
ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 21-24 ຕຸລາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບສູງ, ກ້າເບິ່ງບັນຫາຢ່າງກົງໄປກົງມາ, ມີປະຊາທິປະໄຕ, ເຮັດໃຫ້ບັນຫາຕ່າງໆທີ່ຍົກຂຶ້ນໃນວາລະປະຊຸມ ໄດ້ຮັບການອະພິ ປາຍ ແລະ ມີຄວາມເປັນເອກະພາບກັນສູງດ້ານທັດສະນະ ແລະ ການຊີ້ນຳຈັດຕັ້ງປະຕິບັດຕົວຈິງຕໍ່ໄປ. ຄະນະບໍລິ ຫານງານສູນກາງພັກ ໄດ້ຕີລາຄາຢ່າງສັງຮວມວ່າ ປີ 2025 ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ, ສົ່ງຜົນກະທົບ ແລະ ເກີດມີສິ່ງທ້າທາຍທົດສອບຫລາຍດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ດ້ວຍຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຂອງສູນກາງພັກ ແລະ ລັດຖະບານ ກໍຄື ຄວາມເປັນເຈົ້າການບຸກບືນສູ້ຊົນ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕະຫລອດຮອດພະນັກງານ, ປະຊາຊົນບັນດາເຜົ່າໄດ້ມີຄວາມຕັດສິນໃຈ ເພື່ອສູ້ຊົນ, ຜ່ານຜ່າ ເຮັດໃຫ້ປະເທດເຮົາຮັບປະກັນໄດ້ຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບປອດໄພ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂໃຫ້ຕົກໄປເປັນກ້າວໆ, ເສດຖະກິດມະຫາພາກຄ່ອຍໆມີສະຖຽນລະພາບດີຂຶ້ນ.
ບົນພື້ນຖານສະພາບການຕ່າງໆ ແລະ ຄວາມເລັ່ງທວງ ໃນສະເພາະໜ້າ ແລະ ຍາວນານ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ການນໍາທຸກໆພາກສ່ວນທັງສູນກາງ ແລະ ທ້ອງ ຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ບັນຊາ-ຊີ້ນໍາ ແກ້ໄຂບັນຫາຢ່າງມີແຜນການ ແລະ ມີຈຸດສຸມ ເປັນຕົ້ນ ການສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆໃຫ້ແຂງແຮງ, ສ້າງການຫັນປ່ຽນໃໝ່ໃຫ້ເລິກເຊິ່ງ, ມີປະສິດທິຜົນ ເພື່ອມ້ວນທ້າຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສົມບູນຍິ່ງຂຶ້ນ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ພ້ອມທັງ, ກະ ກຽມບັນດາວຽກງານ ເພື່ອຮອງຮັບໃຫ້ແກ່ການຜັນຂະຫຍາຍແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຊີ້ນໍາວຽກງານຈຳນວນໜຶ່ງ ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ຄື: ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ລາຄາສິນຄ້າ, ຄ່າຄອງຊີບ; ຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນໃນລະດູຝົນຜ່ານມາ, ປັບປຸງ-ສ້ອມແປງ ເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງເຊື່ອມຕໍ່ຕ່າງໆ, ເນື້ອທີ່ທໍາການຜະລິດ, ຊົນລະປະທານ, ເໝືອງ-ຝາຍ, ແນວພັນເຂົ້າ, ແນວພັນພືດ ສະໜອງໃຫ້ປະຊາຊົນຢູ່ແຕ່ລະທ້ອງຖິ່ນ, ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະ ໃຫ້ເປັນເຈົ້າການແກ້ໄຂບັນຫາດ້ານເຕັກນິກ-ວິຊາການ ເພື່ອເກັບກູ້, ມ້ຽນມັດ ຜົນຜະ ລິດລະດູຝົນ ແລະ ກະກຽມໃຫ້ແກ່ຂະບວນການຜະລິດ ໃນລະດູແລ້ງ, ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງ ແລະ ຟື້ນຟູ-ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ຜູ້ມີລາຍຮັບຕໍ່າ, ຜູ້ທຸກຍາກ-ດ້ອຍໂອກາດ; ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນຫລວງ, ແຂວງບັນດາກະຊວງ, ອົງການ ທີ່ສໍາເລັດແລ້ວ, ທຸກວຽກງານຕ້ອງໄດ້ຮັບການສືບຕໍ່ດໍາເນີນ ຫລື ເຄັ່ງຮ້ອນປັບປຸງໃຫ້ເຂົ້າສູ່ການປະຕິບັດໃຫ້ໄວຕໍ່ເນື່ອງ ບໍ່ໃຫ້ມີຮອຍຕໍ່, ຊ່ອງວ່າງໃດໆໃນການຊີ້ນຳ ແລະ ການບໍລິຫານວຽກງານ; ຢາກໃຫ້ເອົາໃຈໃສ່ຕື່ມ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງ ແມ່ນການປັບປຸງກົນໄກ, ລະບອບການນໍາພາ-ຊີ້ນໍາ, ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກ, ຄະນະປະຈຳພັກ ກັບອົງການປົກຄອງ ເພື່ອຮັບປະກັນຄວາມຖືກຕ້ອງ, ຄ່ອງຕົວ, ໂລ່ງລ່ຽນ, ແກ້ໄຂບັນຫາໃຫ້ທັນການ, ບໍ່ຊັກຊ້າ, ບໍ່ໜິ້ງກັນ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບພາກສ່ວນກ່ຽວຂ້ອງ ກວດກາຕື່ມ, ຖ້າຈໍາເປັນຄວນອອກນິຕິກໍາ ເພື່ອຈັດຕັ້ງປະຕິບັດ ໃຫ້ເອກະພາບກັນໃນທົ່ວປະເທດ ແລະ ໃຫ້ເປັນເອກະພາບໄປລວງດຽວກັນ; ຊີ້ນໍາ, ກວດຄືນຜົນການປັບປຸງກົງຈັກການຈັດຕັ້ງ ພາຍຫລັງຍຸບ, ໂຮມເຂົ້າກັນ ທັງສູນກາງ ແລະ ທ້ອງຖິ່ນ, ອັນໃດຍັງບໍ່ທັນຖືກທິດ, ເກະກະ, ສ້າງບັນຫາ ແມ່ນເດັດດ່ຽວແກ້ໄຂໃຫ້ຕົກ, ຮັບປະກັນກົງຈັກກະທັດລັດ, ມີຄຸນນະພາບ ແລະ ມີປະສິດທິພາບ ໃນການຂັບເຄື່ອນການປະຕິບັດໜ້າທີ່ການເມືອງຂອງແຕ່ລະການຈັດຕັ້ງ; ຊີ້ນໍາການກະກຽມຮອບດ້ານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດາອະນຸກໍາມະການຕ່າງໆ ຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງຕົນ ເປັນຕົ້ນ ປັບປຸງບັນດາເນື້ອໃນເອກະສານຕ່າງໆ, ການກະກຽມດ້ານໂຄງປະກອບບຸກຄະລາກອນ, ເປົ້າໝາຍເຂົ້າຮ່ວມກອງປະຊຸມ, ການກະກຽມບ່ອນປະຊຸມ, ການປະດັບປະດາ, ງົບປະມານ, ການປ້ອງກັນ ແລະ ອື່ນໆ ໃຫ້ຮັບ ປະກັນຄວາມປອດໄພ ແລະ ຜົນສໍາເລັດຢ່າງຈົບງາມ; ຊີ້ນໍາການກະກຽມກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອດຳເນີນຊີວິດການເມືອງໝົດສະໄໝ ຂອງຄະນະບໍລິຫານງານສູນກາງພັກ ກໍຄື ບຸກຄົນກຳມະການສູນກາງພັກ ສະໄໝທີ XI ທີ່ຍັງປະຈຳການ; ສືບຕໍ່ຊີ້ນໍາການກະກຽມດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສືບຕໍ່ຊີ້ນໍາການສະເຫລີມສະ ຫລອງວັນສໍາຄັນຂອງພັກ, ຂອງຊາດ ເປັນຕົ້ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ອື່ນໆ ໃຫ້ເປັນຂະບວນການກວ້າງຂວາງ, ເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ປະຢັດ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງ ບັນດາສະຫາຍກຳ ມະການສູນກາງພັກ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເຊີດຊູຄວາມເປັນເຈົ້າການ ແລະ ຄວາມເປັນແບບຢ່າງນຳໜ້າໃຫ້ສູງຂຶ້ນ ເພື່ອສືບຕໍ່ນຳພາ-ຊີ້ນຳ ເຮັດໃຫ້ບັນດາຄາດໝາຍສູ້ຊົນຕ່າງໆທີ່ວາງອອກ ໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ສ້າງຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຢ່າງສະຫງ່າຜ່າເຜີຍ.