
ໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພີ່ມ (NRI-AF) ເປັນໂຄງການສືບຕໍ່ຈາກໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອທີ່ໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ (ADB) ເພື່ອສົ່ງເສີມການພັດທະນາຊົນນະບົດ ແລະຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນພື້ນທີ່ພາກເໜືອຂອງ ສປປ ລາວ.
ໂຄງການໄດ້ດໍາເນີນຢູ່ໃນແຂວງຫຼວງນໍ້າທາ ໃນ 3 ເມືອງ ປະກອບມີ: ເມືອງຫຼວງນໍ້າທາ, ເມືອງສິງ ແລະ ເມືອງລອງ ລວມ 52 ບ້ານ, ຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈໍານວນ 2,584 ຄອບຄົວ ຫຼື 13,879 ຄົນ. ໂຄງການເລີ່ມດໍາເນີນຕັ້ງແຕ່ປີ 2017 ຫາ 2024 ດ້ວຍມູນຄ່າທຶນທັງໝົດ 7,680,238.46 ໂດລາສະຫະລັດ ແລະ ປິດໂຄງການຂັ້ນແຂວງໃນວັນທີ 29 ກຸມພາ 2024.

ທ່ານ ຄຳພູ ວໍລະສານ ຫົວໜ້າຂະແໜງຊົນລະປະທານແຂວງຫຼວງນໍ້າທາ ກ່າວວ່າ: ກິດຈະກຳຂອງໂຄງການມີຫຼາຍດ້ານ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາຊຸມຊົນ, ການສົ່ງເສີມກະສິກຳ ແລະ ການຕະຫຼາດ, ການປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ, ການຄຸ້ມຄອງທີ່ດິນແລະອອກໃບຕາດິນກະສິກຳ (ດິນນາ). ໂຄງການໄດ້ຟື້ນຟູລະບົບຊົນລະປະທານ 6 ໂຄງການ ລວມ 65 ຫົວງານ, ມີຄອງເໝືອງເບຕົງ 41,834 ແມັດ, ຄອງດິນ 34,951 ແມັດ, ແລະ ເສັ້ນທາງຜະລິດກະສິກຳ 23,445 ແມັດ. ໂຄງການສາມາດສະໜອງນໍ້າໃຫ້ແກ່ພື້ນທີ່ກະສິກຳ 3,054 ເຮັກຕາ ມີມູນຄ່າການກໍ່ສ້າງທັງໝົດ 6,331,907.51 ໂດລາ. ນອກຈາກນັ້ນ ຍັງໄດ້ອອກໃບຕາດິນກະສິກຳໃຫ້ປະຊາຊົນຈໍານວນ 3,624 ຕອນ. ຫຼັງຈາກໂຄງການໄດ້ສ້າງສໍາເລັດ ຊາວບ້ານສາມາດປູກພືດໄດ້ຫຼາຍຮອບຕໍ່ປີ ແລະ ພັດທະນາອາຊີບກະສິກຳໃຫ້ມີລາຍຮັບຫຼາຍຂຶ້ນ. ນອກຈາກນັ້ນການມີໃບຕາດິນຖາວອນຊ່ວຍໃຫ້ປະຊາຊົນມີຄວາມມັ່ນໃຈໃນການລົງທຶນ ແລະການຄຸ້ມຄອງທີ່ດິນຢ່າງຖືກຕ້ອງຕາມກົດໝາຍ.

ທ່ານ ແກ້ວ ລໍວິໄຊ ຮອງນາຍບ້ານທົ່ງໄຈ້ເໜືອ ຕາງໜ້າ 10 ໝູ່ບ້ານທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ ລາຍງານວ່າ: “ກ່ອນມີໂຄງການ ຊາວບ້ານປູກເຂົ້າໂດຍອາໄສນໍ້າຝົນເປັນຫຼັກ, ເມື່ອຝົນນ້ອຍກໍຂາດນໍ້າ ເຮັດໃຫ້ການຜະລິດໄດ້ບໍ່ເຕັມເມັດເຕັມໜ່ວຍ ແລະ ສາມາດຜະລິດໄດ້ພຽງລະດູດຽວເທົ່ານັ້ນ. ແຕ່ໃນປັດຈຸບັນ ມີລະບົບຊົນລະປະທານ ພວກເຮົາສາມາດປູກພືດສອງເທື່ອ ຫຼືຫຼາຍກວ່ານັ້ນເຮັດໃຫ້ມີລາຍຮັບເພີ່ມ, ມີຊີວິດຄອບຄົວກໍດີຂຶ້ນຢ່າງຫຼາຍ ແລະເຫັນວ່າປະຊາຊົນ ມີຄວາມພາກພູມໃຈເປັນຢ່າງຍິ່ງ, ມີຄວາມຕື່ນຕົວເອົາໃຈໃສ່ໃນການທຳການຜະລິດກະສິກໍາ ຈາກທີ່ເຄີຍເຮັດລະດູດຽວກໍກາຍເປັນ 2 ລະດູ, ຊຶ່ງໃນເມື່ອກ່ອນ ຜົນຜະລິດເຂົ້ານາປີ 3,5 ໂຕນຕໍ່ເຮັກຕາ, ກໍເພີ່ມຂຶ້ນມາເປັນ 4,8 ໂຕນຕໍ່ເຮັກຕາ ອັນໄດ້ສ້າງເງື່ອນໄຂໃຫ້ຫລາຍຄອບຄົວສາມາດຊື້ເຄື່ອງມືຮັບໃຊ້ການຜະລິດກະສິກໍາທີ່ ທັນສະໄໝເພີ່ມຂຶ້ນ, ມີທີ່ຢູ່ອາໄສຖາວອນ, ມີພາຫະນະຮັບໃຊ້ພາຍໃນຄອບຄົວ, ແລະບາງຄອບຄົວສາມາດສົ່ງລູກໄປຮຽນຕ່າງປະເທດໄດ້ອີກ.

ທ່ານນາງ ແກ້ວ ປະຊາຊົນ ບ້ານປະປົວະ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການໃຫ້ສໍາພາດ ວ່າ: ກ່ອນໜ້າບໍ່ມີຊົນລະປະທານການຜະລິດກະສິກໍາແມ່ນພົບກັບຄວາມຫຍຸ້ງຍາກ, ລາຍຮັບບໍ່ໝັ້ນຄົງ ສະເລ່ຍ 3-4 ລ້ານກີບຕໍ່ປີ, ເມື່ອມີໂຄງການເຂົ້າໄປຊ່ວຍ ການຜະລິດກະສິກໍານັບມື້ດີຂຶ້ນຫຼາຍເທົ່າເພາະວ່າປະຊາຊົນຖືເອົາການຜະລິດກະສິກໍາເປັນອາຊີບຫຼັກ ແລະເມື່ອເກັບກ່ຽວເຂົ້ານາປີສໍາເລັດ ກໍກຽມລົງມືປັບປຸງເນື້ອທີ່ດັ່ງກ່າວປູກຖົ່ວເຫຼືອງ, ຜັກບົ່ວ, ຜັກທຽມ, ຜັກກາດ, ຫອມປ້ອມ, ສາລີ ແລະ ພືດອື່ນໆ ຊຶ່ງສ້າງລາຍຮັບ 70-80 ລ້ານກີບຕໍ່ປີ/ຄອບຄົວ, ຜົນຜະລິດເຂົ້ານາ 4,8 ໂຕນ/ເຮັກຕາ.
ໂດຍ: ສາວລາວໃຕ້

