
ວັນທີ 7 ຕຸລາ 2024, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ ຂອງເມືອງຊະນະສົມບູນ ແຂວງຈໍາປາສັກ. ມີ ທ່ານ ປອ.ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ IX ເຈົ້າແຂວງຈໍາປາສັກ ພ້ອມດ້ວຍ ທ່ານ ອຸດົມສັກ ດີວິໄຊ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ການນໍາພະແນກການກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ ຂອງເມືອງຊະນະສົມບູນ. ພິທີຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ, ມີ ທ່ານ ນາງ ພູໄພທອງ ພິມມະວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ, ທ່ານ ຄໍາສີ ຫຼິນສະຫວາດ ກໍາມະການພັກແຂວງ ປະທານຄະນະກໍາມະການປົກເມືອງ ພ້ອມດ້ວຍການນໍາເມືອງ, ການນໍາຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພ້ອມດ້ວຍຄະນະພັກ - ອົງການປົກຄອງບ້ານ 8 ບ້ານ ຄື: ບ້ານຄໍາບອນ, ບ້ານແກ້ງໄມ້ເຮ້ຍ, ບ້ານນາດ່ານ, ບ້ານຄີລີ, ບ້ານດອນແຊ, ບ້ານແຊລະບຳ, ບ້ານໂຊໂລນ້ອຍ, ບ້ານໂຊໂລໃຫຍ່ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນປະຖົມບ້ານສຸວັນນະຄີລີ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ພູໄພທອງ ພິມມະວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ລາຍງານວ່າ: ປີ 2025 ຢູ່ເມືອງຊະນະສົມບູນ ໄດ້ເກີດມີສະພາບນໍ້າຖ້ວມ3 ຄັ້ງ ເຮັດໃຫ້ເນື້ອທີ່ນາດໍາ ແລະ ນາຫວ່ານຂອງຊາວກະສິກອນ ຖືກຖ້ວມລວມມີ 26 ບ້ານ, ມີ 1.062 ຄອບຄົວ, ມີຈຳນວນພົນ 3.849 ຄົນ, ຍິງ 2.481 ຄົນ, ເນື້ອທີ່ນາຖືກຖ້ວມທັງໝົດ 1.043 ກວ່າເຮັກຕາ. ສະເພາະບ້ານຄີລີ ກໍແມ່ນໜຶ່ງທີ່ໄດ້ຮັບຜົນກະທົບທຸກຄັ້ງ, ບ້ານຄີລີ ມີ 2 ຄຸ້ມບ້ານ ຄື: ຄຸ້ມຄີລີ ແລະ ຄຸ້ມຄໍາຢາດ, ມີ 392 ຄອບຄົວ, ຈໍານວນພົນ 1.867 ຄົນ, ຍິງ 375 ຄົນ, ໃນນັ້ນ ຄອບຄົວທີ່ຖືກຜົນກະທົບມີ 30 ຄອບຄົວ, ຈໍານວນ 125 ຄົນ, ຍິງ 89 ຄົນ, ເນື້ອທີ່ນາຖືກ ຖ້ວມ 48,73 ເຮັກຕາ, ເນື້ອທີ່ນາຖືກເສຍຫາຍ 23,8 ເຮັກຕາ. ສ່ວນພາຫະນະ ແລະ ສັດລ້ຽງຕ່າງໆ ແມ່ນໄດ້ເຄື່ອນຍ້າຍໄປໄວ້ຢຸ່ບ່ອນທີ່ມີຄວາມປອດໄພ. ເສັ້ນທາງເຂົ້າບ້ານທີ່ຖືກນໍ້າຖ້ວມ ມີ 4 ບ້ານຄື: ບ້ານຄີລີ, ບ້ານນາຂາມ, ບ້ານເລົ່າ (ຄຸ້ມແກ້ງໄມ້ເຮີ້ຍ) ແລະ ບ້ານໂສໂລນ້ອຍ. ນອກຈາກນໍ້າຖ້ວມທາງແລ້ວ ຍັງມີເສົາໄຟຟ້າຫັກຢູ່ຈຸດບ້ານໜອງໂນ ແລະ ຕາຝັ່ງເຈື່ອນ ຢູ່ບ້ານໂສໂລນ້ອຍ. ສໍາລັບການຊ່ວຍເຫຼືອເບື້ອງຕົ້ນ, ການນໍາຂອງແຂວງ ແລະ ການນໍາເມືອງ ໄດ້ໃຫ້ການຊ່ວຍເຫຼືອສຸກເສີນແກ່ບ້ານບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານຄີລີ ແລະ ບ້ານນາຂາມ ໃນ 4 ຄຸ້ມບ້ານ ຈຳນວນ 101 ລ້ານກວ່າກີບ. ນອກນີ້ ຍັງໄດ້ຮັບການຊ່ວຍຈາກໂຄງການ ຢູເອັນດີພີ ແລະ ໂຄງການອັອກຟາມ ເປັນຕົ້ນແມ່ນການສ້າງສູນຫຼົບໄພ, ເສື້ອຊູຊີບ ແລະ ອື່ນໆ ໃຫ້ແກ່ປະຊາຊົນບ້ານຄີ ແລະ ບ້ານໂສໂລນ້ອຍ. ຕອນທ້າຍ ຍັງໄດ້ສະເໜີໃຫ້ການຈັດຕັ້ງພັກ - ລັດ, ຂັ້ນເທິງຊ່ວຍເຫຼືອສ້ອມແປງທາງ ພາຍຫຼັງນໍ້າບົກ ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກ ແລະ ຖ້າເປັນໄປໄດ້ ຢາກໃຫ້ຊ່ວຍກໍ່ສ້າງທາງເຂົ້າບ້ານທີ່ໄດ້ມາດຕະຖານ ແບບນໍ້າບໍ່ສາມາດຖ້ວມໄດ້.
ຕໍ່ມາ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍມີຄໍາເຫັນໂອ້ລົມຕໍ່ຄະນະພັກ - ອົງການປົກຄອງບ້ານ, ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ 8 ບ້ານ ທີ່ໄດ້ຮັບຜົນຈາກນໍ້າຖ້ວມຄັ້ງນີ້, ກ່ອນອື່ນທ່ານໄດ້ຍົກໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານທີ່ມີຕໍ່ພໍ່ແມ່ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ, ຍົກໃຫ້ເຫັນສະພາບຜົນກະທົບຈາກນໍ້າຖ້ວມຢູ່ບັນດາແຂວງພາກເໜືອ. ຈາກນັ້ນ, ທ່ານກໍຮຽກຮ້ອງພໍ່ແມ່ປະຊາຊົນມີແນວຄິດທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເພາະວ່າຍາມໃດ ພັກ ແລະ ລັດ ກໍເອົາໃຈໃສ່ດູແລເບິ່ງແຍງປະຊາຊົນສະເໝີ. ພ້ອມນີ້ ທ່ານກໍມີຄໍາເຫັນຊີ້ນຳ ໃຫ້ທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ດູແລເບິ່ງແຍງຊ່ວຍເຫຼືອປະຊາຊົນ ພ້ອມທັງແນະນໍາໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ເອົາໃຈໃສ່ເກັບກຳຂໍ້ມູນຜົນເສຍຫາຍລະອຽດ ເພື່ອລາຍງານ ແລະ ລົງເລິກຄົ້ນຄວ້າສະເໜີແກ້ໄຂສ້ອມແປງທາງ ທັງໃນໄລຍະສັ້ນ, ສະເພາະໜ້າ ແລະ ຍາວນານ, ຄົ້ນຄວ້າຊອກຫາແນວພັນ, ຊຸກຍູ້ສົ່ງເສີມໃຫ້ແກ່ປະຊາຊົນສຸມໃສ່ການຜະລິດ ໂດຍປູກພືດທົດແທນຜົນຜະລິດທີ່ໄດ້ຮັບຜົນກະທົບ ເພື່ອພັດທະນາຄຸນນະພາບຊີວິດ ຕາມທິດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ປະກອບສ່ວນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ວຍພັດທະນາ.
ຕອນທ້າຍ, ກໍໄດ້ມອບເຂົ້າສານ, ນໍ້າດື່ມ ແລະ ໝີ່ ລວມມູນຄ່າ 397 ລ້ານກວ່າກີບ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານຂອງເມືອງຊະນະສົມບູນ ເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ປະຊາຊົນ 8 ບ້ານດັ່ງກ່າວທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ. ພ້ອມນີ້ ກໍໄດ້ມອບຂອງຂວັນ ແລະ ເຂົ້າໜົມ ໃຫ້ລູກຫຼານນັກຮຽນທີ່ເຂົ້າຮ່ວມພິທີ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ