
ໃນລະຫວ່າງວັນທີ 01-02 ຕຸລາ 2025 ທີ່ ມະນີລາ, ປະເທດຟີລິບປິນ, ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ: 1) ກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 (The 47th AMAF); 2) ກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ບວກສາມ ຄັ້ງທີ 25 (25th AMAF Plus Three); 3) ກອງປະຊຸມ ລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ-ຍິ່ປຸ່ນ ຄັ້ງທີ 2 (2nd AJMAF); 4) ກອງປະຊຸມພົບປະສອງຝ່າຍອີກຈຳນວນໜຶ່ງ.
ຜູ້ເຂົ້າຮ່ວມກອງປະຊຸມປະກອບມີ ບັນດາ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍຄູ່ຮ່ວມພັດທະນາ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບ ສປປ ລາວ ປະກອບມີ ທ່ານເອກອັກຄະລັດຖະທູດລາວ ປະຈໍາປະເທດຟີລິບປິນ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ຫົວໜ້າກົມປູກຝັງ, ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າກົມປ່າໄມ້, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຮອງຫົວໜ້າກົມຊົນລະປະທານ, ຮອງຫົວໜ້າກົມອາຊຽນ, ຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງການທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດກ່ຽວກັບ: 1) ວຽກງານ ດ້ານອາຫານ, ກະສິກໍາ ແລະ ປ່າໄມ້ ອາຊຽນ ໃນໄລຍະຜ່ານມາ ແລະ ວິໄສທັດຂອງປະຊາຄົມອາຊຽນ ຕໍ່ກັບຂອບການຮ່ວມມືໃນຂະແໜງສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ຮອດປີ 2045; 2) ວຽກງານ ດ້ານອາຫານ, ກະສິກໍາ ແລະ ປ່າໄມ້ ອາຊຽນ ບວກສາມ (ສປ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ) ໃນໄລຍະຜ່ານມາ (2016 - 2025); 3) ເພື່ອຮັບຮອງເອົາແຜນຍຸດທະສາດການຮ່ວມມືໃນຂະແໜງ ສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ ບວກ ສາມ ປີ 2026 – 2035 ແລະ 4) ຮັບຮອງແຜນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ - ຍີ່ປຸ່ນ MIDORI ວ່າດ້ວຍການເພີ່ມທະວີລະບົບການຜະລິດສະບຽງອາຫານ ແລະ ກະສິກໍາ ເພື່ອຄວາມຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ.
ໃນໂອກາດການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສປປ ລາວ ໄດ້ນຳສະເໜີ ແຜນພັດທະນາ ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ທີ່ຕິດພັນກັບຂອບການຮ່ວມມືອາຊຽນໃຫ້ກອງປະຊຸມໄດ້ຮັບຊາບ. ພ້ອມດຽວກັນນັ້ນ, ສປປ ລາວ ໄດ້ນໍາສະເໜີຜົນສໍາເລັດ ຂອງໂຄງການລິເລີ່ມລະບົບນິເວດກະສິກໍາ ຫຼື Lao-facilitated Initiative on Agroecology (LICA) ຂອງ ສປປ ລາວ ທີ່ສະໜັບສະໜູນ ແລະ ສອດຄ່ອງກັບ ນະໂຍບາຍຂອງ ອາຊຽນ ກ່ຽວກັບ ການຫັນປ່ຽນ ເປັນການຜະລິດກະສິກໍານິເວດວິທະຍາ (agroecology). ກອງປະຊຸມໄດ້ເຫັນດີຮັບຮອງເອົາບັນດາເອກະສານ ທີ່ຕິດພັນວຽກງານດ້ານສະບຽງອາຫານ, ກະສິກຳ, ລ້ຽງສັດ ແລະ ປ່າໄມ້ ຂອງບັນດາປະເທດສະມາຊິກອາຊຽນ ຈໍານວນ 22 ສະບັບ; ຮັບຮອງເອົາວຽກງານການຈັດຕັ້ງປະຕິບັດ ຍຸດທະສາດ ການຮ່ວມມື ອາຊຽນ ບວກສາມ ໂດຍສະເພາະ ວຽກງານ ກະສິກໍາທັນສະໄໝ, ຕ່ອງໂສ້ມູນຄ່າການຜະລິດສະບຽງອາຫານ, ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ການຄວບຄຸມສັດຕູພືດ ແລະ ພະຍາດ, ແລະ ຂໍ້ລິເລີ່ມການພັດທະນາຄວາມສາມາດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮ່ວມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ການຈັດຕັ້ງປະຕິບັດແຜນບູລິມະສິດ ດ້ານເສດຖະກິດ ຂອງ ປະເທດ ມາເລເຊຍ ໃນນາມເປັນປະທານ ອາຊຽນ ປີ 2025 ແລະ ກະກຽມແຜນການຈັດຕັ້ງປະຕິບັດ ບູລິມະສິດ ດ້ານເສດຖະກິດ ຂອງປະເທດ ຟີລິບປິນ ໃນການເປັນປະທານ ອາຊຽນ ປີ 2026.
ກອງປະຊຸມ ອາຊຽນ ບວກສາມ ແມ່ນໄດ້ຮັບຮອງເອົາແຜນຍຸດທະສາດການຮ່ວມມືໃນຂະແໜງ ສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ ບວກ ສາມ ປີ 2026-2035, ຊຶ່ງແຜນດັ່ງກ່າວແມ່ນສືບຕໍ່ ປັບປຸງວຽກງານຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການຫັນເປັນດີຈີຕອນ ໃນຂະແໜງ ກະສິກໍາ ແລະ ອາຫານ. ໃນນັ້ນ, ວຽກງານຄັງແຮເຂົ້າສຸກເສີນອາຊຽນ ບວກສາມ (APTERR) ຖືເອົາເປັນບຸລິມະສິດ ເນື່ອງຈາກເປັນວຽກງານການປົກປ້ອງຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງພາກພື້ນ ຫຼື ເປັນຄັງແຮເຂົ້າສຸກເສີນອາຊຽນໃນເວລາເກີດໄພພິບັດ, ຊຶ່ງກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ເປັນຈຸດປະສານງານຫຼັກ ໃນການປະສານງານຂອບການຊ່ວຍເຫຼືອດັ່ງກ່າວ, ສຳລັບສົກປີ 2024-2025 ແມ່ນໄດ້ຮັບເຂົ້າຊ່ວຍເຫຼືອທັງໝົດ 3,800 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບອຸທົກກະໄພ ແລະ ອັກຄີໄພ ແລະ ແຜນປີ 2025-2026 ແມ່ນຈະໄດ້ຮັບ 1,600 ໂຕນ ເພື່ອເກັບຮັກສາໄວ້ເປັນຄັງສໍາຮອງເພື່ອແຈກຢາຍໃຫ້ຜູ້ໄດ້ຮັບຜົນກະທົບໃນເວລາເກີດໄພພິບັດ.
ສໍາລັບກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ຍີ່ປຸ່ນ ແມ່ນໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ - ຍີ່ປຸ່ນ MIDORI ຊຶ່ງເປັນແຜນງານທີ່ຕິດພັນກັບ ວຽກງານ ກະສິກໍາແບບຍືນຍົງ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ສົ່ງເສີມ ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການອະນຸລັກຊີວະນາໆພັນ, ສ້າງລະບົບຕ່ອງໂສ້ມູນຄ່າເພີ້ມໃຫ້ແກ່ຂະແໜງການກະສິກຳ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ, ການພັດທະນາຊັບພະຍາກອນມະນຸດ ແລະ ການແບ່ງປັນຂໍ້ມູນຂ່າວສານ.
ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້, ເຫັນໄດ້ວ່າ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ແມ່ນໄດ້ມີຄວາມເປັນເອກະພາບສູງ ແລະ ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການພັດທະນາ ວຽກງານດ້ານສະບຽງອາຫານ, ການຜະລິດກະສິກຳ ແລະ ປ່າໄມ້ ແຕ່ນີ້ຮອດປີ 2045 ແລະ ຕໍ່ໄປໃນອະນາຄົດ. ຕໍ່ກັບຄວາມເປັນເອກະພາບດັ່ງກ່າວ ແມ່ນຈະສົ່ງຜົນດີ ແລະ ສ້າງໂອກາດໃຫ້ ສປປ ລາວ ໃນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ເປັນຕົ້ນແມ່ນ ໂອກາດໃນການ ແລກປ່ຽນຂໍ້ມູນຂ່າວສານ ດ້ານເຕັກນິກວິຊາການ ກັບບັນດາປະເທດສະມາຊິກອາຊຽນ, ສາມາດເຂົ້າເຖິງ ເຕັກນິກທັນສະໄໝ, ເຕັກໂນໂລຊີ ແລະ ແຫຼ່ງທຶນ ໃນການພັດທະນາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອ ຍົກສູງສະມັດຕະພາບການຜະລິດ ແລະ ສາມາດປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ທັງເປັນການສ້າງຄວາມໝັ້ນຄົງທງດ້ານສະບຽງອາຫານ ແລະ ລາຍຮັບໃຫ້ປະຊາຊົນທີ່ໝັ້ນຄົງ.