
ໂດຍຕອບສະໜອງ ຕາມການເຊີນ ຂອງສະມາຄົມມິດຕະພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍ ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລະ ເຮັດວຽກ ທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸລາ 2025.
ໃນວັນທີ 23 ຕຸລາ 2025, ສອງສະມາຄົມມິດຕະພາບ ໄດ້ຈັດກອງປະຊຸມພົບປະຄັ້ງທີ XIV ທີ່ໂຮງແຮມ ເຊອູນ ກາເດີນ (SEOUL GARDEN) ນະຄອນຫຼວງເຊອູນ, ສ. ເກົາຫຼີ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ແລະ ທ່ານ ໂອ ມິງຮວັນ (OH MYUNG HWAN) ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ລາວ. ພ້ອມນີ້, ຍັງມີ ທ່ານ ສົງການ ຫຼວງມູນິນທອນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ ແລະ ບັນດາຄະນະບໍລິຫານງານສະມາຄົມມິດ ຕະພາບ ລາວ - ສ. ເກົາຫຼີ ແລະ ສ. ເກົາຫຼີ - ລາວ, ພະນັກງານ ຈາກພາກສ່ວນ ທີ່ກ່ຽວຂ້ອງຂອງທັງສອງຝ່າຍ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ກອງປະຊຸມ ໄດ້ສະຫຼຸບຕີລາຄາການພົວພັນຮ່ວມມືກັນລະຫວ່າງ ສອງສະມາຄົມໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ເຊິ່ງຜ່ານມາສອງສະມາຄົມມິດຕະພາບ ໄດ້ມີຜົນສໍາເລັດອັນພົ້ນເດັ່ນ ໃນການຮ່ວມມືກັນປະ ກອບສ່ວນຊ່ວຍເຫຼືອ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະດ້ານພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ, ມະ ນຸດສະທໍາ, ເຊິ່ງສອງສະມາຄົມມິດຕະພາບ ໄດ້ຊ່ວຍເຫຼືອສ້າງໂຮງຮຽນ, ສະໜອງຢາປິ່ນ ປົວພະຍາດ, ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ ແລະ ອື່ນໆ ລວມມູນຄ່າທັງໝົດ 129,970 ໂດລາສະຫະລັດ.
ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຮ່ວມມື ແລະ ເຄື່ອນໄຫວຮ່ວມກັນຕາມພາລະບົດບາດ ໂດຍສືບຕໍ່ໂຄສະນາເຜີຍແຜ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ປະຊາຊົນສອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງ, ສະໜັບສະໜູນການໄປມາຫາສູ່ ແລະ ພົວພັນຮ່ວມມືລະຫວ່າງປະຊາຊົນ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລະດັບໃໝ່.
ໃນວັນດຽວກັນ, ທ່ານ ຄຳສວຍ ແກ້ວດາລາວົງ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ຄະນະບໍລິຫານງານ ຂອງສະມາຄົມມິດຕະພາບ ສ.ເກົາຫຼີ - ລາວ ຈຳນວນ 03 ທ່ານ ເພື່ອເປັນການຍ້ອງຍໍຜົນງານຄຸນງາມຄວາມດີ ຕໍ່ການປະກອບສ່ວນເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ກໍ່ຄືການປະກອບສ່ວນທຶນຮອນຊ່ວຍເຫຼືອສ້າງສາພັດທະນາ ສປປ ລາວ ເປັນຕົ້ນ ແມ່ນການສ້າງໂຮງຮຽນປະຖົມສົມບູນບ້ານຊຽງແລນາ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສົມບູນບ້ານຫ້ວຍລ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ໂຮງຮຽນປະຖົມສົມບູນບ້ານກ້ານ, ເມືອງຊຳເໜືອ, ແຂວງຫົວພັນ.
ນອກຈາກນີ້ ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ຢ້ຽມຢາມ ແລະ ທັດສະນະສຶກສາສະຖານ ທີ່ທ່ອງທ່ຽວປະຫັວດສາດຈຳນວນໜຶ່ງຂອງແຂວງໂຈລາ, ເຊິ່ງການຢ້ຽມຢາມຂອງຄະນະ ໃນຄັ້ງນີ້ແມ່ນໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ.