ທ່ານນາງ ບຸນຮຽງ ພົມມີໄຊ ຈາກຄອບຄົວຊາວນາ ເປັນຜູ້ສົ່ງອອກເຂົ້າລາວສູ່ຕະຫຼາດໂລກ

ທ່ານນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດ ຈໍາປາຫອມ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ, ແມ່ນຕົວຢ່າງອັນໂດດເດັ່ນຂອງການສ້າງຄວາມສໍາເລັດຈາກພື້ນຖານຊາວນາ ສູ່ນັກທຸລະກິດຜູ້ສົ່ງອອກເຂົ້າລາວ ສູ່ຕະຫຼາດສາກົນ.
ທ່ານນາງ ບຸນຮຽງ ພົມມີໄຊ ໄດ້ເລົ່າສູ່ຟັງວ່າ: ກ່ອນຈະກາຍມາເປັນປະທານບໍລິສັດ, ທ່ານມີພື້ນຖານມາຈາກຄອບຄົວຊາວນາ, ພໍ່ເຄີຍປະກອບອາຊີບໂຮງສີເຂົ້າ ແລະດ້ວຍຄວາມມັກຮັກ ເຮັດໃຫ້ໄດ້ເລີ່ມກິດຈະການໂຮງສີເຂົ້າໃນປີ 1996 ເປັນທຸລະກິດຄອບຄົວຂະໜາດນ້ອຍ ມີຄວາມອາດສາມາດໃນການສີເຂົ້າ ປະມານ 400-500 ກິໂລເຂົ້າເປືອກຕໍ່ຊົ່ວໂມງ, ແຕ່ຍັງບໍ່ທັນສາມາດຄັດແຍກເມັດເຂົ້າສານໃຫ້ມີຄຸນນະພາບໄດ້, ຍ້ອນເຂົ້າເປືອກທີ່ຊື້ຈາກຊາວນາມີຄວາມເຈືອປົນສູງດ້ວຍຫຼາຍແນວພັນ. ມາເຖິງໄລຍະປີ 2008-2018 ໄດ້ພັດທະນາຮູບແບບ ແລະ ວິທີການຜະລິດ ຈຶ່ງສາມາດຍົກລະດັບການຜະລິດເຂົ້າສານ ທີ່ມີຄຸນນະພາບ ແລະ ສາມາດນໍາສະເໜີເປັນຜະລິດຕະພັນເຂົ້າທີ່ມີກາໝາຍ “ຈໍາປາຫອມ”, ຫຼັງຈາກນັ້ນ ໄດ້ມີການສົ່ງເສີມຊາວນາ ຈໍານວນ 413 ຄອບຄົວ ສະໜອງແນວພັນເຂົ້າປັບປຸງ (ທ່າດອກຄໍາ) ສົມທົບກັບການເພີ່ມຂະໜາດເຄື່ອງຈັກໂຮງສີຈາກຂະໜາດນ້ອຍເປັນຂະໜາດກາງ, ໂຮງອົບ,ເຄື່ອງຄັດແຍກສິ່ງເຈືອປົນເພື່ອຜົນຜະລິດເຂົ້າເປືອກ ແລະເຂົ້າສານທີ່ມີຄຸນນະພາບສູງ, ມີເຕົາອົບກໍາລັງການຜະລິດ 12 ໂຕນ/ຄັ້ງ, ສາມາດສະໜອງເຂົ້າສານຈໍາໜ່າຍອອກສູ່ທ້ອງຕະຫຼາດ, ເຮັດໃຫ້ໄດ້ຮັບການຢັງຢືນກາໝາຍສິນຄ້າໂອດ໋ອບ. ພ້ອມນັ້ນ ຍັງໄດ້ຍົກຖານການຜະລິດຢູ່ເມືອງປາກງື່ມ ຈາກ 12 ໂຕນ ມາເປັນ 30 ໂຕນ.
ມາຮອດໄລຍະປີ 2019-2020 ທ່ານໄດ້ພັດທະນາ ແລະ ຍົກລະດັບການສີເຂົ້າຂຶ້ນຕື່ມອີກບາດກ້າວໜຶ່ງ ໂດຍໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ (ໂຄງການ) ເປັນຕົ້ນ: ຈາກໂຄງການຊ່ວຍເຫຼືອພາກທຸລະກິດ ໄລຍະ II, ໂຄງການ FAB ທາງດ້ານເຕັກນິກ, ການອອກແບບຜະລິດຕະພັນ, ການອອກແບບລະບົບສາງ, ການນໍາໃຊ້ວັດຖຸດິບ ແລະ ວາງຮາກຖານລະບົບການເຮັດວຽກ, ການອອກແບບຫຸ້ມຫໍ່, ຝຶກອົບຮົມ GMP ແລະ ການວາງແຜນ ຊຶ່ງໄດ້ຮັບທຶນ SME ຈໍານວນ 2 ຄັ້ງ. ມາໃນປີ 2021 ໄດ້ມີການເລີ່ມຕົ້ນສົ່ງອອກເຂົ້າສານ ງວດທໍາອິດໄປປະເທດເບວຢຽມ ຈໍານວນ 50 ໂຕນ, ປີ 2024 ສາມາດສົ່ງໄປສະຫະລັດອາເມລິກາ 19 ໂຕນ, ແບນຊິກ 1,500 ໂຕນ, ປະເທດຝຣັ່ງ 400 ໂຕນ ແລະ ປະຈຸບັນ ມີສັນຍາສົ່ງອອກໄປປະເທດເບວຢ້ຽມ 6,000 ໂຕນຕໍ່ປີ. ນອກຈາກນີ້ ຍັງມີການເຈລະຈາ ແລະ ກຽມເຊັນສັນຍາກັບຫຼາຍປະເທດເຊັ່ນ: ຮົງກາລີ, ສະວິດສະແລນ, ບຣູໄນ, ມົງໂກເລຍ.
ທ່ານ ນາງບຸນຮຽງ ພົມມີໄຊ ໃຫ້ຮູ້ຕື່ມວ່າ: ການສົ່ງອອກຂອງບໍລິສັດຈໍາປາຫອມການຄ້າ ບໍ່ໄດ້ແມ່ນພຽງແຕ່ການສ້າງຜະລິດຕະພັນທີ່ມີຄຸນນະພາບສູງ ແຕ່ຍັງເປັນຕົວຊ່ວຍສົ່ງເສີມຊີວິດ ແລະ ລາຍຮັບຂອງຊາວນາໃນພື້ທີ່ຕ່າງໆ. ປັດຈຸບັນ ບໍລິສັດຈໍາປາຫອມ ການຄ້າ ໄດ້ສົ່ງເສີມການປູກເຂົ້າ ຢູ່ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະແຂວງອັດຕະປື; ມີແຜນເກັບຊື້ໝູນວຽນເຂົ້ານາປີ ແລະນາແຊງ 40,000 ກວ່າໂຕນ. ບໍລິສັດມີຜະລິດຕະພັນເຂົ້າຫຼາຍຊະນິດເຊັ່ນ: ເຂົ້າຈ້າວເມືອງຫມອກ, ເຂົ້າກ້ອງ, ເຂົ້າໄກ່ນ້ອຍຄັດພິເສດ, ເຂົ້າກໍ່າ, ເຂົ້າຮາງໄກ່ນ້ອຍ, ເຂົ້າຈ້າວກໍ່າ, ເຂົ້າຈ້າວສາມສະຫາຍ ແລະ ອື່ນໆ. ພິເສດບໍລິສັດຈໍາປາຫອມ ມີບໍລິການສົ່ງຟຣີ, ລູກຄ້າສາມາດຕິດຕໍ່ໄດ້ທີ່ເບີ 020 29917778, 020 51799289 ຫຼື ເຂົ້າພົວພັນຫາບໍລິສັດ ໄດ້ທີ່ຖະໜົນໄກສອນພົມວິຫານ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ໂດຍ: ສາວລາວໃຕ້