ລັດຖະບານສະເໜີ 3 ຂໍ້ສໍາຄັນ ໃຫ້ສະພາແຫ່ງຊາດ ພິຈາລະນາ ແລະອະນຸມັດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ພະຈິກ 2025 ນີ້, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ສະເຫນີ 3 ຂໍ້ສໍາຄັນ ໃຫ້ສະພາແຫ່ງຊາດພິຈາລະນາ ແລະ ອະນຸມັດໃນດ້ານຫຼັກການ.
ຂໍ້ທຳອິດ, ສະເໜີອະນຸມັດດ້ານຫຼັກການໃຫ້ລັດຖະບານປັບປຸງດັດສະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນຂອງພະນັກງານ–ລັດຖະກອນ, ທະຫານ, ຕໍາຫຼວດ, ຄູ ແລະ ຜູ້ຮັບບໍານານ, ເພື່ອຈະເລີ່ມຈັດຕັ້ງປະຕິບັດໃນເດືອນມັງກອນ ປີ 2026. (ລາຍລະອຽດແລະງົບປະມານສໍາລັບການດໍາເນີນຈະໄດ້ລາຍງານໃຫ້ຊາບໃນພາຍຫຼັງ ຫຼັງຈາກສໍາເລັດການຄົ້ນຄວ້າ).
ຂໍ້ທີສອງ, ສະເຫນີ ໃຫ້ສະພາແຫ່ງຊາດພິຈາລະນາອະນຸມັດດ້ານຫຼັກການໃນການດັດແກ້ງົບປະມານປີ 2025, ໂດຍລັດຖະບານໄດ້ສົ່ງໜັງສືສະເໜີເຖິງສະພາແຫ່ງຊາດແລ້ວ ຕາມໜັງສືເລກທີ 125/ລບ ລົງວັນທີ 20 ຕຸລາ 2025. ລາຍລະອຽດກະຊວງການເງິນຈະເປັນຜູ້ລາຍງານຕື່ມ.
ຂໍ້ທີສາມ, ສະເໜີໃຫ້ເອົາພຽງ 3 ໃນ 9 ຕົວເລກຄາດໝາຍຂອງວຽກງານເງິນຕາເຂົ້າໃນມະຕິຂອງສະພາແຫ່ງຊາດ ໃນການຮັບຮອງແຜນພັດທະນາເສດຖະກິດ–ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2026 ແລະ ຕໍ່ໆໄປ ຄື: ອັດຕາເງິນເຟ້, ໜີ້ສິນທີ່ບໍ່ເກີດດອກອອກຜົນ (NPLs), ແລະ ຄັງສໍາຮອງເງິນຕາຕ່າງປະເທດ ທີ່ສາມາດກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນ. ສ່ວນອີກ 6 ຕົວຊີ້ວັດ ແມ່ນສະເຫນີ ບໍ່ໃຫ້ລະບຸໃນສະຕິສະພາແຫ່ງຊາດ ເນື່ອງຈາກໃນຫຼັກວິຊາການ ການກຳນົດຫຼາຍຕົວຊີ້ວັດເພື່ອເປັນເປົ້າຫມາຍການດຳເນີນນະໂຍບາຍເງິນຕາ ອາດບໍ່ຄ່ອງຕົວ ແລະ ບໍ່ມີປະສິດທິຜົນທີ່ຄວນໄດ້.ພ້ອມນີ້, ອີງໃສ່ສະພາບເສດຖະກິດ-ການເງິນສາກົນ ມີການຜັນແປສັບສົນຢູ່ເລື້ອຍໆ, ສະພາບເສດຖະກິດພາຍໃນປະເທດ ກໍຍັງສືບຕໍ່ມີຄວາມຫຍຸ້ງຍາກ-ບອບບາງ ເປັນຕົ້ນ ຕ່ອງໂສ້ການການຜະລິດ ແລະ ຍັງມີໜີ້ສິນຕໍ່ຕ່າງປະເທດໜັກໜ່ວງ.
ຫລັງຈາກນັ່ນ ທ່ານ ສົມມາດ ພົລ ເສນາ ຮອງປະທານສະພາແຫ່ງຊາດ ຕາງຫນ້າຄະນະປະຈຳສະພາແຫ່ງຊາດ ໄດ້ມີຄໍາເຫັນວ່າ: ຄະນະປະຈຳສະພາແຫ່ງຊາດເຫັນດີໂດຍພື້ນຖານຕໍ່ 2 ຂໍ້ສະເໜີທໍາອິດ ແຕ່ໃຫ້ລັດຖະບານສືບຕໍ່ຄົ້ນຄວ້າລາຍລະອຽດໃຫ້ຮອບຄອບ ແລະ ມີຄໍາເຫັນສະເໜີໃນກອງປະຊຸມຄັ້ງນີ້. ສໍາລັບຂໍ້ສະເໜີທີ 3 ກ່ຽວກັບຕົວຊີ້ວັດເງິນຕາ, ຕໍ່ຂໍ້ສະເໜີດັ່ງກ່າວ ໃນໄລຍະຜ່ານມາ ໄດ້ກຳນົດທັງໝົດ 9 ຄາດໝາຍດ້ານເງິນຕາໃນມະຕິກອງປະຊຸມ ສະພາແຫ່ງຊາດ, ຊຶ່ງກອງປະຊຸມສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງຕາມກົດໝາຍ. ດັ່ງນັ້ນ, ສະເໜີໃຫ້ ກອງປະຊຸມຄົ້ນຄວ້າປະກອບຄໍາເຫັນຕໍ່ຂໍ້ສະເໜີດັ່ງກ່າວ.
ໂດຍ: ສາວລາວໃຕ້