11TT ເປີດບໍລິການຢູ່ລາວ ນຳ 3 ຜະລິດຕະພັນ ບາດກ້າວໃຫມ່ ຍຸກດິຈິຕອນ ຍົກລະດັບການຄ້າ

OneOne Tech&Trade (11TT) ບໍລິສັດ ເຕັກໂນໂລຊີນ້ອງໃໝ່ ທີ່ສ້າງຕັ້ງຂື້ນ ຈາກການຮ່ວມມື ລາວ-ໄທ ໄດ້ປະກາດເປີດໂຕ ຢ່າງເປັນທາງການ ເຊິ່ງການເປີດໂຕຄັ້ງນີ້ ຖືເປັນບາດ ກ້າວສຳຄັນ ໃຫ້ກັບ ສປປ ລາວ ທີ່ຈະໄດ້ມີຜະລິດຕະພັນ ດິຈິຕອລ ສາມາດໃຊ້ງານໄດ້ຈິງເຂົ້າເຖິງໄດ້ງ່າຍ ແລະມີລັກສະນະການພັດທະນາໂດຍອີງໃສ່ "ທ້ອງຖິ່ນເປັນຫຼັກ" (local-first).
ການເປີດໂຕຄັ້ງນີ້ຖືເປັນບາດກ້າວທີ່ມີຄວາມໝາຍ ແລະມີຄວາມສໍາຄັນ ຕໍ່ກັບຂົງເຂດວຽກງານ ການພັດທະນາ ນະວັດຕະກໍາດິຈິຕອນ ແລະເສດຖະກິດຂອງລາວ.
ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ກ່າວໃນງານຄັ້ງນີ້ວ່າ: “ການຮ່ວມມືນີ້ ແມ່ນອີກບາດກ້າວຫໜຶ່ງທີ່ສຳຄັນ ລະຫວ່າງ ພາກເອກະຊົນລາວ ແລະໄທ ໃນການພັດທະນາເຕັກໂນໂລຊີເພື່ອຜົນປະໂຫຍດໃຫ້ກັບປະຊາຊາຊົນ ແລະທຸລະກິດ ໃນ ສປປ ລາວ”.
ບໍລິສັດໄດ້ເປີດໂຕ ດ້ວຍ 3 ຜະລິດຕະພັນ ຫຼັກອອກແບບມາເພື່ອຊ່ວຍທຸລະກິດ ແລະ ບຸກຄົນ ໃນ ສປປ ລາວ ໃຫ້ນໍາໃຊ້ ເຕັກໂນໂລຊີ ເພື່ອ ບັນທຶກ (Capture) ປະສົບການ, ເຊື່ອມຕໍ່ (Connect) ເພື່ອສ້າງມູນຄ່າ ແລະ ສ້າງ (Create) ທັກສະໃໝ່ໆ ປະກອບມີ:
Laos Connect: ແພັດຟອມເວັບແອັບ (Web App) ເປັນລະບົບ ສະສົມຄະແນນ/ແຕ້ມລາງວັນຕ່າງໆ ທີ່ກ່ຽວຂ້ອງກັບໂປຣໂມຊັນ ເຊິ່ງລະບົບບໍ່ຈຳເປັນ ຕ້ອງຕິດຕັ້ງແອັບພິເຄຊັນ ທີ່ມີລູກຫຼີ້ນຫຼາກຫຼາຍ ແລະ ສາມາດປັບແຕ່ງໃຫ້ເຂົ້າກັບຫຼາກຫຼາຍ ກິດຈະການ ຫລືແບຣນຕ່າງໆໄດ້.
ຫຼັກສູດ AI ຮ່ວມກັບ Pi R Square: ໂຄງການຝຶກອົບຮົມທີ່ເຂົ້າເຖິງໄດ້ງ່າຍ ເພື່ອເສີມສ້າງທັກສະດ້ານ ປັນຍາບັນດິດ (Artificial Intelligence - AI) ທີ່ຈໍາເປັນສຳຫຼັບຍຸກປັດຈຸບັນ.
Capture Booth: ຕູ້ຖ່າຍຮູບແບບທັນສະໄໝຜູ້ໃຊ້ສາມາດພິມຮູບທັນທີ ພ້ອມທັງ ຮັບຮູບດິຈິຕອລຜ່ານ ການສະແກນ QR Code ພິເສດ ຕູ້ຍັງສາມາດ ຫຸ້ມສະຕິກເກີ (Sticker Wrap) ປັບຕາມ Mood & Tone ຂອງງານ ຫຼື ໃຫ້ເຂົ້າກັບ Branding ຂອງສະຖານທີ່ນັ້ນໆໄດ້ນອກຈາກນີ້ລະບົບຍັງສາມາດເຊື່ອມຕໍ່ກັບການສ້າງຄູປອງລະບົບການຈ່າຍເງິນຜ່ານ QR ແລະປັບແຕ່ງໜ້າຈໍຜູ້ໃຊ້ (UI) ໄດ້ຕາມຄວາມຕ້ອງການເພື່ອສ້າງປະສົບການທີ່ເປັນເອກະລັກໃຫ້ກັບທຸກສະຖານທີ່ ແລະທຸກງານສັງສັນ.
ທ່ານ ເກດສະດາ ກຸລະບຸດ ຄູ່ຮ່ວມທຸລະກິດ ຝ່າຍລາວ ແລະຜູ້ອຳນວຍການຝ່າຍບໍລິຫານ ຂອງ 11TT ໄດ້ເນັ້ນໜັກເຖີງຄວາມມຸ່ງໝັ້ນ ຂອງ ບໍລິສັດ ທີ່ຈະມີການພັດທະນາໃຫ້ສອດ ຄ່ອງກັບລັກສະນະທ້ອງຖີ່ນ "ຜະລິດຕະພັນພວກເຮົາ ແມ່ນສ້າງຂຶ້ນມາ ໃຫ້ແທດເໝາະກັບ ສປປ ລາວ ສະເພາະ ເຊີ່ງສາມາດຮອງຮັບໄດ້ 2 ພາສາ ສາມາດໃຊ້ງານໄດ້ກັບອຸປະກອນພື້ນຖານ, ແລະ ສ້າງມູນຄ່າໃຫ້ລູກຄ້າໄດ້ທັນທີ ເປັນສິ່ງຈູງໃຈໃນການ ເພີ່ມຈໍານວນຄົນມາໃຊ້ບໍລິການຢູ່ສະຖານທີ່ ເພີ່ມການມີສ່ວນຮ່ວມ ແລະມີຂໍ້ມູນ ຜົນໄດ້ຮັບ ທີ່ສາມາດ ວັດແທກໄດ້ ພວກເຮົາສຸມໃສ່ການເຮັດໃຫ້ນະວັດຕະກໍາເປັນສິ່ງທີ່ໃຊ້ໄດ້ຈິງ ບໍ່ແມ່ນພຽງແຕ່ທິດສະດີເທົ່ານັ້ນ."
ທ່ານ ທານາວິນ ຣາຕາເມຖາ (Thanawin Ratametha), ຜູ້ກໍ່ຕັ້ງ ແລະ CEO ຂອງ 11TT ໄດ້ເນັ້ນໜັກເຖີງຈຸດພິເສດຂອງການຮ່ວມມືຄັ້ງນີ້ວ່າ “ການທີ່ແລກປ່ຽນຄວາມຊ່ຽວຊານຂອງໄທທາງດ້ານໂຄງສ້າງດີຈີຕອລ ຮ່ວມກັບ ທີມງານ ຂອງ ລາວເຮົາ ແມ່ນຈະສ້າງຄວາມເຂົ້າໃຈອັນເລິກເຊີ່ງ ກັບຕະຫລາດທ້ອງຖີ່ນໄດ້ດີ ເຊີ່ງເຮັດໃຫ້ພວກເຮົາບໍ່ພຽງແຕ່ຢູ່ຈຸດ ທີ່ມີກ້າວ ໜ້າເທົ່ານັ້ນ ແຕ່ມັນເຮັດໃຫ້ເຮົາສາມາດ ພັດທະນາຜະລິດຕະ ພັນ ໃຫ້ແທດເໝາະທີ່ສຸດ ແລະໃຊ້ໄດ້ໃນຊີວິດຈິງ.”
ບໍລິສັດຖືກສ້າງຕັ້ງຂຶ້ນໂດຍການຮ່ວມມືລະຫວ່າງ ທ່ານ ທານາວິນ ຣາຕາເມຖາ (Thanawin Ratametha) (ຜູ້ກໍ່ຕັ້ງ & CEO) ແລະ ທ່ານ ເກດສະດາ ກຸລາບຸດ (ຄູ່ຮ່ວມທຸລະກິດຈາກ ສປປ ລາວ & M.D.) ຜູ້ນໍາທັງສອງໄດ້ສົມທົບ ຄວາມຊ່ຽວ ຊານ ດ້ານເຕັກໂນໂລຊີໃນພາກພື້ນ ແລະເຄືອຂ່າຍທ້ອງຖິ່ນທີ່ເຂັ້ມແຂງ.
ພິທີເປີດບໍລິສັດດັ່ງກ່າວມີຂຶ້ນໃນວັນທີ 18 ຕຸລາ 2025 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.