30 ປີແຫ່ງການພົວພັນການທູດ ລາວ-ສ.ເກົາຫຼີ ນຳຜົນປະໂຫຍດອັນໃຫຍ່ຫຼວງ ສູ່ປະຊາຊົນ 2 ຊາດ

ກ່ອນໜ້ານີ້ 30 ປີ ຄືວັນ 25 ຕຸລາ 1995 - 25 ຕຸລາ 2025; ສປປ ລາວ ແລະ ສາທາລະນະລັດ ເກົາຫຼີິ (ສ. ເກົາຫຼີ) ໄດ້ຮັບການສ້າງຕັ້ງສາຍພົວພັນການທູດ ຢ່າງເປັນທາງການ ຕາມນະໂຍບາຍຂອງລັດຖະບານ 2 ປະເທດ ແລະ ມີຄວາມໃກ້ຊິດ ຮັບຜົນສໍາເລັດໃນຫຼາຍດ້ານ ຊຶ່ງກວມເອົາຫຼາຍຂົງເຂດ ພ້ອມນັ້ນທັງສອງປະເທດ ຍັງສາມາດຮັກສາການພົວພັນມິດຕະພາບອັນດີງາມ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ພາຍຫຼັງ ທີ່ໄດ້ມີການເປີດສະຖານທູດ ສ. ເກົາຫຼີ ຢູ່ນະຄອນຫຼວງວຽງຈັນໃນປີ 1996 ແລະ ສະຖານທູດລາວ ທີ່ນະຄອນເຊອູນ ໃນປີ 2001, ສອງປະເທດ ໄດ້ເລີ່ມການພົວພັນ ແລະ ຮ່ວມມືຢ່າງກວ້າງຂວາງ ໃນນັ້ນ ລວມທັງການພົບປະ ຄັ້ງປະຫວັດສາດຂອງພະນະທ່ານນາຍົກລັດຖະມົນຕີ ບຸນຍັງ ວໍລະຈິດ ໃນປີ 2002 ແລະ ພະນະທ່ານປະທານາທິບໍດີ Roh Moo-hyum ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2004 ກາຍເປັນຈຸດຫັນປ່ຽນ ຂອງການພົວພັນຂອງສອງປະເທດ ຊຶ່ງໄດ້ສະແດງອອກໃຫ້ເຫັນເຖິງຄຳໝັ້ນສັນຍາ ອັນໜັກແໜ້ນ ຂອງການນຳຂັ້ນສູງພວກເຮົາ ຕໍ່ການພັດທະນາສາຍພົວພັນ ລະຫວ່າງສອງປະເທດ ທີ່ມີມູນ ເຊື້ອອັນຍາວນານ.

ໃນຕະຫຼອດໄລຍະ 3 ທົດສະວັດມານີ້, ໄດ້ມີຄຳໝັ້ນສັນຍາທາງດ້ານການເມືອງ ໄດ້ຖືກຢືນຢັນອີກຄັ້ງ ໂດຍການມາຢ້ຽມ ຢາມ ສປປ ລາວ ຂອງພະນະທ່ານປະທານາທິບໍດີ Moon Jae-in ແລະ  ການຢ້ຽມຢາມ ສ. ເກົາຫຼີ ຂອງພະນະທ່ານນາຍົກລັດຖະ ມົນຕີ ທອງລຸນ ສີສຸລິດ ໃນປີ 2019.

ການຮ່ວມມືທາງດ້ານການເມືອງ ແລະ ຄວາມສາມັກຄີ ມິດຕະພາບ ທີ່ເປັນມູນເຊື້ອ ໄດ້ເປີດເສັ້ນທາງໃຫ້ແກ່ການພົວພັນດ້ານເສດຖະກິດການຄ້າ ແລະ ການຮ່ວມມືພັດທະນາ ລະຫວ່າງສອງປະເທດ ເພີ່ມຂຶ້ນຢືນຢູ່ໃນອັນດັບຕົ້ນໆ ໃນບັນດາຄູ່ຮ່ວມມືການຄ້າ ຂອງລາວ. ການລົງທຶນບັນດາບໍລິສັດຂອງ ສ.ເກົາຫຼີ ມີທ່າອ່ຽງເພີ່ມຂຶ້ນ ໃນນີ້ຂົງເຂດ SME ຈົນເຖິງໂຄງການໄຟຟ້ານ້ຳຕົກ. ສິ່ງທີ່ພົ້ນເດັ່ນ ໃນການພົວພັນຜ່ານມາ ແມ່ນຂະແໜງການທ່ອງທ່ຽວ, ຊຶ່ງເຫັນວ່າມີຈໍານວນນັກທ່ອງທ່ຽວ ສ. ເກົາຫຼີ ມາທ່ຽວ ລາວ ໃນໄລຍະກ່ອນໂຄວິດ ມີຈຳນວນຫຼາຍກວ່າ 2 ແສນຄົນ ລວມທັງ ສ. ເກົາຫຼີ ກໍຍັງມີຖ້ຽວບິນມາລາວ ຫຼາຍກວ່າໝູ່ໃນແຕ່ລະວັນ.

ການຮ່ວມມືດ້ານການຊ່ວຍເຫຼືອ ເພື່ອການພັດທະນາ (ODA) ແລະ ການກູ້ຢືມໃນເງື່ອນໄຂ ທີ່ຜ່ອນຜັນ (EDCF) ລະ ຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໄດ້ຮັບການເສີມຂະຫຍາຍໃນຫຼາຍຂົງເຂດ ເພື່ອໃຫ້ແທດເໝາະກັບເປົ້າໝາຍການພັດທະນາ ຂອງລັດຖະບານລາວ; ສ. ເກົາຫຼີ ຢູ່ໃນອັນດັບທີ່ດີ ໃນບັນດາຄູ່ຮ່ວມພັດທະນາໃຫຍ່ ຂອງລາວ ໃນດ້ານ ODA ແລະ ຂົງເຂດການຮ່ວມມື ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານ UXO ເປັນຕົ້ນ ການຫຼຸດຜ່ອນຄວາມທຸກຍາກຈາກຕົວແບບ ເຊມາອຶນດົງ. 

ນອກຈາກການຊ່ວຍເຫຼືອ ລະຫວ່າງພາກລັດຖະບານແລ້ວ ອັນພົ້ນເດັ່ນອີກອັນໜຶ່ງ ແມ່ນການຊ່ວຍເຫຼືອ ຂອງອົງການບໍ່ຫວັງຜົນກຳໄລ ທີ່ໃຫ້ການຊ່ວຍເຫຼືອປະຊາຊົນລາວ ເຊັ່ນ: ການສ້າງໂຮງຮຽນ, ໂຮງໝໍ, ຈັດສົ່ງເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ຢາ ແລະ ອຸປະກອນການແພດ ເປັນຈໍານວນບໍ່ໜ້ອຍໃນແຕ່ລະປີໃຫ້ແກ່ ສປປ ລາວ.

ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນປີ 2023, ພະນະທ່ານສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບພະນະທ່ານປະທານາທິບໍດີ ຢຸນ ຊອກ ຢອນ (Yoon Suk Yeol) ຊຶ່ງຝ່າຍລາວ ສະແດງຄວາມພ້ອມ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລາວ -ສ.ເກົາຫຼີ ໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ໂດຍທັງສອງຝ່າຍຕີລາຄາສູງ ຕໍ່ການພົວພັນມິດຕະພາບທີ່ດີ ແລະ ການຮ່ວມມື ທີ່ເຕັມໄປດ້ວຍໝາກຜົນຕະຫຼອດໃນຜ່ານມາ, ຊຶ່ງຝ່າຍ ສ. ເກົາຫຼີ ຍິນດີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຮູບແບບການຊ່ວຍເຫຼືອ ODA ແລະການສະໜອງເງິນກູ້ຜ່ານກອງທຶນ EDCF ຂອງ ສ.ເກົາຫຼີ ໃຫ້ແກ່ ສປປ ລາວ ໂດຍສະເພາະການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ວຽກງານສຶກສາ, ກະສິກຳ ແລະ ອື່ນໆ ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ນັບມື້ນັບດີຂຶ້ນ ລວມທັງການພິຈາລະນາຂໍ້ສະເໜີຂອງຝ່າຍລາວ ສໍາລັບໂຄງ ການຫັນເປັນດີຈີຕອລ ຂອງລັດຖະບານ ສປປ ລາວ.

ໃນໂອກາດທີ່ພະນະທ່ານປະທານາທິບໍດີ ແຫ່ງ ສ. ເກົາຫຼີ ເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສ. ເກົາຫຼີ ຄັ້ງທີ 25 ເພື່ອສະເຫຼີມສະຫຼອງຄົບຮອບ 35 ປີ ຂອງການພົວພັນອາຊຽນ-ສ. ເກົາຫຼີ ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງທີ່ ສປປ ລາວ ເປັນເຈົ້າພາບໃນເດືອນຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບພະນະທ່ານປະທານາທິບໍດີ Yoon Suk Yeol ຊຶ່ງທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ທີ່ເຕັມໄປດ້ວຍໝາກຜົນສູງຕະຫຼອດໄລຍະເກືອບ 3 ທົດສະວັດຜ່ານມາ, ການນຳຂັ້ນສູງສອງປະເທດ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ບັນດາໂຄງການຊ່ວຍເຫຼືອ, ໂຄງການຮ່ວມມື ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຊຶ່ງໃນປີ 2025, ສອງຝ່າຍເຫັນດີຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສ. ເກົາຫຼີ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນ;

ສອງຝ່າຍ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຍົກລະດັບການພົວພັນຮ່ວມມື ຂຶ້ນສູ່ລະດັບໃໝ່ໃນອະນາຄົດອັນໃກ້ນີ້ ຊຶ່ງຈະເປັນການເປີດສັງກາດໃໝ່ ແຫ່ງ ການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນີ້, ສອງຝ່າຍໄດ້ຕີລາ ຄາສູງ ຕໍ່ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ທີ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນຂໍ້ມູນລະຫວ່າງນັກທຸລະກິດສອງປະເທດ ເພື່ອດຶງດູດນັກລົງທຶນ ສ.ເກົາຫຼີ ໃຫ້ມາລົງທຶນຢູ່ລາວຫຼາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າຂອງລາວ ໄປຍັງຕະຫຼາດຂອງ ສ. ເກົາຫຼີ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດອຸດສາຫະກຳການຜະລິດ (manufacturing), ອຸດສາຫະກໍາຍານຍົນ (automobile), ເຄື່ອງໃຊ້ໄຟຟ້າ, ການຜະລິດ Semi-Conductor, ອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງ, ຜົນຜະລິດກະສິກໍາ ແລະ ອື່ນໆ.

ຝ່າຍລາວຕີລາຄາສູງ ຕໍ່ຂໍ້ລິເລີ່ມການຮ່ວມມືດ້ານສິ່ງແວດລ້ອມ ພາຍໃຕ້ເປົ້າໝາຍການຫຼຸດຜ່ອນທາດອາຍເຮືອນແກ້ວ ເພື່ອຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ສະແດງຄວາມຂອບໃຈ ຕໍ່ໂຄງ ການສ້າງສວນອຸທິຍານດິຈິຕອລ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມອຸດສາຫະກໍາດີຈີຕອລ ແນໃສ່ດຶງດູດບັນດາບໍລິສັດເຕັກໂນໂລຊີຈາກຕ່າງປະເທດເຂົ້າມາລົງທຶນໃນລາວຫຼາຍຂຶ້ນ ໂດຍສະເພາະການສ້າງຄວາມພ້ອມໃຫ້ສັງຄົມລາວກ້າວເຂົ້າສູ່ຍຸກດີຈີຕອລ, ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ, ການສະໜອງທຶນການສຶກສາ, ການສະໜັບສະໜູນດ້ານວັດທະນະທຳ-ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍເຫັນດີສືບຕໍ່ການຮ່ວມມືໃນລະດັບພາກພື້ນ ແລະສາກົນ ເປັນຕົ້ນການຮ່ວມມືໃນຂອບອາຊຽນ-ສ. ເກົາຫຼີ, ແມ່ນ້ຳຂອງ-ສ. ເກົາຫຼີ, ອົງການ ສປຊ ແລະ ອື່ນໆ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນທີ່ ມີຄວາມສົນໃຈຮ່ວມກັນ.

ໃນໂອກາດ ທີ່ສະຫງ່າງາມນີ້, ຜູ້ນຳທັງສອງປະເທດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາຈຳນວນ  3 ສະ ບັບຄື: 1. ສັນຍາ ວ່າດ້ວຍການຮ່ວມມື ກ່ຽວກັບການປ່ຽນແປງດິນຟ້າອາກາດລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ; 2. ສັນຍາ ຂອບການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສ. ເກົາຫຼີ ກ່ຽວກັບບັນດາໂຄງການຮ່ວມມື ກັບກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ (EDCF) ຂອງ ສ. ເກົາຫຼີໃນໄລຍະ 2024- 2027 ແລະ 3. ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ ຊຶ່ງເປັນການຈັດຕັ້ງປະຕິບັດ ມາດຕາ 6 ຂອງສົນທິສັນຍາປາຣີ ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ. ເກົາຫຼີ.

ໃນໂອກາດ ທີ່ຮັບຕຳແໜ່ງປະທານາທິບໍດີຄົນໃໝ່ ຂອງ ສ. ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານ ເຖິງພະນະທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ຊຶ່ງໄດ້ຊົມເຊີຍ ຢ່າງຈິງໃຈມາ ຍັງພະນະທ່ານ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ.

ປີ 2025 ນີ້ ຖືເປັນຂີດໝາຍ ທີ່ສຳຄັນໃນການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ​ ແລະ ສາທາລະນະລັດ ເກົາຫຼີ​ ເຊິ່ງພວກເຮົາ ຈະໄດ້ຮ່ວມກັນສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ, ຂ້າ ພະເຈົ້າ ມີຄວາມຍິນດີ ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນສາຍ​ພົວພັນ​ມິດຕະພາບ​ ແລະ​ ການຮ່ວມມືອັນດີງາມ​ ລະຫວ່າງ​ສອງປະເທດພວກເຮົາ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ- ສ. ເກົາຫຼີ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ໃນວັນທີ 27 ຕຸລາ 2025 ນີ້; ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ກົວລາລໍາເປີ, ມາເລເຊຍ ທັງສອງຝ່າຍ ໄດ້ເຫັນດີ ສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ຂອງສອງປະເທດ ລວມທັງສືບຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ຝ່າຍລາວ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຂອງ ສ. ເກົາຫຼີ ໃນດ້ານຕ່າງໆ ຕະຫຼອດຊຸມປີຜ່ານມາ, ຊຶ່ງໄດ້ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໂດຍສະເພາະການຊ່ວຍເຫຼືອ ເພື່ອການພັດທະນາ (ODA) ເຂົ້າໃນໂຄງການ ສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕາຝັ່ງເຈື່ອນ, ໂຄງການເກັບກູ້ລະເບີດບໍ່ທັນແຕກ, ການຊ່ວຍເຫຼືອດ້ານສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

ຄຽງຄູ່ກັນນັ້ນ, ກໍ່ໄດ້ຊົມເຊີຍການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫ່ວາງສອງປະເທດ ຊຶ່ງສືບຕໍ່ຂະຫຍາຍຕົວໃນລະດັບສູງ ແລະ ກວມເອົາຫຼາຍຂົງເຂດວຽກງານ ໂດຍສະເພາະໃນຂະແໜງພະລັງງານສະອາດ, ການກໍ່ສ້າງ, ການບໍລິການ, ກະສິກໍາ ແລະ ອື່ນໆ. ດ້ານການທ່ອງທ່ຽວ ເຫັນວ່າ: ນັກທ່ອງທ່ຽວຂອງ ສ. ເກົາຫຼີເດີນທາງມາທ່ອງທ່ຽວຢູ່ລາວ ນັບມື້ນັບເພີ່ມຂຶ້ນ, ຊຶ່ງເປັນການຊຸກຍູ້ການໄປມາຫາສູ່ ລະຫ່ວາງປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ; ສອງຝ່າຍ ເຫັນດີ ຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມື ໃຫ້ກວ້າງຂວາງອອກຕື່ມ ໂດຍສະເພາະໃນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານພະລັງງານສະອາດ, ການພັດທະນາ ພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເຊື່ອມຈອດ, ການບໍລິຫານ ແລະ ການທ່ອງທ່ຽວ.

ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຕິດຕາມ ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ເພື່ອປາບປາມການສໍ້ໂກງທາງອອນລາຍ, ຊຶ່ງຍັງເປັນໄພຄຸກຄາມ ແລະ ສ້າງຄວາມເສຍຫາຍ ທາງດ້ານຊັບສິນຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນໃນຫຼາຍປະເທດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ; ໃນວັນທີ 25 ຕຸ ລາ 2025 ນີ້; ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານໄປຍັງພະນະທ່ານ ລີ ແຈ ມຽງ ປະທານາ ທິບໍດີ ແຫ່ງ ສ. ເກົາຫຼີ; ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ສົ່ງສານໄປຍັງ ພະນະທ່ານ ຄິມ ມິນ ຊອກ ນາຍົກລັດຖະມົນຕີ ສ. ເກົາຫຼີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງສານໄປຍັງພະນະທ່ານ ໂຈ ຮຸນ ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ;

ໂດຍເນື້ອໃນໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນ ສ. ເກົາຫຼີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສປປ ລາວ  ແລະ ສ. ເກົາຫຼີ ຄົບຮອບ 30 ປີ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ: ຕະຫຼອດໄລຍະຜ່ານມາ, ສປປ ລາວ ແລະ ສ. ເກົາຫຼີ ໄດ້ພ້ອມກັນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະ ເທດພວກເຮົາ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງສອງຝ່າຍ, ສາຍພົວພັນມິດຕະພາບ ອັນໃກ້ຊິດ ແລະ ການຮ່ວມມືອັນມີໝາກຜົນ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ສ. ເກົາຫຼີ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.

ຕະຫຼອດບົນເສັ້ນທາງ 30 ປີແຫ່ງການພົວພັນ ແລະຮ່ວມມືສອງຝ່າຍ ລະຫວ່າງລັດຖະບານ ແລະປະຊາຊົນ 2 ຊາດ ລາວ-ສ. ເກົາຫຼີ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາ ແລະ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຫຼາຍຂົງເຂດວຽກງານ ຊຶ່ງປະກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ການປັບປຸງຄຸນນະພາບຊີວິດ ແລະ ການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ຣັດສະໝີ ດວງສັດຈະ.