
ກອງປະຊຸມປຶກສາຫາລື ກ່ຽວກັບ ທິດທາງໃນການແກ້ໄຂບັນຫາເສດຖະກິດ ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ຢູ່ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍມີທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄຳມ່ວນ, ທ່ານ ກາວ ຫວຽດ ຊິງ ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ທ່ານ ດາວວອນ ວົງອ່ອນຈັນ ຮອງຫົວໜ້າຫ້ອງການຄະນະກຳມະການ ຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະຊ່ຽວຊານຝ່າຍລາວ, ຊ່ຽວຊານຝ່າຍ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໝັ້ນຍືນ ຄີນສະໝອນ ໄດ້ລາຍງານຫຍໍ້ ສະພາບລວມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ວຽກງານສົ່ງເສີມການລົງທຶນ-ພັດທະນາ ຢູ່ເຂດເສດຖະກິດພິເສດ ທ່າແຂກ ເຊິ່ງມາຮອດປະຈຸບັນແມ່ນໄດ້ອະນຸມັດການລົງທຶນພາຍໃນ ແລະ ຕ່າງປະເທດ ຈຳນວນ 21 ບໍລິສັດ, ໃນນັ້ນ ມີບໍລິສັດພາຍໃນ 10 ບໍລິສັດ, ບໍລິສັດຕ່າງປະເທດ 07 ບໍລິສັດ ແລະ ບໍລິສັດຮ່ວມມືກັບຕ່າງປະເທດ 04 ບໍລິສັດ, ແຍກເປັນປະເພດກິດຈະກໍາລະບົບສາງ ການຂົນສົ່ງ-ໂລຈິດຕິກ 04 ບໍລິສັດ, ປະເພດອຸດສາຫະກຳ 09 ບໍລິສັດ, ການຄ້າ-ການບໍລິການ 08 ບໍລິສັດ, ມີເນື້ອທີ່ເຊົ່າສໍາປະທານທັງໝົດ 291.71 ເຮັກຕາ, ມີທຶນຈົດທະບຽນ 158 ລ້ານໂດລາສະຫະລັດ ແລະ ມູນຄ່າແຜນການລົງທຶນທັງໝົດ 338 ລ້ານໂດລາສະຫະລັດ.
ໂອກາດນີ້, ຄະນະຊ່ຽວຊານຝ່າຍລາວ ແລະ ຫວຽດນາມ ກໍ່ໄດ້ຍົກບາງບັນຫາຂຶ້ນເພື່ອແລກປ່ຽນ ເປັນຕົ້ນ:
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ໃນໄລຍະ 10 ເດືອນທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດໄດ້ຄືແນວໃດ, ລວມເຖິງການຄາດຄະເນໝົດປີ ຈະບັນລຸໄດ້ຄືແນວໃດ, ບັນຫາລາຄາສິນຄ້າມີການປ່ຽນແປງ ແລະ ເໜັງຕີງ ໄດ້ມີມາດຕະການແກ້ໄຂຄືແນວໃດ, ການເກັບລາຍຮັບເຂົ້າງົບປະມານ, ການດຸ່ນດ່ຽງງົບປະມານລາຍຮັບລາຍຈ່າຍ ລະຫວ່າງແຂວງກັບສູນກາງ, ບັນຫາພົ້ນເດັ່ນກ່ຽວກັບການທ່ອງທ່ຽວ, ການເກັບລາຍຮັບຈາກການທ່ອງທ່ຽວ, ການເກັບລາຍຮັບຕາມທ່າແຮງຂອງແຂວງ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ໄດ້ຢ່າງມີປະສິດທິພາບຄືແນວໃດ ລວມເຖິງບັນດາກົນໄກຕ່າງໆ ທີ່ສູນກາງໄດ້ກຳນົດອອກ ໃນດ້ານວຽກງານຕ່າງໆ ວ່າມີຄວາມເໝາະສົມຫຼືບໍ່, ພ້ອມນີ້ ຄະນະຊ່ຽວຊານຝ່າຍ ສສ ຫວຽດນາມ ກໍ່ໄດ້ສະເໜີບາງບັນຫາທີ່ແຂວງຄຳມ່ວນຈະຕ້ອງໄດ້ສຸມໃສ່ບຸກທະລຸ ເພື່ອແກ້ໄຂບັນຫາທາງດ້ານເສດຖະກິດຂອງແຂວງ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ຄື: ການປັບປູງການບໍລິການ, ປັບປຸງຂອດການດຳເນີນເອກະສານທາງດ້ານການລົງທຶນໃຫ້ວ່ອງໄວຂຶ້ນ, ຊຸກຍູ້, ປຸກລະດົມປະຊາຊົນມີຄວາມຫ້າວຫັນໃນການທຳການຜະລິດ ແລະ ສ້າງເສດຖະກິດຄອບຄົວ ໃຫ້ໄດ້ຢ່າງແຂງແຮງ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ທີ່ພັກ ແລະ ລັດຖະບານວາງອອກໃຫ້ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.
ຂ່າວ-ພາບ: ກອງຄໍາ