
ມື້ນີ້ ຂໍນໍາຜົນການຖະແຫຼງຂ່າວ ປະຈຳໄຕມາດ 3 ປີ 2025 (ເດືອນກໍລະກົດ-ເດືອນກັນຍາ) ຂອງທະນາຄານແຫ່ງ ສປປ ລາວ (ທຫລ) ທີ່ນໍາສະເໜີໂດຍ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທຫລ ໂດຍຊີ້ບອກວ່າ: ທຫລ ໄດ້ດຳເນີນນະໂຍ ບາຍເງິນຕາໃນຮູບແບບປະສົມປະສານ, ໃນນີ້ ໄດ້ປັບຫຼຸດອັດຕາດອກເບ້ຍພື້ນຖານລົງຈາກ 9.5% ຕໍ່ປີ ໃນເດືອນມິຖຸນາມາເປັນ 9% ຕໍ່ປີໃນເດືອນສິງຫາ 2025, ຮັກສາອັດຕາສ່ວນເງິນແຮຝາກບັງຄັບ ທີ່ລະດັບ 8% ສໍາລັບສະກຸນເງິນກີບ ແລະ 11% ສໍາລັບສະ ກຸນເງິນຕາຕ່າງປະເທດ, ແຕ່ໄດ້ປັບປຸງຫຼັກການຮັກສາເງິນແຮຝາກບັງຄັບ ສໍາລັບສະກຸນເງິນກີບ 1 ຄັ້ງໂດຍປັບຫຼຸດອັດຕາສ່ວນການ ຮັກສາເງິນແຮຝາກບັງຄັບທີ່ເປັນພັນທະບັດຈາກ 10% ໃນເດືອນມີນາ ໃຫ້ເປັນເງິນສົດທັງໝົດໃນເດືອນມິຖຸນາ 2025; ພ້ອມນີ້, ໄດ້ສືບຕໍ່ຊຸກຍູ້ການຂະຫຍາຍຕົວ ຂອງຕະຫຼາດເປີດໃຫ້ມີການເຄື່ອນໄຫວ ທີ່ແຂງແຮງກວ່າເກົ່າ ໂດຍສືບຕໍ່ອອກ ແລະຈໍາໜ່າຍພັນ ທະບັດ ທຫລ ໄລຍະ 7 ວັນ, 3 ເດືອນ ແລະ 6 ເດືອນ ແລະ ຄົ້ນຄວ້າອອກພັນທະບັດ ທຫລ 1 ເດືອນ ເພີ່ມຕື່ມ ເພື່ອດັດປັບສະ ພາບຄ່ອງສ່ວນເກີນຂອງທະນາຄານທຸລະກິດ.
ທຫລ ໄດ້ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາອ້າງອີງ ໃຫ້ມີຄວາມເໝາະສົມ; ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ເພື່ອເປັນເຄື່ອງມືໃນການດຸ່ນດ່ຽງເງິນຕາຕ່າງປະເທດ ຢູ່ໃນສັງຄົມ.
ທາງດ້ານການຄຸ້ມຄອງເງິນຕາຕ່າງປະເທດ: ທຫລ ໄດ້ສຸມໃສ່ປະເມີນຄືນການຈັດຕັ້ງປະຕິບັດບັນດານິຕິກໍາ, ຄົ້ນຄວ້ານິຕິກໍາ ທັງປະເມີນຄືນນິຕິກໍາຕ່າງໆ ທີ່ຕິດພັນການຄຸ້ມຄອງເງິນຕາຕ່າງປະເທດ. ໃນຂະນະດຽວກັນ ທຫລ ໄດ້ອອກໜັງສືຢັ້ງຢືນເປີດ/ຫັນບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ລວມທັງໝົດ 6,411 ບໍລິສັດ, ຊຶ່ງເປີດ/ຫັນບັນຊີຕົວຈິງແລ້ວ 4,387 ບໍລິສັດ ເປັນຈຳນວນ 11,062 ບັນຊີນຳທະນາຄານທຸລະກິດ (ທທກ) 32 ແຫ່ງ ຊຶ່ງສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານບັນລຸໄດ້ 72.14% ຂອງການສົ່ງອອກ ບໍ່ລວມຫົວໜ່ວຍ ທີ່ໄດ້ຮັບການຍົກເວັ້ນບາງມາດຕາຂອງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ເກັບຊື້ຄືນເງິນຕາຕ່າງປະເທດຈາກການສົ່ງອອກ ຂອງ ທທກ, ຄົ້ນຄວ້າກົນໄກການຄຸ້ມຄອງທຸລະກິດຄໍາໃນລາວ ເພື່ອກຳນົດພາລະບົດບາດຂອງແຕ່ລະພາກສ່ວນ, ຄົ້ນຄວ້າການເພີ່ມອັດຕາພາສີນໍາເຂົ້າ ຂອງປະເທດອາເມລິກາ ແລະ ຜົນກະທົບຈາກນະໂຍບາຍພາສີຂອງປະເທດດັ່ງກ່າວ ຕໍ່ບໍລິສັດສົ່ງອອກ. ໄດ້ຢັ້ງຢືນທຶນນໍາເຂົ້າຈາກຜູ້ລົງທຶນຕ່າງປະເທດ ຈໍານວນ 255 ເທື່ອ/ບສ ເປັນເງິນຈໍານວນ 729.49 ລ້ານໂດລາທຽບເທົ່າ, ສໍາເລັດການເປີດບັນຊີ ກ່ຽວກັບການລົງທຶນ ໃຫ້ຜູ້ລົງທຶນຕ່າງປະເທດ ຈໍານວນ 981 ບສ. ນອກຈາກນີ້, ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດເສດຖະກິດ ກວດກາກັບທີ່ຮ້ານແລກປ່ຽນເງິນຕາ ໃນອະດີດຈໍານວນໜຶ່ງ ທີ່ເຄີຍໄດ້ຮັບອະນຸຍາດ, ພ້ອມທັງເຮັດບົດບັນທຶກ ຕໍ່ຮ້ານທີ່ຍັງບໍ່ທັນປົດປ້າຍຮ້ານແລກ ປ່ຽນອອກ.
ກ່ຽວກັບການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະ ກິດໃນ 3 ເດືອນຜ່ານມານີ້, ທຫລ ໄດ້ເຄື່ອນໄຫວກວດກາ ແລະ ຕິດຕາມ ບັນດາຫົວໜ່ວຍທີ່ໄດ້ຮັບ 02 ນະໂຍບາຍດັ່ງກ່າວ ຢູ່ບັນດາແຂວງ, ສຳລັບການປະຕິບັດຕົວຈິງ ມີຜົນໄດ້ຮັບຄື:
- ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ: ນັບແຕ່ເລີ່ມເຖິງທ້າຍເດືອນກັນຍາ 2025 ວົງເງິນກູ້ຢືມທັງໝົດຈາກແຫຼ່ງທຶນຂອງ ທທກ ຈໍານວນ 4,755.20 ຕື້ກີບ ໃນນີ້, ວົງເງິນກູ້ຢືມຂອງທະນາຄານທຸລະກິດ ທີ່ເງື່ອນໄຂຮັບສົມທົບດອກເບ້ຍຈາກ ທຫລ ມີຈໍານວນ 3,011 ຕື້ກີບ ກວມເອົາ 63.32% ຂອງວົງເງິນກູ້ຢືມທັງໝົດ. ໃນນັ້ນຂະແໜງກະສິກໍາ-ປ່າໄມ້ມີ 17 ຫົວໜ່ວຍ, ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ ມີ 24 ຫົວໜ່ວຍ, ຂະແໜງອຸດສາຫະກໍາ-ປຸງແຕ່ງ ແລະ ຫັດຖະກໍາ ມີ 9 ຫົວໜ່ວຍ. ທຫລ ໄດ້ຊໍາລະດອກເບ້ຍສົມທົບງວດເດືອນພະຈິກ 2023 ຫາງວດເດືອນສິງຫາ 2025 ໃຫ້ຫົວໜ່ວຍລວມວົງເງິນສົມທົບທັງໝົດ 129.44 ຕື້ກີບ ຊຶ່່ງກວມເອົາ 5.18% ຂອງວົງເງິນສົມທົບດອກເບ້ຍທັງໝົດ (2,500 ຕື້ກີບ). ສະເພາະໃນເດືອນກໍລະກົດຫາກັນຍາ ປີ 2025 ໄດ້ຊໍາລະດອກເບ້ຍສົມທົບໃຫ້ 49 ຫົວໜ່ວຍ ລວມເງິນຊໍາລະດອກເບ້ຍ 24.92 ຕື້ກີບ. ມາຮອດປັດຈຸບັນ ບ້ວງດັ່ງກ່າວ ໂດຍເງິນກູ້ຂອງທະນາຄານທຸລະກິດ ແລະ ແຫຼ່ງທຶນສົມທົບດອກເບ້ຍຈາກ ທຫລ ສາມາດປະກອບສ່ວນມີໜໍ່ແໜງ ຕອບສະໜອງສິນຄ້າອຸປະໂພກ, ບໍລິໂພກ ແລະ ສະບຽງອາຫານ ຢູ່ພາຍໃນໃຫ້ເພີ່ມຂຶ້ນ ເປັນຕົ້ນ: ໄຂ່ໄກ່, ຊີ້ນໝູ, ປາ, ນໍ້າຕານ, ແປ້ງນົວ, ເສັ້ນໝີ່, ນໍ້າຫວານ ແລະ ອື່ນໆ.
- ສໍາລັບນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດແຫຼ່ງທຶນໃຫ້ 207 ຫົວໜ່ວຍທຸລະກິດ ລວມວົງເງິນກູ້ຢືມ 270.79 ຕື້ກີບ, ໄດ້ເບີກຖອນເງິນກູ້ໄປທັງໝົດແລ້ວ; ໃນນັ້ນ, ຂະແໜງກະສິກໍາ-ປ່າໄມ້ 79 ຫົວໜ່ວຍ ວົງເງິນອະນຸມັດ 111 ຕື້ກີບ, ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ 103 ຫົວໜ່ວຍ ວົງເງິນອະນຸມັດ 124 ຕື້ກີບ ແລະ ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ 25 ຫົວໜ່ວຍ ວົງເງິນອະນຸມັດ 34.99 ຕື້ກີບ. ສັງລວມແລ້ວ, ນະໂຍບາຍດັ່ງກ່າວນັບແຕ່ເລີ່ມຈັດຕັ້ງປະຕິບັດ ຈົນ ຮອດທ້າຍເດືອນກັນຍາ 2025 ມີ 1,192 ຫົວໜ່ວຍທຸລະກິດ ຢູ່ 18 ແຂວງ (ກວມເອົາໝົດທຸກແຂວງໃນທົ່ວປະເທດ) ໄດ້ຮັບການອະນຸມັດ ລວມວົງເງິນອະນຸມັດກູ້ຢືມ 2,175.34 ຕື້ກີບ, ແຕ່ເບີກຖອນເງິນກູ້ຕົວຈິງ 2,024.20 ຕື້ກີບ ກວມເອົາ 93.05% ຂອງວົງເງິນອະນຸມັດທັງໝົດ.ໃນນັ້ນ, ເປັນຂະແໜງກະສິກໍາ-ປ່າໄມ້ 441 ຫົວໜ່ວຍ ວົງເງິນອະນຸມັດ 809.46 ຕື້ກີບ, ຂະແໜງອຸດສາຫະກໍາປຸງແຕ່ງ 120 ຫົວໜ່ວຍ ວົງເງິນອະນຸມັດ 225.19 ຕື້ກີບ ແລະ ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ 631 ຫົວໜ່ວຍ ວົງເງິນອະນຸມັດ 1,140.69 ຕື້ກີບ.
ມາຮອດທ້າຍເດືອນກັນຍາ 2025 ຍອດສິນເຊື່ອຂອງ 2 ນະໂຍບາຍດັ່ງກ່າວ ມີຈໍານວນ 5,186.34 ຕື້ກີບ, ໃນນັ້ນເປັນ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດມີຈໍານວນ 3,011 ຕື້ກີບ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ມີ ຈໍານວນ 2,175.34 ຕື້ກີບ.
ສໍາລັບວຽກງານການຄຸ້ມຄອງທະນາຄານທຸລະກິດ: ທະນາຄານທົ່ວລະບົບ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ມີຄວາມໝັ້ນຄົງ, ສາມາດຂຸດຄົ້ນແຫຼ່ງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງທຶນເຂົ້າສູ່ການຜະລິດ-ທຸລະກິດ ກໍຄືປະກອບສ່ວນອັນສໍາຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ມາຮອດປະຈຸບັນມີ ທທກ ທັງໝົດ 36 ແຫ່ງ, ມີ 126 ສາຂາ, ມີ 571 ໜ່ວຍບໍລິການ, ມີຕູ້ ATM 1,613 ຕູ້. ການສ້າງ ແລະນິຕິກໍາທີ່ໃຊ້ໃນການຄຸ້ມຄອງຄວາມໝັ້ນຄົງ: ສໍາເລັດການປະກາດໃຊ້ນິຕິກໍາ 6 ສະບັບ, ການຕິດຕາມກວດກາການເຄື່ອນໄຫວຂອງ ທທກ: ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ ກວດກາທະນາຄານຢ່າງໃກ້ຊິດ ໂດຍສະເພາະການຈັດຕັ້ງປະຕິບັດລະບຽບຄວາມໝັ້ນຄົງທີ່ ທຫລ ວາງອອກ ໃນນັ້ນ, ໄດ້ຕິດຕາມ-ກວດກາຂໍ້ມູນທາງການເງິນຂອງທະນາຄານທຸລະກິດ ເປັນປະຈຳວັນ ແລະ ປະຈຳເດືອນ ຢ່າງເປັນປົກກະຕິ.
ດ້ານວຽກງານຄຸ້ມຄອງລະບົບການຊຳລະ: ການຊໍາລະທັນສະໄໝພາຍໃນ ທທກ: ການຊໍາລະເງິນຜ່ານລະບົບເອເລັກໂຕຣ ນິກ ທຽບໃສ່ການຊໍາລະທັງໝົດກວມເອົາ 65.40% ທຽບໃສ່ໄຕມາດ ຜ່ານມາເຫັນວ່າເພີ່ມຂຶ້ນ 0.98%; ການຊໍາລະເງິນຜ່ານລະ ບົບເອເລັກໂຕຣນິກຂ້າມທະນາຄານ ປະກອບມີຄື: Œ ການຊໍາລະດ້ວຍບັດຊໍາລະ ມີ 827,352 ທຸລະກໍາ ເປັນມູນຄ່າ 723.18 ຕື້ກີບ ທຽບໃສ່ໄຕມາດ ຜ່ານມາເຫັນວ່າ ທຸລະກໍາມີຈຳນວນຫຼຸດລົງ 8.81% ຊຶ່ງເປັນມູນຄ່າຫຼຸດລົງ 2.26%; ການຊໍາລະດ້ວຍໂທລະ ສັບມືຖືມີ 42,042,004 ທຸລະກໍາ ແລະ ມີມູນຄ່າ 74,825.76 ຕື້ກີບ ທຽບໃສ່ໄຕມາດ ຜ່ານມາເຫັນວ່າ ທຸລະກໍາເພີ່ມຂຶ້ນມີ ຈໍານວນ 15.06 % ແລະ ມູນຄ່າຫຼຸດລົງ 11.96 %;
ການຊໍາລະທັນສະໄໝຂ້າມແດນຂອງ ທທກ ຜ່ານລະບົບການຊໍາລະຍ່ອຍ: ດ້ວຍຮູບແບບ QR Code Payment ຮ່ວມກັບ 04 ປະເທດ ເປັນມູນຄ່າທັງໝົດ 31,756.45 ຕື້ກີບ (ສປ.ຈີນ ສະແກນ ລາວ ມີທັງໝົດ 18,727 ທຸລະກໍາ ມີມູນຄ່າ 31.029 ຕື້ກີບ; ໄທ ສະແກນ ລາວ ມີຈໍານວນ 29,923 ທຸລະກໍາ, ມູນຄ່າ 13.84 ຕື້ກີບ; ຫວຽດນາມ ສະແກນ ລາວ ມີຈໍານວນ 1,846 ທຸລະກໍາ, ມູນຄ່າ 1.67 ຕື້ກີບ ແລະ ກໍາປູເຈຍ ສະແກນ ລາວ ມີຈໍານວນ 1,550 ທຸລະກໍາ, ມູນຄ່າ 711.94 ລ້ານກີບ);
ນອກນັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການຂະຫຍາຍຕາໜ່າງການບໍລິການແລກປ່ຽນເງິນຕາຕ່າງປະເທດຂອງ ທທກ ໂດຍສະເພາະ ເອົາໃຈໃສ່ຊຸກຍູ້ ແລະ ເປີດກວ້າງໃຫ້ ທທກ ດຳເນີນທຸລະກິດແລກປ່ຽນເງິນຕາຕ່າງປະເທດ ດ້ວຍຫຼາຍຮູບການບໍລິການ ໃນເຂດຈຸດຍຸດທະສາດໃຫ້ຫຼາຍຂຶ້ນ, ພ້ອມທັງໄດ້ຄົ້ນຄວ້ານະໂຍບາຍສິນເຊື່ອເພື່ອຊຸກຍູ້ການຄ້າ-ການຜະລິດ ແລະ ການຈຳກັດສິນເຊື່ອ ເພື່ອການນຳເຂົ້າສິນຄ້າຟຸມເຟືອຍ ຊຶ່ງເປັນການຜັນຂະຫຍາຍຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023.
* ອີງຕາມສູນສະຖິຕິແຫ່ງຊາດ ລາຍງານສະພາບ ອັດຕາເງິນເຟີ້ປະຈຳເດືອນຕຸລາ 2025 ຂອງລາວ ຫຼຸດລົງຕໍ່າ ຢູ່ທີ່ລະດັບ 4.0% ຖືວ່າຫຼຸດລົງ 0.5% ທຽບໃສ່ເດືອນກັນຍາ 4.5%”; ເຫັນວ່າເງິນເຟີ້ ປະຈຳເດືອນຕຸລາ ສືບຕໍ່ເໜັງຕີງ ຢູ່ທີ່ລະດັບ 4.0%. ແຕ່ຂະນະດຽວກັນ; ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ: ໝວດສິນຄ້າແລະບໍລິການອື່ນໆ ເພີ່ມຂຶ້ນ 24.4%; ໝວດທີ່ພັກອາໄສ, ນໍ້າປະປາໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16.7%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 12.9%; ໝວດການສຶກສາ ເພີ່ມຂຶ້ນ 11.5%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 8.2%; ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 7.5%; ໝວດເຄື່ອງ ໃຊ້ໃນເຮືອນ ເພີ່ມຂຶ້ນ 7.0%.
ສັງເກດການປ່ຽນແປງຂອງລາຄາເດືອນຕຸລາ ທຽບກັບເດືອນກັນຍາ 2025 ເຫັນວ່າລາຄາ ສິນຄ້າ-ບໍລິການເພີ່ມຂຶ້ນຢູ່ໃນລະດັບ 1.0%.
ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2025 ດຳເນີນລະຫວ່າງວັນທີ 03-04 ພະຈິກ 2025 ຊີ້ວ່າ: ໄດ້ຄວບຄຸມອັດເງິນເຟີ້ຫຼຸດລົງຈາກ 4,5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງ ປະເທດ ກຸ້ມການນໍາເຂົ້າ 5,24 ເດືອນ; ສາມາດຊໍາລະໜີ້ສິນພາຍໃນແລະຕ່າງປະເທດ ຕາມຂໍ້ຜູກພັນສັນຍາ.
# ໂດຍ: ຣັດສະໝີ ດວງສັດຈະ