອີກ.
ຈາກນັ້ນ ທ່ານ ຮອງເຈົ້າແຂວງ ໄດ້ລາຍງານສະພາບການຕ່າງໆ ຂອງແຂວງໃຫ້ຮູ້ໂດຍຫຍໍ້ ວ່າ: ສໍາລັບການໃຫ້ທຶນຈາກທະນາຄານພັດທະນາອາຊີ (ADB) ແກ່ແຂວງຫຼວງນໍ້າທາ ໃນໄລຍະຜ່ານມາ ແລະ ປັດຈຸບັນ ມີ: ຂະແໜງໂຍທາທິການ ແລະ ຂົນສົ່ງ: ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ2 ຕົວເມືອງຫຼວງນໍ້າທາ ລວມມີ 8 ໂຄງການ 8 ສັນຍາ ລວມມູນຄ່າທັງໝົດ 18,264 ລ້ານໂດລາ,ຂະແໜງກະສິກຳ ແລະ ສິ່ງແວດລ້ອມ: ໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ ເພື່ອຄໍ້າສະບຽງອາຫານ, ຜະລິດກະສິກຳເປັນສິນຄ້າ ແລະ ເຂົ້າເຖິງພື້ນທີ່ການຜະລິດ ແຕ່ປີ 2011-2016 ລວມມີ 9 ໂຄງການ ໄດ້ຮັບທຶນ ຊ່ວຍເຫຼືອ ມູນຄ່າ 32,570 ຕື້ກີບ ແລະ ປີ 2018-2023 ລວມມີ 6 ໂຄງການ ລວມມູນຄ່າ 7,174 ລ້ານໂດລາຈັດຕັ້ງປະຕິບັດຢູ່ 3 ເມືອງ (ເມືອງຫຼວງນໍ້າທາ, ເມືອງສິງ ແລະ ເມືອງລອງ), ໂຄງການລ້ຽງສັດຜະລິດເປັນສິນຄ້າ ແຕ່ປີ 2015-2022 ໄດ້ຮັບທຶນກູ້ຢືມ ມູນຄ່າ 5,4 ຕື້ກີບ ແລະ 609.234 ໂດລາ ຈັດຕັ້ງປະຕິບັດຢູ່ 3 ເມືອງ (ເມືອງສິງ, ເມືອງລອງ ແລະ ເມືອງນາແລ), ໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພີ່ມ ເປັນໂຄງການສືບຕໍ່ພັດທະນາໂຄງລ່າງ ຊົນນະບົດພາກເໜືອ ໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ຄື: (ເມືອງຫຼວງນໍ້າທາ, ເມືອງສິງ ແລະ ເມືອງລອງ ຊ່ວງປີ 2017-2024 ມູນຄ່າໂຄງການ 35,6 ລ້ານໂດລາສະຫະລັດ, ຟື້ນຟູໂຄງລ່າງພື້ນຖານຊົນລະປະທານ ມີ 6 ໂຄງການ ມູນຄ່າ 6,331 ລ້ານໂດລາ.
ໂອກາດນີ້ ທ່ານ ນາງ ແຊນນີ ແຄັມເບວ ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ທ່ານ ຮອງເຈົ້າແຂວງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງຈຸດປະສົງ ຂອງການໄປຢ້ຽມຢາມໃຫ້ກັບທ່ານຮອງເຈົ້າແຂວງ ຮັບຊາບ.
.
- ໜັງສືພິມເສດຖະກິດ-ສັງຄົມ