ພຽງ 9 ເດືອນ ດ່ານພາສີສາກົນປາກຕາພານ ສາມາດເກັບລາຍຮັບໄດ້ 13 ຕື້ກວ່າກີບ

ດ່ານພາສີສາກົນປາກຕາພານປະຕິບັດວຽກງານວິຊາສະເພາຕາມໜ້າທີ່ ແລະ ຂອບເຂດສິດໃນການຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າເຄື່ອງຂອງເພື່ອຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການທີ່ວາງໄວ້.
ທ່ານ ໂຢດ ພູມສະຫວັດຫົວໜ້າພາສີດ່ານສາກົນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ໃຫ້ສຳພາດໃຫ້ຮູ້ວ່າ: ໃນໄລຍະ ປີ 2025 ໄດ້ຮັບແຜນຕົວເລກລາຍຮັບຈາກພາສີ ປະຈຳແຂວງ ມອບໝາຍໃຫ້ຈຳນວນ 10,20 ຕື້ກີບ, ແຕ່ປະຕິບັດຕົວຈິງສາມາດຈັດເກັບລາຍຮັບ ໄດ້ທັງໝົດ 13,65 ຕື້ກີບ, ເທົ່າກັບ 133.84% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມແມ່ນຂຶ້ນ 1,049,81% ຄິດເປັນເງິນ ເທົ່າກັບ 12,35 ຕື້ກີບ, ເຊິ່ງລາຍຮັບຕົ້ນຕໍໄດ້ມາຈາກການນຳເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ຊີ້ນສ່ວນອາໄຫຼ່, ເຄື່ອງ ອຸປະໂພກ-ບໍລິໂພກ, ຄ່າທຳນຽມ ແລະ ສິນຄ້າອື່ນໆ.
ສາຍເຫດທີ່ເກີນແຜນແມ່ນຍ້ອນມີການນຳພາ-ຊີ້ນຳຈາກຄະນະພັກ, ຄະນະນຳຂັ້ນເທິງ, ສາຍຕັ້ງ ແລະ ສາຍຂວາງ ເວົ້າລວມ ເວົ້າສະເພາະ ກໍ່ຄືພາສີປະຈຳແຂວງ, ມີກົດໝາຍລະບຽບການເປັນເຄື່ອງມືໃນການຈັດຕັ້ງປະຕິບັດ,ນອກນັ້ນ ນຳໃຊ້ເຄື່ອງມືທີ່ທັນສະໄໝປະກອບເຂົ້າໃນການຄຸ້ມຄອງບໍລິການວຽກງານພາສີໃຫ້ມີຄວາມສະດວກວ່ອງໄວທັນກັບເວລາ, ສິ່ງສຳຄັນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ເປັນບັນຫາສຳຄັນ ເພື່ອໃຫ້ພະນັກງານໄດ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນໃນອາຊີບ, ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ຜ່ານດ່ານຢ່າງເຂັ້ມງວດ.
ຄ່ຽງຄູ່ກັບຜົນສຳເລັດນັ້ນ ໃນ 3 ເດືອນທ້າຍປີ 2025 ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ, ຈັດຕັ້ງປະຕິບັດເຜີຍແຜ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ ໃຫ້ແກ່ພະນັກງານພາສີລວມທັງພາກທຸລະກິດໃຫ້ຮັບຮູ້ເຂົ້າໃຈ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດ້ວຍການບຸກທະລຸການຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ, ເພື່ອຮັບປະກັນໃຫ້ສາມາດຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ໂປ່ງໃສ, ທັນກຳນົດເວລາ.
ທ່ານ ໂຢດ ພູມສະຫວັດ ໃຫ້ຮູ້ຕື່ມວ່າ: ໃນໂອກາດວັນຊາດທີ 2 ທັນວາ ຄົບ 50 ປີ ແລະວັນຄ້າຍເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ຈະມາເຖິງໃນຕໍ່ໜ້ານີ້ ຕົນເອງຕາງໜ້າໃຫ້ການຈັດຕັ້ງ ແລະໃນນາມສ່ວນຕົວມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ມີວັນນີ້ ເນື່ອງຈາກວ່າ 50 ປີກ່ອນໜ້ານີ້ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງພວກຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງປ່າເຖື່ອນ, ບໍ່ໍມີສິດເສລີພາບ ແລະ ສີດທິພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາຂອງຈັກກະພັດຝຣັ່ງ, ໃນໄລຍະນັ້ນ ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຈຳກັດ,ປະຊາຊົນສ່ວນຫຼາຍບໍ່ມີໂອກາດໃນການຮ່ຳຮຽນ, ພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະອື່ນໆ ບໍ່ໄດ້ຮັບການພັດທະນາ, ພາຍໃຕ້ການນຳພາຂອງຄະນະພັກແຄວ້ນລາວ, ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະພັກປະຊາຊົນປະຕິວັດລາວທີ່ນຳພາໂດຍ ປະທານ ໄກສອນພົມວີຫານ ຜູ້ນຳພາໃນການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ຜູ້ນຳທ່ານອື່ນໆ. ຈິ່ງສາມາດປົດປ່ອຍປະເທດຊາດໄດ້ທຸກມື້ນີ້, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ຂໍອ່ວຍພອນໄຊມາຍັງທ່ານການນຳພັກ-ພັກລັດທຸກຂັ້ນ, ພະນັກງານ,ທະຫານຕຳຫຼວດ,ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະການນຳຂັ້ນແຂວງ, ເມືອງ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີຄວາມຜາສຸກ ນຳພາປະຊາຊົນລາວເປັນຕົ້ນ ແມ່ນແຂວງສາລະວັນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ:ຄຳສອນ ແກ້ວບຸນທະວົງ