
ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫລືອລ້າໃນໂຄງການ “ພັດທະນາທ້ອງຖິ່ນ ຜ່ານການ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3)” ໃນວັນທີ 20 ຕຸລາ 2025 ໂດຍການລົງນາມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໂດຍລັດຖະບານຍີ່ປຸ່ນ ສະໜອງການຊ່ວຍເຫລືອລ້າເປັນມູນຄ່າ 673 ລ້ານ ເຢນ(ສະກຸນເງິນຍີ່ປຸ່ນ) ຫລື 4,5 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອສຸມໃສ່ການພັດທະນາ ຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດ ຢູ່ພາກໃຕ້ຂອງ ສປປ ລາວ.
ການຊ່ວຍເຫລືອຄັ້ງນີ້, ເປັນການຊ່ວຍເຫລືອຂອງໄລຍະທີ 3 ວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງພາກໃຕ້ ທີ່ປັດຈຸບັນ ຍັງມີລະເບີດບໍ່ທັນແຕກເປັນຈໍານວນຫລວງຫລາຍທີ່ຍັງຕົກຄ້າງຢູ່ ຄື: ແຂວງຈຳປາສັກ, ສາລະວັນ ແລະ ແຂວງເຊກອງ, ເປົ້າໝາຍຕົ້ນຕໍຂອງໂຄງການແມ່ນເພື່ອສະໜອງການສະໜັບສະໜູນໂດຍກົງ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຮັບ ປະກັນວ່າການສ້າງຂີດຄວາມສາມາດ ແລະ ການສະໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫລວດກວດກູ້ລະເບີດທີ່ຍັງຕົກຄ້າງ ໄດ້ໃນໄລຍະຍາວ, ມີຄວາມຍືນຍົງ ແລະ ມີປະສິດທິພາບ. ທຶນດັ່ງກ່າວຈະຖືກຈັດສັນໃຫ້ແກ່ຂົງເຂດທີ່ສໍາຄັນຄື: ສະໜອງທຶນໃຫ້ແກ່ການປະຕິບັດງານພາກສະໜາມໃນ 3 ແຂວງພາກໃຕ້ ເພື່ອສໍາຫລວດກວດກູ້ພື້ນທີ່ອັນຕະລາຍ ທີ່ໄດ້ຮັບການຢັ້ງຢືນ (CHAs), ສະ ໜອງອຸປະກອນທີ່ສໍາຄັນໃນວຽກງານສໍາຫລວດກວດກູ້, ລວມທັງພາຫະນະຂົນສົ່ງໜັກ ແລະ ເບົາ (ລົດບັນທຸກຕິດລໍ້ພ່ວງ ແລະ ລົດບັນທຸກ), ເຄື່ອງກວດຈັບລະເບີດທີ່ທັນສະໄໝ ແລະ ອຸປະກອນໄອທີ ແທັບເລັດດີຈິຕອນ ເພື່ອປັບປຸງການຄຸ້ມຄອງຂໍ້ມູນ, ການລາຍງານໃນພາກສະໜາມ ເເລະ ການເສີມສ້າງການຕິດຕາມກວດກາ ລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ແລະ ວຽກງານການຄຸ້ມຄອງ ແລະ ຈັດການທີ່ສໍາຄັນ ເຊັ່ນ: ການສໍາຫລວດຜົນກະທົບທາງດ້ານສັງຄົມ-ເສດຖະກິດ ແລະ ການກວດສອບບັນຊີ ເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະດັບສູງສຸດ.
ໂຄງການໄລຍະ 3 ດັ່ງກ່າວ, ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ ໂດຍສະເພາະແມ່ນການບັນລຸຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫລື SDG 18: ຊີວິດປອດໄພຈາກ ລບຕ. ປັດຈຸບັນ, ບັນຫາຂອງ ລບຕ ຍັງເປັນອຸປະສັກອັນຕົ້ນຕໍທີ່ສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ທັງເປັນການກີດຂວາງການຜະລິດກະສິກໍາ, ໂຄງການພັດ ທະນາພື້ນຖານໂຄງລ່າງ ແລະ ການດໍາລົງຊີວິດໂດຍລວມຂອງຊຸມຊົນໃນເຂດຊົນນະບົດ. ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການກໍາຈັດອຸປະສັກນີ້ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 18 ຊຶ່ງເປັນເປົ້າໝາຍສະເພາະຂອງລາວ ຄື: “ຊີວິດປອດໄພຈາກ ລບຕ.”
ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງປະທານ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັກແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ກ່າວວ່າ: ໃນໂອກາດທີ່ມີຄວາມໝາຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບການຊ່ວຍເຫລືອຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ລບຕ ທີ່ເປັນສິ່ງເສດເຫລືອເເຕ່ປາງສົງຄາມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການຮ່ວມມືນີ້ແມ່ນສອດຄ່ອງກັບການຍົກລະດັບສາຍພົວພັນສອງຝ່າຍຂອງພວກເຮົາໃຫ້ເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ເພື່ອສືບຕໍ່ກ້າວໄປສູ່ອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ ແລະ ວັດທະນະຖາວອນ.
ໂອກາດນີ້, ທ່ານ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ເນັ້ນວ່າ: ຍີ່ປຸ່ນມີຄໍາໝັ້ນສັນຍາທີ່ຈະສະໜັບສະໜູນເປົ້າໝາຍແຫ່ງຊາດທີ່ສໍາຄັນນີ້, ວຽກງານເກັບກູ້ ລບຕ ແມ່ນມີຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຊ່ວຍເຫລືອທາງດ້ານມະນຸດສະທໍາ; ມັນແມ່ນເງື່ອນໄຂພື້ນຖານສໍາລັບການພັດທະນາແບບຍືນຍົງ, ການຊ່ວຍເຫລືອ ໃນໄລຍະ 3 ນີ້ ສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາທີ່ໜັກແໜ້ນຂອງລັດຖະບານຍີ່ ປຸ່ນ ຕໍ່ການເປັນຄູ່ຮ່ວມຍຸດທະສາດກັບ ສປປ ລາວ ຊຶ່ງຈະຮັບປະກັນວ່າ ສປປ ລາວ ຈະມີຜືນແຜ່ນດິນທີ່ປອດໄພ ສາມາດຖືກສົ່ງຄືນໃຫ້ປະຊາຊົນ, ສາມາດປະກອບສ່ວນໃຫ້ມີການເຕີບໂຕທາງດ້ານເສດຖະ ກິດ-ສັງຄົມ ແລະ ສ້າງອະນາຄົດທີ່ປອດໄພກວ່າເກົ່າ.
ພາບ: ກົມການຂ່າວ ກະຊວງການຕ່າງປະເທດ