ສານປະຊາຊົນສູງສຸດ ລາວ-ຫວຽດນາມ ເສີມຂະຫາຍການຮ່ວມມື

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເລ ມິງ ຈີ້ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ດັ່ງນັ້ນ ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມພົບປະ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນ ຢ່າງເປັນທາງການໃນລະຫວ່າງວັນທີ 28-31 ຕຸລາ ນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ - ລາວ ທີ່ພັກ-ລັດຖະບານ ແລະ ປະຊາຊົນ 2 ຊາດໄດ້ຈັດຕັ້ງສະເຫຼີມສະຫຼອງ ວັນປະຫວັດສາດ ຄື: ຄົບຮອບ 80 ປີ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ແລະ ຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1945 – 2 ທັນວາ 2025) ໃກ້ຈະມາເຖິງນີ້.

ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ຂອງສານປະຊາຊົນ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນເປັນການສະແດງໃຫ້ເຫັນເຖິງການເຄື່ອນໄຫວພົວພັນຮ່ວມມືຢ່າງຕໍ່ເນື່ອງ, ຮອບດ້ານ ແລະ ເລິກເຊິ່ງ ໃນກອບບົດບັນທຶກການຮ່ວມມື 2 ຝ່າຍ ທີ່ໄດ້ລົງນາມກັນໃນປີ 2008, ເປັນການຮ່ວມມືຂອງ 2 ອົງການຕຸລາການ ຂອງ 2 ປະເທດ ເພື່ອແນໃສ່ເສີມສ້າງ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບການປັບປຸງດ້ານການຈັດຕັ້ງໃນລະບົບສານ, ວຽກງານການບໍລິຫານສານ - ບໍລິ ຫານຄະດີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. 

ໃນວັນທີ 28 ຕຸລາ ຜ່ານມາ, ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນ 2 ປະເທດ ໄດ້ພົບປະກັນຢ່າງເປັນທາງການຢູ່ ສໍານັກງານຂອງສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຊຶ່ງທັງ 2 ຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືໃນໄລຍະຜ່ານມາ ຊຶ່ງເນື້ອໃນຫົວຂໍ້ການພົບປະຄັ້ງນີ້ມີດັ່ງລຸ່ມນີ້:

- ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການປັບປຸງບົດບັນທຶກ ຊ່ວຍຈຳ MOU ສະບັບປີ 2008 ເພື່ອໃຫ້ສອດຄ່ອງ ແລະ ຖືກຕ້ອງກັບສະພາບຕົວຈິງຂອງປັດຈຸບັນ ເຮັດໃຫ້ສານປະຊາຊົນຂອງສອງປະເທດ ຫຍັບເຂົ້າໃກ້ກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.

- ແລກປ່ຽນບົດຮຽນຊຶ່ງກັນ ເເລະ ກັນ ໃນວຽກງານບໍລິຫານຄະດີ-ບໍລິຫານສານ ຂອງສານສອງປະເທດ ເປັນການເສີມສ້າງສາຍພົວພົນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນລະບົບສານປະຊາຊົນຂອງສອງປະເທດ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ເນື່ອງໃນໂອກາດດັ່ງກ່າວ, ຄະນະຜູ້ແທນຂັ້ນສູງ ຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຍັງໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີ້ນ ແທງ ເໝີນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຶ່ງສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ສອງລັດ  ແລະ ປະຊາຊົນສອງຊາດ ທີ່ເປັນມູນເຊື້ອອັນດີງາມ ເວົ້າລວມ, ເວົ້າສະເພາະ ການພົວພັນພັນຮ່ວມມືລະຫວ່າງ 2 ອົງການຕຸລາການ  2 ປະເທດ ໃນໄລຍະຜ່ານມາ ແລະ ສະຫາຍໄດ້ສະແດງຄວາມເຊື່ອໝັ້ນວ່າ ທັງສອງປະເທດຈະສືບຕໍ່ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະຂຽວສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ ຊຶ່ງນອກຈາກໄດ້ເຄື່ອນໄຫວຢູ່ສານປະຊາຊົນສູງສຸດ ແລ້ວ, ຄະນະຜູ້ແທນຂັ້ນສູງ ຈາກ ສປປ ລາວ ຍັງໄດ້ມີໂອກາດໄປຢ້ຽມຢາມສານປະຊາຊົນແຂວງຮ່າຕິ່ງ ສສ ຫວຽດນາມ, ທ່ຽວຊົມໂຮງງານຜະລິດລົດໄຟຟ້າ vinfast ເເລະ ຢ້ຽມຢາມບໍລິສັດຫຸ້ນສ່ວນທ່າເຮືອສາກົນລາວ-ຫວຽດນາມ ຢູ່ ແຂວງຮ່າຕິ໋ງ.

ຂ່າວ: ສານປະຊາຊົນສູງສຸດ