ຮອງນາຍົກ ຊີ້ນໍາການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ຕອນບ່າຍວັນທີ 7 ຕຸລາ 2025, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານສະພາບ ຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ໄຊຍະບູລີ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີ ໃນປີ 2025 ເຫັນວ່າ ມີໄພພິ ບັດເກີດຂຶ້ນທັງໝົດ 44 ຄັ້ງ. ໃນນັ້ນ: ນໍ້າຖ້ວມ 8 ຄັ້ງ, ລົມພະຍຸພັດ 16 ຄັ້ງ, ໄຟໄໝ້ 17 ຄັ້ງ, ເຊິ່ງໄດ້ສົ່ງຜົນ ກະ ທົບຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ເສັ້ນທາງ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ຈໍາ ນວນ 11 ເມືອງ, 275 ບ້ານ, 7,000 ກວ່າຄອບຄົວ, 36 ພັນກວ່າຄົນ, ເສຍຊິວິດ 3 ຄົນ, ເຮືອນເສຍຫາຍໝົດຫລັງ 32 ຫລັງ (ນໍ້າຖ້ວມ 27 ຫລັງ, ດິນເຈື່ອນທັບຖົມ 2 ຫລັງ ແລະ ໄຟໄໝ້ 3 ຫລັງ), ເນື້ອທີ່ທໍາການຜະລິດເສຍຫາຍ 2.214 ເຮັກຕາ, ສັດລ້ຽງ 23.209 ໂຕ (ງົວ, ຄວາຍ, ໝູ, ແບ້...), ລະບົບຊົນລະປະທານ 38 ແຫ່ງ, ເສັ້ນທາງເສຍຫາຍ 106 ເສັ້ນ, ຂົວ 16 ແຫ່ງ, ຫົວງານນໍ້າປະປາ 4 ແຫ່ງ, ລະບົບນໍ້າລິນຂາດ 13 ແຫ່ງ ແລະ ເສຍຫາຍດ້ານອື່ນໆຈໍານວນຫລາຍ ລວມມູນຄ່າ ເສຍຫາຍທັງໝົດ 273 ກວ່າຕື້ກີບ. ສະເພາະເດືອນກໍລະກົດ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຈາກເຫດການຖ້ວມທັງໝົດ 3 ຄັ້ງ ເຊິ່ງໄດ້ຮັບຜົນກະທົບຢູ່ 10 ເມືອງ, ລວມມູນຄ່າເສຍຫາຍທັງໝົດ 249 ຕື້ກວ່າກີບ.
ສຳລັບ ການຊ່ວຍເຫລືອສຸກເສີນເບື້ອງຕົ້ນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ປຸກລະດົມກໍາ ລັງຂອງ ປກຊ-ປກສ, ຊາວໜຸ່ມ ແລະ ກອງພົນທະຫານຮາບທີ 2 ລວມທັງໝົດ 787 ສະຫາຍ ລົງຊ່ວຍເຫລືອ ແກ້ໄຂສຸກເສີນ, ພ້ອມທັງ ໃຫ້ຄວາມຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ຍົກຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ປະຊາຊົນ ໄປຢູ່ເຂດປອດໄພ. ພາຍຫລັງນໍ້າບົກແຫ້ງ ກໍໄດ້ອານາໄມທີ່ຢູ່ອາໄສ ຂອງປະຊາຊົນ, ສໍານັກ ງານລວມໝູ່ ແລະ ບັນດາເສັ້ນທາງທີ່ຖືກຜົນກະທົບ, ຊຶ່ງຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ໃຫ້ຄວາມຊ່ວຍເຫລືອ ເບື້ອງຕົ້ນແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ພ້ອມທັງປຸກລະດົມຈາກສັງຄົມຢູ່ພາຍໃນແຂວງ ເປັນວັດຖຸ-ປັດໄຈ ຊ່ວຍ ເຫລືອຜູ້ປະສົບໄພ. ນອກນັ້ນ, ແມ່ນໄດ້ແກ້ໄຂເສັ້ນທາງໃຫ້ສາມາດສັນຈອນໄປມາໄດ້ 106 ເສັ້ນ; ສະພາແຫ່ງຊາດ ໄດ້ຊ່ວຍ ເຫລືອອຸປະກອນປຸກສ້າງເຮືອນ 31 ຫລັງ ໃຫ້ຄອບຄົວທີ່ເຮືອນບໍ່ສາມາດອາໄສຢູ່ໄດ້; ໄດ້ໃຫ້ການປິ່ນປົວສຸຂະພາບຂອງປະຊາ ຊົນທີ່ຖືກຜົນກະທົບຢູ່ 18 ບ້ານ, ຈໍານວນ 163 ຄົນ ແລະ ໄດ້ອານາໄມນໍ້າສ້າງ 85 ແຫ່ງ; ຄຽງຄູ່ກັນນັ້ນ, ຄະນະຄຸ້ມຄອງ ໄພພິບັດຂັ້ນສູນກາງ ໄດ້ໃຫ້ການຊ່ວຍເຫລືອແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ເງິນສົດ, ເຂົ້າສານ, ເຄື່ອງໃຊ້ ຄົວເຮືອນ ແລະ ອື່ນໆ. ສຳລັບຄວາມຕ້ອງການງົບປະມານ ໃນການຟື້ນຟູຜົນເສຍຫາຍດັ່ງກ່າວ ຕາມແຜນ 137 ໂຄງການ, ມູນຄ່າທັງໝົດ 153 ຕື້ກວ່າກີບ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີຄວາມເຫັນຊີ້ນໍາ ຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງໄຊຍະບູລີ ເປັນຕົ້ນ ໃຫ້ສືບເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພະຍຸຫົວໃໜ່ ໂດຍໃຫ້ມີລະບົບ ການແຈ້ງເຕືອນລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ມີຄວາມສ່ຽງ ຢ່າງວອ່ງໄວທັນການ ເພື່ອສາມາດກະກຽມ ຄວາມພ້ອມຮັບມື ໄດ້ຢ່າງທັນການ; ໃຫ້ກະກຽມກໍາລັງ ປກຊ-ປກສ ເພື່ອກຽມຄວາມພອ້ມຕ້ານໄພພິບັດທີ່ອາດຈະເກີດ ຂຶ້ນໃນຕໍ່ໜ້າ, ພ້ອມທັງເອົາໃຈໃສ່ຕ້ານການໂຄສະນາໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຮົາ.
ຫລັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮວ່ມເປັນສັກຂີພິຍານ ຕໍ່ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອຈາກຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຊິ່ງກ່າວມອບໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ລວມມູນຄ່າ 300 ລ້ານກວ່າກີບ ເພື່ອນໍາໃຊ້ ເຂົ້າໃນວຽກງານແກ້ໄຂສຸກເສີນ. ພ້ອມນີ້ ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໄປຕິດຕາມເບິ່ງພື້ນທີ່ຕົວຈິງ ໂດຍສະເພາະ ບັນດາພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເປັນຕົ້ນ ຈຸດບ້ານໜອງແຊງ, ບ້ານນາຕໍໃຫຍ່ ແລະ ບ້ານຖິ່ນ ເມືອງໄຊຍະບູລີ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.