ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ພິທີຕ້ອນຮັບ ພະນະທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 16 ຕຸລາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະ ມົນຕີ ລາວ ແລະ ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ. ໃນການພົບປະ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານ ອະນຸທິນ ຊານວີຣະກູນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 32. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ຖືເປັນປະເທດທໍາອິດໃນການຢ້ຽມຢາມທາງການ ພາຍຫຼັງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ຊຶ່ງໄດ້ສະແດງເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ໄທ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 75 ປີ ໃນປີນີ້. ໃນຂະນະດຽວກັນ, ພະນະທ່ານ ອະນຸທິນ ຊານວີຣະກູນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ຄໍາຊົມເຊີຍ ແລະ ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄໍາຄິດເຫັນ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ຊຶ່ງນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດນໍາກັນມາ ເປັນເວລາ 75 ປີ (19/12/1950-19/12/2025) ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄປຄຽງຄູ່ກັນນັ້ນກໍ່ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ, ມີການພົບປະຫາລືຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນສອງຝ່າຍໄດ້ຍົກລະດັບສາຍພົວພັນມິດຕະພາບ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ 2022 ທີ່ໄດ້ເປີດສັງກາດໃໝ່ຂອງການພົວພັນຮ່ວມມືຂອງສອງປະເທດ ທີ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເງື່ອນໄຂໄລຍະໃໝ່ໃນປະຈຸບັນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການປັກຫຼັກໝາຍຊາຍແດນ, ການຮ່ວມມືດ້ານຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືປາບປາມການສໍ້ໂກງທາງອອນລາຍ (online scam), ການຮ່ວມມືໃນການປ້ອງກັນໝອກຄວັນ,  ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາພື້ນຖານໂຄງລ່າງ,  ການຮ່ວມມືທາງດ້ານພະລັງງານ, ການທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ  ລວມທັງການຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ທີ່ມີຜົນສຳເລັດ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ການຢ້ຽມຢາມລັດຖະກິດທີ່ ສປປ ລາວ ຂອງປະມຸກລັດ ໃນໂອກາດທີ່ເໝາະສົມ, ແລະ ອື່ນໆ.

ນອກນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ລວມເຖິງສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນໃນການຊຸກຍູ້ບັນດາກົນໄກການຮ່ວມມືຂອງສອງຝ່າຍທີ່ມີຢູ່ນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາ ແລະ ເສີມສ້າງຄຸນນະພາບຊີວິດ ຂອງປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໃນໂອກາດຢ້ຽມຢາມຄັ້ງນີ້, ລັດຖະບານໄທ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຈໍານວນ 4 ໂຄງການ ຄື: 1). ໂຄງການເສີມຂະຫຍາຍ ແລະ ຍົກລະດັບ ການຮ່ວມມືກັບປະເທດເພື່ອນບ້ານໃນການສະກັດກັ້ນຢາເສບຕິດ ແລະ ທໍາລາຍເຄືອຂ່າຍການຄ້າຢາເສບຕິດລະຫວ່າງປະເທດ ມູນຄ່າ 10,15 ລ້ານບາດ; 2). ການມອບວັດສະດຸອຸປະກອນສໍາລັບການຮຽນ-ການສອນ ໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ພາຍໃຕ້ໂຄງການສ້າງທັກສະແຮງງານ/ວິຊາຊີບ ສປປ ລາວ ມູນຄ່າ 1,495,930 ບາດ; 3). ການມອບເຊຣອມແກ້ຜິດງູ ໃຫ້ແກ່ ໂຮງໝໍເມືອງໂພນໂຮງ, ແຂວງວຽງຈັນ ມູນຄ່າ 875,000 ບາດ; ແລະ 4). ການໃຫ້ຄວາມຊ່ວຍເຫຼືອທາງວິຊາການແກ່ ສປປ ລາວ ສໍາລັບວຽກອອກແບບລາຍລະອຽດໂຄງການພັດທະນາລະບົບນໍ້າປະປາ ໄລຍະທີ 2 ໃນ ສປປ ລາວ ມູນຄ່າ 30 ລ້ານບາດ. ນອກນີ້, ຍັງມີການແລກປ່ຽນເອກະສານ ຈໍານວນ 1 ສະບັບ ຄື: ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າ ແຫ່ງປະເທດໄທ ກັບ ທະນາຄານສົ່ງເສີມກະສິກໍາຈໍາກັດ.