ເຊັນສັນຍາຮ່ວມທຶນ ສ້າງຕັ້ງບໍລິສັດພັດທະນາອຸດສາຫະກຳຕັດຫຍິບ

ພິທີເຊັນສັນຍາຮ່ວມທຶນ ສ້າງຕັ້ງບໍລິສັດພັດທະນາ ອຸດສາຫະກຳຕັດຫຍິບ ຫຼັກ 19 ຈຳກັດ ລະຫວ່າງ ໂຮງງານຕັດຫຍິບເລກ 1 ກອງທັບ ກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ, ໄດ້ຈັດຂຶ້ນ

ວັນທີ 10 ຕຸລາ 2025, ທີ່ໂຮງແຮມສຸພັດຕຣາ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່ພະລາທິການກອງທັບ, ຄະນະນໍາກົມວິຊາສະເພາະ, ຄະນະອໍານວຍການໂຮງງານຕັດຫຍິບເລກ 1 ກອງທັບ, ຄະນະອໍານວຍການບໍລິສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ, ແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ: ຂອງການສ້າງຕັ້ງບໍລິສັດຮ່ວມທຶນແມ່ນ ເພື່ອດໍາເນີນການຜະລິດເຄື່ອງນຸ່ງຫົ່ມສໍາເລັດຮູບ ແບບຄົບວົງຈອນ, ອອກແບບ, ຄັດເລືອກວັດສະດຸ, ຕັດຫຍິບ ແລະ ການພິມລາຍແບບຕ່າງໆ ໃສ່ເສື້ອຜ້າ, ດ້ວຍການນໍາໃຊ້ເຕັກ ໂນໂລຊີ, ເຄື່ອງມືທັນສະໄໝ, ນະວັດຕະກຳ ລວມທັງສີມືແຮງງານທີ່ມີຄວາມຊຳນານການ ເນັ້ນໃສ່ຄຸນນະພາບດີເປັນຫຼັກ ແລະ ປະລິມານ ທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດຜູ້ບໍລິໂພກ ຕາມກະແສໂລກຍຸກປັດຈຸບັນ ທັງພາຍໃນ ແລະ ສາກົນ, ພ້ອມທັງຮັບປະກັນການສ້າງຄວາມເຊື່ອຖືຂອງບໍລິສັດຮ່ວມທຶນ ໃຫ້ເປັນທີ່ຮັບຮູ້ ຍອມຮັບຈາກສັງຄົມ ໂດຍສະເພາະໃນອຸດສາຫະກຳຜະລິດເສື້ອຜ້າສໍາເລັດຮູບ ເພື່ອສາມາດແຂ່ງຂັນໃນລະດັບປະເທດພາກພື້ນ ແລະ ສາກົນ, ເຊິ່ງຈະເປັນໂອກາດສ້າງລາຍໄດ້ ແລະ ກຳໄລໃຫ້ບໍລິສັດ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນ ເສດຖະກິດຂອງປະເທດໃຫ້ນັບມື້ນັບດີຂື້ນ, ໄລຍະເວລາການຮ່ວມທຶນ,
ທັງສອງຝ່າຍໄດ້ຕົກລົງເປັນເອກະພາບ, ກຳນົດອາຍຸສັນຍາຮ່ວມທຶນ 30 ປີ, ໂດຍນັບແຕ່ວັນທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດເປັນຕົ້ນໄປ ແລະ ສາມາດຕໍ່ສັນຍາຕື່ມໄດ້ ບົນພື້ນຖານປະສິດທິຜົນຂອງການດໍາເນີນທຸລະກິດໂດຍຜ່ານ ການຕົກລົງເຫັນດີຈາກ ທັງສອງຝ່າຍ,
ການກໍານົດແຜນດໍາເນີນທຸລະກິດ, ເປົ້າໝາຍ ແລະ ຜະລິດຕະພັນ, ທັງສອງຝ່າຍຕົກລົງເປັນເອກະພາບກຳນົດແຜນດຳເນີນທຸລະກິດ ເປັນ 03 ບາດກ້າວຄື: ບາດກ້າວທີ່ໜຶ່ງ (2024-2025): ດໍາເນີນການກໍ່ສ້າງ ແລະ ປັບປຸງສະຖານທີ່ການຜະລິດ, ຕຶກອາຄານສຳນັກງານ, ຫ້ອງການ, ຫໍພັກ, ສາງ ແລະ ສິ່ງກໍ່ສ້າງອື່ນໆ ໃຫ້ມີສະພາບທີ່ສົມບູນ ພ້ອມໃຊ້ງານ, ຮັບປະກັນຄວາມທົນ ທານອາຍຸການໃຊ້ງານຍາວນານ ແລະ ໄດ້ຕາມມາດຕະຖານສາກົນ ຂອງໂຮງງານ (ISO), ສ້າງບັນດາເອກະສານ ແລະ ນິຕິ ກຳຄຸ້ມຄອງບໍລິຫານຕາມກົດໝາຍ ແລະ ລະບຽບການ, ຄົ້ນຄວ້າຈັດຫາບຸກຄະລາກອນໃນຕຳແໜ່ງງານຕ່າງໆໃຫ້ຄົບຖ້ວນ,ສ້າງແຜນທຸລະກິດຂອງບໍລິສັດ ແລະ ແຜນການຕະຫຼາດ ໂດຍມີການກຳນົດກຸ່ມເປົ້າໝາຍຜູ້ບໍລິໂພກຫຼັກ ແລະ ສຳຮອງ, ບາດກ້າວທີ່ສອງ (2026-2027), ຕິດຕັ້ງ ແລະ ປະກອບເຄື່ອງຈັກ ຮັບໃຊ້ການຜະລິດ ສຸມໃສ່ການຈັດຝຶກ
ອົບຮົມການນໍາໃຊ້ຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເພື່ອຮັບປະກັນການຜະລິດດໍາເນີນໄປຢ່າງເປັນຕ່ອງໂສ້ ໃນທຸກຂະບວນການ ເລີ່ມຈາກການອອກແບບ, ຄັດສັນວັດສະດຸ, ຕັດຫຍິບ, ກວດກາຄຸນນະພາບ, ຫຸ້ມຫໍ່, ເກັບຮັກສາ ແລະ ຈຳໜ່າຍ, ໃນບາດກ້າວຂອງການປະກອບເຄື່ອງຈັກ ແມ່ນດໍາເນີນຄຽງຄູ່ໄປກັບການຜະລິດເຄື່ອງ ພ້ອມທັງພັດທະນາກົນໄກການ ຜະລິດ ແລະ ການຕະຫຼາດ ທີ່ສ້າງສັນມີນະວັດຕະກຳໃໝ່ໆ ເພື່ອເສີມສ້າງຄວາມໜ້າເຊື່ອຖື ແລະ ໄດ້ຮັບຄວາມໄວ້ວາງໃຈ ໃນຄຸນນະພາບຂອງຜະລິດຕະພັນຕ່າງໆ ຂອງບໍລິສັດ ທີ່ຕອບສະໜອງຄວາມຕ້ອງການ ແລະ ຄວາມພໍໃຈຂອງຜູ້ບໍລິໂພກ ຕາມຍຸກສະໄໝ, ພ້ອມທັງສ້າງໂອກາດ ແລະ ເງື່ອນໄຂການບຸກຕະຫຼາດໃໝ່ໃນປະເທດ, ພາກພື້ນ ແລະ ສາກົນ,
ບາດກ້າວທີ່ສາມ (2027 ເປັນຕົ້ນໄປ, ພັດທະນາວິໄສທັດ ແລະ ແຜນການດໍາເນີນທຸລະກິດ ທີ່ສາມາດແຂ່ງຂັນ ໃນອຸດສາຫະກຳເສື້ອຜ້າສຳເລັດຮູບ, ຄົ້ນຄວ້າຜະລິດຕະພັນໃໝ່ໆ ແລະ ເພີ່ມສະມັດຕະພາບການຜະລິດດ້ວຍການນໍາເອົາ ເຕັກໂນໂລຊີທັນສະໄໝ ນໍາໃຊ້ເຂົ້າໃນການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຍຸກສະໄໝ, ເປົ້າໝາຍການຜະລິດເປົ້າໝາຍຂອງບໍລິສັດຮ່ວມທຶນ ແມ່ນເພື່ອຄຸ້ມຄອງບໍລິຫານ ແລະ ດຳເນີນທຸລະກິດຢ່າງມີວິໄສທັດ, ມີຫົວຄິດປະດິດສ້າງ ແລະ ນໍາໃຊ້ນະວັດຕະກຳໃໝ່ ເຂົ້າໃນການຜະລິດເຄື່ອງນຸ່ງຫົ່ມສໍາເລັດຮູບຕາມຍຸກສະໄໝ ແລະ ຄວາມຕ້ອງການ ໂດຍຄັດເລືອກນໍາໃຊ້ວັດສະດຸດີ ມີຄຸນນະພາບ, ໃສ່ສະບາຍ ເພື່ອເຮັດໃຫ້ຜູ້ບໍລິໂພກ ມີຄວາມພໍໃຈ, ສ້າງເງື່ອນໄຂ ແລະ ປັດໃຈ ເພື່ອໃຫ້ ບໍລິສັດຮ່ວມທຶນເປັນທີ່ຍອມຮັບ ແລະ ໜ້າເຊື່ອຖື, ສາມາດເຂົ້າເຖິງຕະຫຼາດໃນທຸກ ລະດັບ, ສາມາດແຂ່ງຂັນໃນອຸດສາຫະກຳຜະລິດເສື້ອຜ້າສຳເລັດຮູບໃນທ່າບຸກ, ຜະລິດຕະພັນຂອງບໍລິສັດຮ່ວມທຶນປະກອບມີ: ເສື້ອຜ້າສຳເລັດຮູບ ທີ່ເປັນເຄື່ອງແບບ, ຕັດຫຍິບໃນຮູບແບບ ຕ່າງໆຕາມການສັ່ງຈອງຂອງຜູ້ບໍລິໂພກເຊັ່ນ: ກະຊວງ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ໂຮງງານ, ຫ້າງຮ້ານ ແລະ ອື່ນໆ, ຜະລິດຕະພັນຕົ້ນຕໍ ແມ່ນເນັ້ນໃສ່ຕະຫຼາດທີ່ຈຳໜ່າຍອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງຈະບໍ່ຮ່ວມເອົາ ຕະຫຼາດ ແລະ ຜະລິດຕະພັນຂອງໂຮງງານຕັດຫຍິບກອງທັບທີ່ມີແລ້ວ, ບໍລິສັດຮ່ວມທຶນ ຈະແນໃສ່ການຜະລິດເສື້ອຜ້າ
ສໍາເລັດຮູບທີ່ນຸ່ງໃສ່ໄດ້ທຸກເພດທຸກໄວຕາມຂະໜາດ ແລະ ຕາມຍຸກສະໄໝຂອງຕະຫຼາດແຕ່ລະໄລຍະເຊັ່ນ: ງານບູນ, ງານເທດສະການ, ງານກິລາ ແລະ ງານກິດຈະກຳຕ່າງໆ, ນອກຈາກນີ້ ,ຍັງມີບໍລິການຮັບອອກແບບ, ພິມລາຍສີ ແລະ ຫຍິບແສ່ວກາ ແລະ ເຄື່ອງໝາຍອື່ນໆ ໃສ່ເສື້ອຜ້າຕາມຄວາມຕ້ອງການຂອງຜູ້ບໍລິໂພກ.
ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ລົງລາຍເຊັນໃສ່ສັນຍາໃນການດໍາເນີນ
ທຸລະກິດຂອງບໍລິສັດຮ່ວມທຶນຂຶ້ນຢ່າງເປັນທາງການ, ເຊິ່ງລົງລາຍເຊັນສັນຍາຕາງໜ້າໃຫ້ໂຮງງານຕັດຍິບເລກ 1 ກອງທັບ, ໂດຍ ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ຫົວໜ້າອໍານວຍການໂຮງານຕັດຫຍິບເລກ 1 ກອງທັບ ແລະ ຕາງໜ້າໃຫ້ຝ່າຍບໍລິສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ, ລົງລາຍເຊັນສັນຍາໂດຍ ທ່ານ ນາງ ສຸດານິນ ແພງຄຳມີ ຮອງຫົວໜ້າອຳນວຍການບໍລິສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ.
ໂດຍ: ຄໍາປະສົງ ລາດຊະວົງ.