
ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2025 ທີ່ຈັດຂຶ້ນໃນລະ ຫວ່າງວັນທີ 9-10 ຕຸລານີ້ ລັດຖະບານ ໄດ້ພິຈາລະນາຜົນງານພົ້ນເດັ່ນໃນເດືອນກັນຍາ ແລະ ກໍານົດທິດ ທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2025 ໜຶ່ງໃນຜົນສໍາເລັດທີ່ໂດດເດັ່ນຂອງເດືອນກັນຍາ ກໍຄື ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 5% ໃນເດືອນສິງຫາ ເປັນ 4,5% ໃນເດືອນກັນຍາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4,99 ເດືອນ; ສາມາດຊໍາລະໜີ້ ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ.
ກອງປະຊຸມໄດ້ຕີລາຄາວ່າ: ເຖິງວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກພາຍຸ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫລຊຸ ສົ່ງຜົນກະທົບຕໍ່ 10 ແຂວງ, 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 17,202 ຄົນ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ໄດ້ຮີບຮ້ອນມອບໝາຍຄວາມຮັບຜິດຊອບໃຫ້ສະມາຊິກລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ລົງຕິດຕາມຊ່ວຍເຫລືອແກ້ໄຂສຸກເສີນເບື້ອງຕົ້ນຢູ່ບາງພື້ນທີ່ຕົວຈິງ ໃຫ້ທັນສະພາບການ, ອັນສໍາຄັນ ແມ່ນເພື່ອເຮັດໃຫ້ການຟື້ນຟູຜົນກະທົບດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພ້ອມກັນນັ້ນ, ລັດຖະບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 54,330 ຕື້ກີບ ເທົ່າກັບ 80% ຂອງແຜນປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 30%), ການປະຕິບັດແຜນລາຍຈ່າຍໄດ້ 43,887 ຕື້ກີບ ເທົ່າກັບ 61% ຂອງແຜນໝົດປີ.
ດ້ານການຄ້າ ລັດຖະບານ ໄດ້ສຸມໃສ່ປະຕິບັດມາດຕະການ ຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາ ສິນຄ້າໃນທ້ອງຕະຫລາດ ເປັນຕົ້ນ ເຂົ້າສານໜຽວ, ເຂົ້າສານຈ້າວ, ຊີ້ນໝູ, ໄຂ່ໄກ່ພັນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ ຄົ້ນຄວ້າໂຄງສ້າງລາຄາສິນຄ້າ, ແກ້ໄຂຕົ້ນທຶນການຜະລິດສິນຄ້າທີ່ຈຳເປັນ ໃຫ້ມີມູນຄ່າຕ່ຳລົງ ໂດຍສະເພາະ ສິນຄ້າ ກະສິກຳ ປະເພດເຂົ້າກິນ, ປາ, ໄຂ່ໄກ່ ແລະ ຊີ້ໝູ ຕິດພັນກັບການສະໜອງປັດໃຈການຜະລິດ ເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ ແລະ ອື່ນໆ ໂດຍລວມແມ່ນສາມາດສະໜອງສິນຄ້າທີ່ຈຳເປັນໄດ້ໂດຍພື້ນຖານ, ບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕ່າງໆ; ສໍາລັບການສົ່ງອອກສິນຄ້າ ບັນລຸ 709 ລ້ານກວ່າໂດລາສະຫະລັດ, ຫລຸດລົງ 0,3% ຕົ້ນຕໍແມ່ນ ເກືອກາລີ, ຄຳ, ແຮ່ທອງ, ຢາງພາລາ ແລະ ເຈ້ຍ; ສ່ວນການນໍາເຂົ້າສິນຄ້າ ມີມູນຄ່າ 816 ລ້ານກວ່າໂດລາສະຫະລັດ ເພີ່ມຂຶ້ນ 2,5% ຕົ້ນຕໍແມ່ນພາຫະນະ, ນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ຜະລິດຕະພັນເຄມີ, ອຸປະກອນກົນຈັກ, ເຫລັກປະເພດຕ່າງໆ ແລະ ເຄື່ອງທີ່ເຮັດດ້ວຍປລາສຕິກ.
ນອກຈາກນີ້ ລັດຖະບານ ຍັງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ; ສຳລັບການຜະລິດກະສິກຳເປັນສິນຄ້າ ແມ່ນສຸມໃສ່ຜະລິດພືດສິນຄ້າລະດູຝົນ, ຊຶ່ງພາຍໃນເດືອນສາມາດສົ່ງອອກພືດ ແລະຜະລິດຕະພັນພືດ ເປັນຕົ້ນ ໝາກກ້ວຍ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ ແລະ ສາລີ ໄດ້ 2,4 ແສນໂຕນ, ມູນຄ່າ 73,5 ລ້ານໂດລາສະຫະລັດ; ສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ 5,7 ແສນໂດລາສະຫະລັດ, ຊຶ່ງມູນຄ່າການສົ່ງອອກສິນຄ້າກະສິກໍາ 9 ເດືອນຕົ້ນປີ ປະຕິບັດໄດ້ 1,3 ລ້ານກວ່າໂດລາສະຫະລັດ ເທົ່າກັບ 87% ຂອງແຜນການປີ.
ຂ່າວ: ສາວລາວໃຕ້