ວາງສີລາຈາລຶກກຽມກໍ່ສ້າງປະຕູໂຂງເຂົ້າ ມະຫາວິທະຍາໄລແຫ່ງຊາດ

ພິທີວາງສີລາຈາລຶກໂຄງການກໍ່ສ້າງປະຕູໂຂງເຂົ້າມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ໄດ້ມີຂຶ້ນໃນຕອນເຊົ້າວັນທີ 8 ຕຸລາ 2025 ທີ່ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການ ບໍດີມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ, ມີບັນດາທ່ານຮອງອະທິການບໍດີ, ຕາງໜ້າຫ້ອງການ, ກົມ, ຄະນະບໍດີ, ອຳນວຍການສະຖາບັນ, ສູນ, ໂຮງໝໍ, ຫໍສະໝຸດ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ໄດ້ກ່າວໃຫ້ຮູ້ວ່າ: ໂຄງການກໍ່ສ້າງປະຕູໂຂງເຂົ້າສູ່ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ປະຕູທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ລວມມູນຄ່າການກໍ່ສ້າງທັງໝົດ 560.000 ໂດລາສະຫະລັດ ຊຶ່ງຖືວ່າເປັນໂຄງການເລີ່ມຕົ້ນທີ່ບໍລິສັດມີຈຸດປະສົງສ້າງຄວາມໃກ້ຊິດ ເປັນນິມິດໝາຍຂອງການພົວພັນຮ່ວມມືທີ່ດີ ເພື່ອຈະກ້າວໄປສູ່ການສືບຕໍ່ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ໃນການພັດທະນາຊັບພະຍາກອນມະນຸດໃນຂັ້ນຕໍ່ໄປ, ລວມທັງການຮ່ວມກັນສ້າງຫຼັກສູດການຮຽນການສອນ ກ່ຽວກັບການປູກພືດສະໝຸນໄພເປັນຢາ ເປັນໂຄງການສົ່ງເສີມການລົງທຶນພັດທະນາການກະສິກຳ ແລະ ປ່າໄມ້ ແບບຍືນຍົງ ແລະ ພືດສະໝຸນໄພ ເພື່ອປຸງແຕ່ງຜົນຜະລິດກະສິກຳໃຫ້ເປັນສິນຄ້າ ທີ່ເປັນປະໂຫຍດແກ່ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນໃນການພັດທະນາການຮຽນການສອນ ໃນສາຂາທີ່ກ່ຽວຂ້ອງໃນມະຫາວິທະຍາໄລແຫ່ງຊາດ. ໂຄງການດັ່ງກ່າວ ຈະເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ມື້ວາງສີລາຈາລຶກເປັນຕົ້ນໄປ ແລະ ຄາດວ່າຈະສຳເລັດກ່ອນວັນທີ 1 ທັນວາ 2025 ກ່ອນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ.
ທ່ານອະທິການບໍດີ ມຊ ກ່າວອີກວ່າ: ການຊ່ວຍເຫຼືອລ້າໃນໂຄງການສ້າງປະຕູໂຂງ ຈາກບໍລິສັດເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ຖືເປັນການປະກອບສ່ວນອັນໃຫຍ່ຫຼວງໃນການເສີມສ້າງພື້ນຖານໂຄງລ່າງໃຫ້ມະຫາວິທະຍາໄລແຫ່ງຊາດ ແລະ ເຮັດໃຫ້ມະຫາວິທະຍາໄລແຫ່ງຊາດ ມີໂສມໜ້າໃໝ່ຂຶ້ນຕື່ມອີກ. ສະນັ້ນ, ໃນນາມຄະນະພັກຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບຈໍາກັດ ທີ່ໃຫ້ທຶນຊ່ວຍເຫຼືອໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຮ່ວມມືຂອງສອງຝ່າຍລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ໃນຕໍ່ໜ້າຈະມີການຮ່ວມມືດ້ານວິຊາການໂດຍສະເພາະການສ້າງຫຼັກສູດການຮຽນການສອນທີ່ຕິດພັນກັບການກະເສດ ເພຶ່ອເພີ່ມທາງເລືອກທີ່ຫຼາກຫຼາຍໃຫ້ກັບໄວໜຸ່ມໄດ້ເລືອກເຂົ້າສຶກສາ ເປັນການສ້າງປະໂຫຍດໃຫ້ແກ່ສັງຄົມຫຼາຍກວ່າເກົ່າ.