ປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ

ພິທີປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນວັນທີ 5 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

 ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກະຊວງປ້ອງກັນປະເທດ. ນາຍົກລັດຖະມົນຕີ ອອກດຳລັດ:

  1. ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
  2. ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
  3. ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ເປັນຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ

ຜ່ານຄຳສັ່ງຍົກຍ້າຍ ນາຍທະຫານໄປຮັບໜ້າທີ່ໃໝ່. ນາຍົກລັດຖະມົນຕີ ອອກຄຳສັ່ງ: ຍົກຍ້າຍ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄປຮັບໜ້າທີ່ ໃໝ່ຢູ່ ກອງພົນທີ 2 ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ: ສະຫາຍ ພັນໂທ ວັນໄຊ ເນຕິບັນດິດ ເປັນຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ, ຈາກນັ້ນໄດ້ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ປ່ຽນແທນ ສະຫາຍ ພົນຕີ ສົມພອນ ມິດຕະພອນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ  ປ່ຽນແທນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເປັນກຳມະການຄະນະບໍລິຫານງານພັກ ທັງເປັນເລຂາຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ປ່ຽນແທນ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.

 ໃນພິທີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີບົດບາດການນຳພາ-ຊີ້ນຳ, ຮັດແໜ້ນຄວາມສາມັກຄີເປັນປຶກແຜນແໜ້ນໜາ ພາຍໃນໝູ່ຄະນະ, ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້.

ທີ່ມາ: Lao people's Army News