ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບລາງວັນ ‘ການປະຕິບັດພັນທະສ່ວຍສາອາກອນດີເດັ່ນ’ ເປັນຄັ້ງທີ 5

ໃນວັນທີ 31 ຕຸລາ 2025, ບໍລິສັດ ພູເບ້ຍ ມາຍນິ້ງ ໄດ້ຮັບລາງວັນ ‘ການປະຕິບັດພັນທະສ່ວຍສາອາກອນດີເດັ່ນ’ ໃນລາວ ເປັນປີທີ 05 ຕິດຕໍ່ກັນ. ບໍລິສັດໄດ້ຮັບໃບຍ້ອງຍໍ ທີ່ມອບໃຫ້ໃນພິທີມອບ-ຮັບໃບຍ້ອງຍໍ ສໍາລັບການປະຕິບັດພັນທະທາງດ້ານການເງິນຕະຫຼອດໄລຍະ 05 ປີ ຂອງບໍລິສັດ ພູເບ້ຍ ມາຍນິງ (2020-2024).

ທ່ານ ຈັນເພັງ ບຸນນະຜົນ, ທີ່ປຶກສາອາວຸໂສ ຂອງບໍລິສັດ ພູເບ້ຍ ມາຍນິ້ງ, ຂຶ້ນຮັບໃບຍ້ອງຍໍ ເຊິ່ງມອບໂດຍ ທ່ານ ສັນຕິພາບ ພົມວິຫານ, ຄະນະກຳມະການສູນກາງພັກ, ເລຂາຄະນະກຳມະການບໍລິຫານພັກ, ແລະ ລັດຖະມົນຕີ ກະຊວງການເງິນ, ຢູ່ທີ່ພິທີມອບ-ຮັບໃບຍ້ອງຍໍ ຂອງກະຊວງ ຊຶ່ງຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ພິທີດັ່ງກ່າວຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ 75 ປີ (13/08/1950 ຫາ 13/08/2025).

ເພື່ອປະຕິບັດຕາມພັນທະອາກອນທີ່ເຂັ້ມງວດຢູ່ລາວ, ກະຊວງການເງິນໄດ້ຈັດອັນດັບບໍລິສັດຕ່າງໆ, ເຊິ່ງປະເພດ ‘I’ ເປັນລະດັບສູງສຸດທີ່ສາມາດບັນລຸໄດ້. ບໍລິສັດ ພູເບ້ຍ ມາຍນິ້ງ ໄດ້ຮັບໃບຍ້ອງຍໍປະເພດ I ສຳລັບການມອບພັນທະອາກອນເປັນປົກກະຕິ ແລະ ຕາມກຳນົດເວລາ, ຊຶ່ງສືບຕໍ່ສະໜອງບົດລາຍງານປະຈໍາປີ ແລະ ການພັດທະນາແບບຍືນຍົງ, ຜ່ານການກວດສອບຂອງລັດຖະບານໂດຍບໍ່ມີໜີ້ຄ້າງຊຳລະ, ແລະ ບໍ່ມີການລົງໂທດສຳລັບການປະຕິບັດພັນທະອາກອນທີ່ລ່າຊ້າ.

ນັບຕັ້ງແຕ່ບໍລິສັດໄດ້ເລີ່ມດຳເນີນງານໃນປີ 2008 ເປັນຕົ້ນມາ, ການມອບພັນທະໂດຍກົງຂອງບໍລິສັດໃຫ້ແກ່ລັດຖະບານລາວໄດ້ບັນລຸຫຼາຍກວ່າ 1 ຕື້ໂດລາສະຫະລັດ ຊຶ່ງປະກອບດ້ວຍຄ່າຊັບພະຍາກອນແຮ່ທາດ, ເງິນເດືອນ, ຄ່າທາງ, ອາກອນກຳໄລ, ເງິນປັນຜົນ, ແລະ ຄ່າທຳນຽມສຳປະທານ ແລະ ການນຳເຂົ້າອື່ນໆ.

ທ່ານ ຈັນເພັງ ບຸນນະຜົນ, ໄດ້ໃຫ້ຮູ້ຕື່ມອີກວ່າ: “ການໄດ້ຮັບການຍ້ອງຍໍເປັນທຸລະກິດດີເດັ່ນໃນການປະຕິບັດພັນທະ ຕະຫຼອດໄລຍະ 05 ປີຕິດຕໍ່ກັນ ແມ່ນເປັນສິ່ງພິສູດໃຫ້ເຫັນເຖິງຄວາມມຸ້ງໝັ້ນອັນຕໍ່ເນື່ອງຕະຫຼອດມາຂອງພວກເຮົາຕໍ່ປະເທດລາວ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການພັດທະນາຂອງຊາດ ແລະ ຈະສືບຕໍ່ມີສ່ວນຮ່ວມໃນການຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມໃຫ້ຍືນຍົງ.”