ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 2

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະຫະປະຊາຊາດ (ສປຊ) ຄັ້ງທີ 02 ວ່າດ້ວຍການພັດທະນາສັງຄົມ ໃນລະຫວ່າງວັນທີ 4-6 ພະຈິກ 2025 ທີ່ໂດຮາ, ປະເທດ ກາຕາ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ນາງ ແອນນາເລນາ ແບບ໋ອກ (Annalena Baerbock) ປະທານ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 80 ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ຜູ້ແທນຂັ້ນສູງ ຈາກ 166 ປະເທດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຖະແຫລງການແລະ ແຜນປະຕິບັດງານໂກເປັນຮາກ ທີ່ຖືກຮັບຮອງໃນປີ 1995 ແລະ ວາງທິດທາງການຮ່ວມມືສາກົນໃນຕໍ່ໜ້າ ໃນວຽກງານການພັດທະນາສັງຄົມ ໂດຍໄດ້ຮັບຮອງເອົາຖະແຫລງການທາງການເມືອງສະບັບໃໝ່ (ແຜນປະຕິບັດງານ ໂດຮາ ຫລື Doha Political Declaration of the Second World Social Summit for Social Development).

ໃນພິທີເປີດກອງປະຊຸມ, ສົມເດັດ ຊີກ ທາມີມ ບິນ ຮາມັດ ອັລ-ທານີ (Sheikh Tamim bin Hamad Al-Thani) ປະມຸກລັດ ແຫ່ງກາຕາ (Emir of Qatar) ໄດ້ຢໍ້າຄືນເຖິງຄວາມສໍາຄັນທາງປະຫວັດສາດຂອງກອງປະຊຸມສຸດຍອດໃນຄັ້ງນີ້ ພາຍຫລັງ 30 ປີ ຂອງການປະຕິບັດຖະແຫລງການ ໂກເປັນຮາກ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ ອັນສະເໜີຕົ້ນສະເໝີປາຍ ຂອງລັດຖະບານ ກາຕາ ໃນການຮັດແໜ້ນການຮ່ວມມືສາກົນ ເພື່ອການພັດທະນາ ໂດຍມີປະຊາຊົນເປັນແກນກາງ ແລະ ຜ່ານການລົງທຶນເຂົ້າໃນຂົງເຂດການສຶກສາ, ການປົກປ້ອງດ້ານສັງຄົມ ແລະ ການສ້າງວຽກເຮັດງານທໍາທີ່ດີ ແນໃສ່ເພື່ອຮັບປະກັນຄວາມຍຸຕິທໍາ ແລະ ການມີສ່ວນຮ່ວມໃນທົ່ວສັງຄົມ.

ໂອກາດດຽວກັນ, ທ່ານ ອານໂຕນີໂອ ກູເຕເຣັສ (Antonio GUTERRES) ເລຂາທິການໃຫຍ່ອົງການ ສປຊ ກໍໄດ້ຍົກໃຫ້ເຫັນທິດທາງຂອງການພັດທະນາສັງຄົມໃນຍຸກໃໝ່ ໂດຍຜ່ານການແກ້ໄຂຄວາມທຸກຍາກ, ການສ້າງວຽກເຮັດງານທໍາ, ການເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ການສະໜອງທຶນ ຊຶ່ງເປັນປັດໄຈພື້ນຖານ ເພື່ອຫລຸດຜ່ອນຄວາມແຕກໂຕນ ທາງດ້ານການພັດທະນາ ລະຫວ່າງປະເທດຕ່າງໆ ໃນໂລກ. ອົງການ ສປຊ ຢໍ້າຄືນເຖິງຄວາມສໍາຄັນຂອງການຮ່ວມມືສາກົນ ພາຍໃຕ້ຂອບການຮ່ວມມືຫລາຍຝ່າຍ ເພື່ອຊຸກຍູ້ການພັດທະນາສັງຄົມ ທັງໃນລະດັບປະເທດ ແລະ ສາກົນ ໂດຍຖືເອົາປະຊາຊົນເປັນໃຈກາງ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຂຶ້ນກ່າວຄໍາປາໄສ ຕໍ່ກອງປະຊຸມຄົບຄະນະ ຊຶ່ງເນັ້ນໃຫ້ເຫັນວ່າ ລັດຖະບານລາວ ໄດ້ຖືເອົາວຽກງານການພັດທະນາສັງຄົມ ເປັນໜຶ່ງໃນບຸລິມະສິດສູງສຸດ ຂອງແຜນຍຸດທະສາດແຫ່ງຊາດ ໂດຍສຸມໃສ່ການລຶບລ້າງຄວາມທຸກຍາກ, ການສ້າງວຽກເຮັດງານທຳ, ການປັບປຸງລະບົບການສຶກສາ ແລະ ການບໍລິການດ້ານສາທາລະນະສຸກສໍາລັບທຸກຄົນ ໂດຍສະເພາະ ແມ່ຍິງ, ເດັກນ້ອຍ, ຄົນພິການ ແລະ ປະຊາຊົນຢູ່ເຂດຫ່າງໄກສອກຫລີກ ແລະ ຊົນນະບົດ. ສິ່ງທີ່ພົ້ນເດັ່ນແມ່ນອັດຕາຄວາມທຸກຍາກ ໄດ້ຫລຸດລົງຈາກ 46% ວັດແທກໄດ້ໃນປີ 1993 ມາເປັນ 16,87% ໃນປີ 2023. ລັດຖະບານຍັງໄດ້ເອົາໃຈໃສ່ ສົ່ງເສີມການຮ່ວມມືກັບຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ບັນດາອົງການຈັດຕັ້ງສາກົນ ໂດຍຜ່ານກົນໄກການຮ່ວມມືແຫ່ງຊາດ ເປັນຕົ້ນ ກອງປະຊຸມໂຕະມົນ ແລະ ກອງປະຊຸມຕ່າງໆ ຮ່ວມກັບຄູ່ຮ່ວມພັດທະນາ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃນດ້ານຕ່າງໆ ແລະ ຮັບປະກັນໃຫ້ແກ່ການພັດທະນາທາງສັງຄົມທີ່ແທດເໝາະ ກັບສະພາບການໃນປັດຈຸບັນ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ສືບຕໍ່ຮັດແໜ້ນການຮ່ວມມື ເພື່ອສຸມໃສ່ການພັດທະນາສັງຄົມ ໂດຍມີປະຊາຊົນເປັນໃຈກາງ, ຍົກສູງຂອບການຮ່ວມມືຫລາຍຝ່າຍ, ກໍານົດຂົງເຂດການຮ່ວມມືທີ່ມີຈຸດສຸມ ແລະ ແທດເໝາະກັບສະພາບການພັດທະນາໃນປັດຈຸບັນ ໂດຍສະເພາະ ການພັດທະນາດ້ານເຕັກໂນໂລຊີ, ການຫັນປ່ຽນທາງດ້ານພະລັງງານ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການສົ່ງເສີມການເຊື່ອມສານ ລະຫວ່າງຂອບການຮ່ວມມືພາກພື້ນ ແລະ ສາກົນ.

ກອງປະຊຸມສຸດຍອດ ສປຊ ຄັ້ງທີ 02 ວ່າດ້ວຍການພັດທະນາສັງຄົມ ໄດ້ຮັບຮອງເອົາຖະແຫລງການ ທາງການເມືອງ ໂດຮາ (Doha Political Declaration) ຢ່າງເປັນເອກະສັນ ຊຶ່ງຈະເປັນບ່ອນອີງອັນສຳຄັນໃຫ້ແກ່ທຸກປະເທດສະມາຊິກ ລວມທັງ ສປປ ລາວ ໃນການສືບຕໍ່ເຊື່ອມສານວຽກງານການພັດທະນາສັງຄົມ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ ພ້ອມທັງສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນຈັດຕັ້ງປະຕິບັດຖະແຫລງການໂດຮາ ໃຫ້ປະກົດຜົນເປັນຈິງ ໃນຊຸມປີຕໍ່ໜ້າ.