ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງເສັ້ນທາງທີ່ເປ່ເພ

ໃນວັນທີ 14 ຕຸລາ 2025, ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກບຸລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ ປີ 2025 ໃນເຂດນະຄອນຫຼວງວຽງຈັນ ໂດຍໄດ້ກ່າວວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ວາງແຜນດຳເນີນງານປັບປຸງສ້ອມແປງເສັ້ນທາງໃນນະຄອນຫຼວງວຽງຈັນເປັນປະຈຳ ທັງກ່ອນ ແລະຫຼັງລະດູຝົນ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການສັນຈອນຂອງປະຊາຊົນ.

ອີງຕາມແຜນງານທີ່ໄດ້ຮັບການຊີ້ນຳຈາກອົງການປົກຄອງນະຄອນຫຼວງ ແລະ ການຮັບຮອງຈາກກະຊວງ ຍທຂ, ໃນປີ 2025 ນະຄອນຫຼວງວຽງຈັນ ຈະດຳເນີນການບຸລະນະຮັກສາແລະສ້ອມແປງເສັ້ນທາງທັງໝົດ 36 ໂຄງການ ມູນຄ່າກວ່າ 140 ຕື້ກີບ ໃນເຂດນະຄອນຫຼວງ, ແລະ ອີກ 116 ໂຄງການ ມູນຄ່າກວ່າ 139 ຕື້ກີບ ໃນ 9 ຕົວເມືອງອ້ອມນະຄອນຫລວງວຽງຈັນ. ປະຈຸບັນ ພະແນກ ຍທຂ ນະຄອນຫຼວງວຽງຈັນ ດຳເນີນການຕາມແຜນງົບປະມານກອງທຶນທາງ ທີ່ ກະຊວງ ຍທຂ ໄດ້ມອບໃຫ້ ມູນຄ່າ 20,910,000,000 ກີບ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື: 1) ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາ ຊາຍແດນ ແຂວງວຽງຈັນ ມູນຄ່າ 2,151,767,854 ກີບ. 2) ເສັ້ນທາງເລກ 10 ແລະ 450 ປີ ແຕ່ ວົງວຽນດອນໜູນ ຫາ ຂົວທ່າງ່ອນ ແລະ ແຕ່ ໄຟແດງດົງໂດກ ຫາ ທ່ານາແລ້ງ ມູນຄ່າ 1,656,399,664 ກີບ. 3) ເສັ້ນທາງເລກ 11 ເໜືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ຂ.ວຽງຈັນ ມູນຄ່າ 8,328,076,052 ກີບ. 4) ເສັ້ນທາງເລກ 13 ໃຕ້ ແຕ່ ວົງວຽນດອນໜູນ ຫາ ສາມແຍກໄຟແດງ ຫຼັກ 21 ມູນຄ່າ 8,766,553,683 ກີບ.

ທ່ານ ທະວີໄຊ ໄຊປະເສີດ ກ່າວຕໍ່ວ່າ: ໃນຂະນະນີ້ ສະພາບເສັ້ນທາງຫຼາຍສາຍໄດ້ຮັບຄວາມເສຍຫາຍໜັກ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນເປັນເວລາດົນ, ເຮັດໃຫ້ການສັນຈອນຂອງປະຊາຊົນບາງພື້ນທີ່ພົບຄວາມຫຍຸ້ງຍາກ, ມີຫາງສຽງສັງຄົມຈົ່ມວ່າສັງຄົມ ແລະ ງົບປະມານທີ່ຮັບອະນຸມັດໃນເບື້ອງຕົ້ນກໍ່ບໍ່ພຽງພໍ ເປັນຕົ້ນ ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາຊາຍແດນ ແຂວງວຽງຈັນ ຈຸດຂຸດຮື້ໜ້າທາງທັງໝົດ 30 ຈຸດ, ຜ່ານການລົງສໍາຫຼວດເກັບກຳຂໍ້ມູນຕົວຈິງຄືນໃໝ່ ເຫັນວ່າ ຈຸດຂຸດຮື້ໜ້າທາງ ເພີ່ມຂຶ້ນຈໍານວນ 15 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 1,097,832,353 ກີບ ແລະ ເສັ້ນທາງ ເລກ 11 ເໜືອ ແຕ່ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນແຂວງວຽງຈັນ ຈຸດຂຸດຮື້ໜ້າທາງທັງໝົດ 55 ຈຸດ, ຜ່ານການລົງສໍາຫຼວດເກັບກຳຂໍ້ມູນຕົວຈິງຄົນໃໝ່ ເຫັນວ່າ ຈຸດຂຸດຮື້ໜ້າທາງ ເພີ່ມຂຶ້ນຈໍານວນ 25 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 3,893,265,920 ກີບ. ສະນັ້ນ, ພະແນກ ຍທຂ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຍື່ນລາຍງານຕໍ່ອົງການປົກຄອງນະຄອນຫຼວງ ແລະ ກະຊວງ ຍທຂ ສະເໜີຂໍງົບປະມານຕື່ມ ຈໍານວນ 4,991,098,273 ກີບ ເພື່ອມາສ້ອມແປງເສັ້ນທາງດັ່ງກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
ໂອກາດດັ່ງກ່າວ ທ່ານຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ຍັງໄດ້ຝາກເຖິງປະຊາຊົນ ໃຫ້ມີສະຕິໃນການນໍາໃຊ້ເສັ້ນທາງ ເພາະວ່າເປັນລະດູຝົນ ເສັ້ນທາງຫຼາຍເສັ້ນໄດ້ຄວາມເປ່ເພ ອາດພາໃຫ້ສ່ຽວຕໍ່ການເກີດອຸປະຕິເຫດໄດ້, ແລະຂໍໃຫ້ປະຊາຊົນ ໃຫ້ຄວາມຮ່ວມມື ບໍ່ຢາກໃຫ້ເປັ່ງນໍ້າໃສ່ທາງ ໃນໄລຍະທີ່ກໍາລັງປັບປຸງກໍ່ສ້າງ ໂດຍສະເພາະແມ່ນ ເສັ້ນທາງເລກ 11 ເໜືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ແຂວງວຽງຈັນ ເພາະຈະເຮັດເສັ້ນທາງເປ່ເພກວ່າເກົ່າ, ການກໍ່ສ້າງພົບຄວາມຫຍຸ້ງຍາກຫຼາຍຂຶ້ນ, ດັ່ງນັ້ນຂໍໃຫ້ພໍ່ແມ່ນປະຊາຊົນ ຈົ່ງໃຫ້ການຮ່ວມມື ແລະ ອົດທົນນໍາກັນ ຊຶ່ງຄາດວ່າຈະສໍາເລັດໃນໄວໆນີ້.

ໂດຍ: ສາວລາວໃຕ້