ທ່ານ ນາງ ວຽງທອງ ສີພັນດອນ ເນັ້ນໃຫ້ການນໍາສານປະຊາຊົນແຂວງເຊກອງ ເອົາໃຈໃສ່ຫຼາຍບັນຫາ

ໃນໂອກາດທີ່ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ເຂົ້າຮ່ວມພິທີປະກາດຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ  ທ່ານໄດ້ເນັ້ນໜັກຫຼາຍບັນຫາໃຫ້ການນໍາສານປະຊາຊົນແຂວງເຊກອງ ເອົາໃຈໃສ່ວຽກງານສຶກສາອົບຮົມວຽກງານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ໃຫ້ກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ວິຊາການ ແລະມີຄວາມຊໍານານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ. ພ້ອມນັ້ນ, ໃນການປະຕິບັດກົດໝາຍ, ຕ້ອງເຄົາລົບຈັນຍາບັນ-ຈັນຍາທໍາໃນອາຊີບໃຫ້ເລິກເຊິ່ງ ແລະ ເຂັ້ມງວດອີ່ຫຼີ, ບໍ່ອະນຸຍາດໃຫ້ໃຊ້ສິດ, ອໍານາດແບບອາຍາສິດເຈົ້ານາຍຢູ່ເໜືອກົດໝາຍ, ຢູ່ເໜືອປະຊາຊົນ, ນໍາໃຊ້ກົດໝາຍ ເພື່ອບັງຄັບເອົາປຽບປະຊາຊົນ ຫຼື ນໍາໃຊ້ຊ່ອງຫວ່າງຂອງກົດໝາຍເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ໃຫ້ແກ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງ.
ພ້ອມນີ້, ຕ້ອງໄດ້ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ​, ສ້າງຄວາມເຂັ້ມແຂງໃຫ້ແກ່ສານປະຊາຊົນ ໃນຖານະເປັນອົງການຕຸລາການ ເຮັດໜ້າທີ່ໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີ,​ ເປັນອົງການຫຼັກ ຂອງອຳນາດແຫ່ງລັດ ໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທໍາ, ກໍາຈັດ ແລະ ສະກັດກັ້ນ ການລະເມີດກົດໝາຍ; ຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່, ຮັບປະກັນຄວາມຍຸຕິທໍາ,​ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ; ເພີ່ມທະວີການນໍາພາຂອງພັກ ໃນການຄົ້ນຄວ້າພິຈາລະນາຕັດສິນ, ພິພາກສາຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ໂດຍມີການກວດກາ, ເກັບກໍາຂໍ້ມູນຫຼັກຖານຂອງຂໍ້ຂັດແຍ່ງ ກໍຄືຄູ່ຄວາມໃຫ້ລະອຽດຈະແຈ້ງ, ມີການຄົ້ນຄວ້າວິເຄາະວິໄຈໃຫ້ເລິກເຊິ່ງຮອບຄອບ, ພາວະວິໄສ ແລະ ມາແຕ່ຮາກຖານໃຫ້ຫຼາຍ, ຮັບປະກັນຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ສານ; ຕ້ອງເອົາໃຈໃສ່ພັດທະນາການຈັດຕັ້ງພັກຢູ່ສານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນການກໍ່ສ້າງພັກ ໃຫ້ໄປຕາມກົດລະບຽບຂອງພັກ ໂດຍຖືຄຸນນະພາບເປັນກົກ, ເອົາໃຈໃສ່ຄຸ້ມຄອງ, ປ້ອງກັນພັກ ແລະ ວາງແຜນສ້າງບັນດາຮາກຖານພັກ ໃຫ້ໄປຕາມມາດຕະຖານໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຍົກສູງຄຸນນະພາບຂອງການດໍາເນີນຊີວິດການເມືອງໃນພັກ ໂດຍຕິດພັນກັບການກວດກາ, ຕີລາຄາຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ, ສະມາຊິກພັກ ເພື່ອເພີ່ມທະວີກໍາລັງແຮງສູ້ຮົບ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງຂອງສານປະຊາຊົນ ແຂວງເຊກອງ ຂອງພວກສະຫາຍ; ພວກສະຫາຍ ຕ້ອງສາມາດນໍາພາ-ຊີ້ນໍາ ແລະ ກະກຽມໃຫ້ແກ່ການດໍາເນີນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ 2026-2030 ເພື່ອເປັນພື້ນຖານ ແລະ ບ່ອນອີງໃນການຄົ້ນຄວ້າແຕ່ງຕັ້ງ, ສັບຊ້ອນ, ຈັດວາງພະນັກງານ ເຂົ້າໃສ່ຕຳແໜ່ງງານ ເພື່ອຊຸກຍູ້, ສົ່ງເສີມ, ກໍ່ສ້າງ ແລະ ຕິດຕາມກວດກາການປະພຶດ ແລະ ການປະຕິບັດໜ້າທີ່ວຽກງານ ກໍໃຫ້ຖືກຕ້ອງຕາມຂັ້ນຕອນ ຢ່າງພາວະວິໄສ. ຫຼີກເວັ້ນທີ່ສຸດ ( ຄົນເຈົ້າ ຄົນຂ້ອຍ) ສ້າງກຸ່ມກ້ອນພັກພວກ ແຕກແຍກຄວາມສາມັກຄີ, ມີການວິ່ງເຕັ້ນ ແລະ ຈົ່ມວ່າຕ່າງໆນາໆ ທີ່ຈະເປັນການທໍາລາຍບົດບາດການນໍາພາ ແລະ ຄວາມສາມັກຄີເປັນເອກະພາບພາຍໃນ; ທຸກບັນຫາຕ້ອງປະຕິບັດຕາມການຕົກລົງຂອງການຈັດຕັ້ງຢ່າງເຂັ້ມງວດ; ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີ ເຊັ່ນ: ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ຕ້ອງມີມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ລະເມີດກົດໝາຍ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຄວາມຮັບຜິດຊອບກົດໜ່ວງຖ່ວງດຶງການດຳເນີນຄະດີ, ໃຫ້ຊັກຊ້າ, ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ, ເຊື່ອງອໍາຂໍ້ມູນຫຼັກຖານຊອກຫາຜົນປະໂຫຍດທີ່ບໍ່ຊອບທໍາ, ບໍ່ມີຄວາມໂປ່ງໃສ ໃນການປະຕິບັດໜ້າທີ່ວຽກງານ ກໍຄືການຄົ້ນຄວ້າພິຈາລະນາຕັດສິນ ຫຼື ພິພາກສາຄະດີ.
ນອກນີ້, ຕ້ອງເພີ່ມທະວີການພົວພັນ, ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອແກ້ໄຂຄວາມຂັດແຍ່ງຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມຕາມຂະບວນຍຸຕິທໍາ ໃຫ້ດີຂຶ້ນເປັນກ້າວໆ. ທັງນີ້, ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃສ່ກັບວຽກງານຕົວຈິງໃຫ້ມີຜົນສຳເລັດ, ມີຄຸນນະພາບ ແລະ ປະສິດທິພາບສູງ ພ້ອມກັນເຮັດໃຫ້ສານປະຊາຊົນແຂວງເຊກອງ ມີຄວາມໜັກແໜ້ນ ເຂັ້ມແຂງ, ເປັນທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ໃຫ້ເປັນທີ່ຍອມຮັບຂອງສັງຄົມ ແລະ ເຮັດໃຫ້ຫາງສຽງຈົ່ມວ່າຈາກສັງຄົມ ຕໍ່ການແກ້ໄຂຄະດີຂອງສານ ຫຼຸດລົງເທື່ອລະກ້າວ.