
ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫລວງພະບາງ ຖືເປັນບ້ານຫນຶ່ງມີຄວາມອຸດົມສົມບູນ ປະຊາຊົນສ່ວນໃຫຍ່ເຮັດໄຄແຜ່ນເປັນອາຊີບ ແລະໄດ້ເປັນທີ່ນິຍົມສ່ຽງຕອບຮັບດີຈາກສັງຄົມ ປັດຈຸບັນກາຍເປັນສິນຄ້າຕົວແທນໃຫມ່ ແຂວງຫລວງພະບາງ.
ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025, ເຊິ່ງເປັນການລິເລີ່ມບຸກເບີກທີ່ຈະສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ຊົນນະບົດໃຫ້ດີຂຶ້ນ ໃນແຂວງຫຼວງພະບາງ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
ໂຄງການດັ່ງກ່າວມີຈຸດປະສົງເພື່ອເພີ່ມລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດ ໂດຍນຳໃຊ້ເຕັກນິກ ແລະ ນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນຂະບວນການປຸງແຕ່ງອາຫານພື້ນເມືອງ ແລະ ເສີມສ້າງຄວານທົນທານ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດຂອງຊຸມຊົນໃນໄລຍະຍາວ.
ຜະລິດຕະພັນໄຄ ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ ໄຄແຜ່ນ ແມ່ນໄຄແມ່ນ້ຳທີ່ອຸດົມໄປດ້ວຍສານອາຫານ ເຊິ່ງຊຸມຊົນຕາມແຄມແມ່ນ້ຳຂອງໄດ້ເກັບກ່ຽວ ແລະ ປຸງແຕ່ງມາແຕ່ດົນນານ. ໂຄງການໃໝ່ນີ້ ຈະພັດທະນາການຜະລິດໃຫ້ທັນສະໄໝ, ຮັບປະກັນຄຸນນະພາບໃຫ້ສູງຂຶ້ນ, ຍືດອາຍຸການເກັບຮັກສາໃຫ້ຍາວຂຶ້ນ ແລະ ເຊື່ອມຕໍ່ຊາວກະສິກອນໃຫ້ເຂົ້າເຖິງ ຕະຫຼາດພາກພື້ນ ແລະ ສາກົນທີ່ກວ້າງຂຶ້ນ.
ໂດຍການສະໜັບສະໜູນຈາກບໍລິສັດກັລຟ໌ເອເນີຈີເດເວີລັອບເມັ້ນ, ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເທັກໂນໂລຊີແຫ່ງປະເທດໄທ (TISTR) ເພື່ອພັດທະນາ ແລະ ປັບປຸງການແປຮູບ, ການຫຸ້ມຫໍ່ ແລະ ການຕະຫຼາດຂອງໄຄແຜ່ນ. ໂດຍການຮ່ວມມືນີ້, ຊາວກະສິກອນທ້ອງຖິ່ນຈະໄດ້ຮັບການຝຶກອົບຮົມພາກປະຕິບັດຕົວຈິງດ້ານວິທີການເກັບ ແລະ ການຕາກແຫ້ງແບບທັນສະໄໝ. ໂຄງການນີ້ຍັງຈະແນະນຳວິທີການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມທີ່ຮັກສາລົດຊາດທຳມະຊາດ ແລະ ສານອາຫານຂອງໄຄແຜ່ນ ພ້ອມທັງຫຼຸດຜ່ອນສິ່ງເສດເຫຼືອ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.
ພະນະທ່ານ ປອ. ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ໄດ້ກ່າວວ່າ "ໂຄງການຮ່ວມມືນີ້ສາມາດເວົ້າໄດ້ວ່າເປັນການສືບທອດພູມປັນຍາຂອງຊຸມຊົນທ້ອງຖິ່ນຈາກການຜະລິດແບບປະຖົມປະຖານໄປສູ່ການຜະລິດທີ່ທັນສະໄໝໂດຍນຳໃຊ້ນະວັດຕະກຳ ທີ່ຍັງຮັກສາເອກະລັກ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ, ເຊິ່ງສອດຄ່ອງກັບແຜນພັດທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ 2026-2030, ໂດຍສະເພາະແມ່ນວຽກງານຄວາມໝັ້ນຄົງດ້ານສະບຽງອາຫານ-ໂພຊະນາການ ແລະ ແຜນງານການຜະລິດ-ການປຸງແຕ່ງ,"
ເປົ້າຫມາຍຫຼັກຂອງໂຄງການນີ້ແມ່ນຄວາມມຸ່ງໝັ້ນ ຕໍ່ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ. ໂຄງການນີ້ ຈະສົ່ງເສີມ ໄຄແຜ່ນ ໃຫ້ເປັນຜະລິດຕະພັນທີ່ຍືນຍົງ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ທີ່ຍົກລະດັບຄວາມຮູ້ຂອງປະຊາຊົນ ແລະ ການນໍາໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບໃນທ້ອງຖິ່ນ. ໃນພິທີເປີດຕົວໄດ້ມີການນໍາສະເໜີກ່ຽວກັບ ມາດຕະຖານຄຸນນະພາບຂອງຜະລິດຕະພັນທີ່ຈະປັບປຸງໃຫ້ດີຂຶ້ນ ແລະ ໄດ້ເຂົ້າຢ້ຽມຢາມສະຖານທີ່ຜະລິດ, ເຊິ່ງເຮັດໃຫ້ບັນດາແຂກຜູ້ມີກຽດ ແລະ ຄູ່ຮ່ວມງານໄດ້ເຫັນສະພາບຄວາມເປັນຈິງຂອງຊຸມຊົນ.
ທ່ານນາງ Busadee Santipitaks ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ກ່າວວ່າ "ໂຄງການໄຄແຜ່ນນີ້ ແມ່ນຕົວຢ່າງທີ່ໜ້າພູມໃຈຂອງການສະໜັບສະໜູນຂອງ MRC ໃຫ້ແກ່ການພັດທະນາຊຸມຊົນໂດຍຜ່ານນະວັດຕະກໍາແລະ ການຮ່ວມມື. ໂຄງການນີ້ເນັ້ນໜັກ ໃສກິດຈະກຳການຮ່ວມມືກັນ, ການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດທີ່ສະຫລາດ ແລະ ການຂັບເຄື່ອນໂດຍຊຸມຊົນເອງ. ການສະຫນອງເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ຊາວກະສິກອນທ້ອງຖິ່ນໂດຍໂຄງການຈະ ຊ່ວຍເຊື່ອມຕໍ່ການເກັບກ່ຽວແບບຍືນຍົງຂອງຊຸມຊົນເຂົ້າກັບຕະຫຼາດໂລກ, ພວກເຮົາກຳລັງສ້າງຄວາມທົນທານທາງດ້ານເສດຖະກິດຈາກລະດັບຮາກຖານ ແລະ ໃຫ້ກຽດແກ່ການເຊື່ອມໂຍງທາງວັດທະນະທຳຢ່າງເລິກເຊິ່ງລະຫວ່າງແມ່ນ້ຳ ແລະ ປະຊາຊນທີ່ອາໄສຢູ່ລຽບຕາມແມ່ນ້ຳ"
ພະນະທ່ານ ນາງ ສີລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ, ໄດ້ເນັ້ນໜັກເຖິງ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍວິທະຍາສາດ, ນະວັດຕະກຳ ແລະ ການຮ່ວມມືທີ່ ຊ່ວຍໃຫ້ໂຄງການນີ້ສາມາດເພີ່ມທະວີຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງຄວາມທົນທານໃນການຮັບມືກັບສິ່ງທ້າທາຍຕ່າງໆ່ຈະເກີດຂຶ້ນ, ສະແດງໃຫ້ເຫັນວ່າການສະໜັບສະໜູນດັ່ງກ່າວແມ່ນມີຄວາມສຳຄັນທີ່ຈະເຮັດໃຫ້ຊຸມຊົນສາມາດເຕີບໂຕ ແລະ ເປັນຜູ້ນຳໃນການພັດທະນາແບບຍືນຍົງ.
ພະນະທ່ານ ນາງ ສີລິພອນ ໄດ້ກ່າວຕື່ມວ່າ "ໃນຖານະອົງການປົກຄອງທ້ອງຖິ່ນ, ພວກເຮົາມີຄວາມມຸ່ງໝັ້ນຢ່າງເຕັມທີ່ທີ່ຈະສືບຕໍ່ສະໜັບສະໜູນໂຄງການນີ້. ພວກເຮົາຈະເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມງານ ເພື່ອຂະຫຍາຍໂຄງການນີ້ໄປຫາຊຸມຊົນອື່ນໆ, ສົ່ງເສີມການຄົ້ນຄວ້າ ແລະ ການພັດທະນາຕື່ມອີກ, ແລະ ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນທີ່ມາຈາກໄຄໃຫ້ ມີມູນຄ່າເພີ່ມຂຶ້ນ, ມີຄວາມຍືນຍົງ ແລະ ໃຫ້ໂອກາດແກ່ທຸກຄົນ,"
ເພື່ອສະທ້ອນເຖິງຄວາມຮ່ວມມືນີ້ ທ່ານ Amorn Iamsripong , ຕົວແທນຈາກບໍລິສັດບໍລິສັດກັລຟ໌ເອເນີຈີເດເວີລັອບເມັ້ນ ໄດ້ກ່າວວ່າ, "ຕະຫຼອດການເຮັດວຽກຂອງພວກເຮົາ, ບໍລິສັດໄດ້ມີການຮ່ວມມືຢ່າງໃກ້ຊິດກັບອົງການຈັດຕັ້ງຂອງລັດຖະບານ ແລະ ຊຸມຊົນທ້ອງຖິ່ນເພື່ອຮັບປະກັນໃຫ້ທຸກໆຂັ້ນຕອນຂອງໂຄງການ ເຄົາລົບປະເພນີ ແລະ ວິຖີຊີວິດຂອງຊຸມຊົນທ້ອງຖິ່ນ. ພວກເຮົາເຊື່ອວ່າການຮ່ວມມື ແລະ ຄວາມໄວ້ວາງໃຈແມ່ນພື້ນຖານຂອງການພັດທະນາທີ່ຍືນຍົງ."