ກອງປະຊຸມລັດຖະບານ ປະຈຳເດືອນກັນຍາ ຈະພິຈາລະນາບັນດາຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນເຄິ່ງ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື: ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການປະຈໍາເດືອນຕຸລາ 2025 ຂອງລັດຖະບານ, ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ສະພາບການແກ້ໄຂເສັ້ນທາງແຕ່ຫໍຄໍາ ຫາ 4 ແຍກໄຟແດງສີຫອມ, ແຜນກະກຽມງານບຸນນະມັດສະການພະທາດຫລວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ; ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຄົນພິການ; ຮ່າງດໍາລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ; ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025.
ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນວຸ້ນວາຍ, ບໍ່ທັນມີທ່າທີ ທີ່ຈະຊອກຫາຊ່ອງທາງແກ້ໄຂໄດ້ ໂດຍສະເພາະຄວາມຂັດແຍ່ງທາງດ້ານເສດຖະກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະ ອື່ນໆ ເຊິ່ງຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມືຕໍ່ຜົນກະທົບ ທີ່ອາດຈະເກີດຂຶ້ນ. ບັນຫາເຫລົ່ານີ້, ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫລາຍປະເທດ ໂດຍສະເພາະ ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ, ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ, ລວມທັງ ສປປ ລາວ ກໍບໍ່ສາມາດຫລີກລ່ຽງຜົນກະທົບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ເຊັ່ນດຽວກັນ. ສຳລັບຢູ່ພາຍໃນປະເທດເຮົາ ກໍມີໄພພິບັດທຳມະຊາດເກີດຂຶ້ນຢ່າງໜັກໜ່ວງ ໂດຍສະເພາະ ຜົນກະທົບຈາກພະຍຸບົວລອຍ ເຮັດໃຫ້ຝົນຕົກໜັກ ນໍ້າຖ້ວມ-ນໍ້າປ່າໄຫລຊຸ ຢູ່ 10 ແຂວງ, 34 ເມືອງ, 131 ບ້ານ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ, ທັງສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຊຶ່ງຕ້ອງໄດ້ຮີບຮ້ອນສຸມໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ໂດຍສະເພາະ ບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ພ້ອມກັນນັ້ນໃນຕໍ່ໜ້າຕ້ອງໄດ້ມີມາດຕະການປ້ອງກັນແຕ່ຫົວທີ ໂດຍສະເພາະຕ້ອງເອົາໄດ້ໃຈໃສ່ໃນການຕິດຕາມ ສະພາບດິນຟ້າອາກາດຢ່າງໃກ້ຊິດ ແລະ ມີການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນໄຟຟ້າໃຫ້ດີ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.