ລັດຖະມົນຕີກະຊວງສາທາລະນະສຸກ ພົບປະ ປະທານຄະນະກຳມະການປົກຄອງແຂວງເຊກອງ

ຕອນເຊົ້າວັນທີ 11 ພະຈິກ 2025 ນີ້ ທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ, ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ພົບປະ ທ່ານ ຂັນຕີ ສີ ລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ໃບຄຳ ຂັດຕິຍະ ກ່າວຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງເທື່ອນີ້ ກໍເພື່ອຕິດຕາມຊຸກຍູ້ວຽກງານສາທາລະນະສຸກຢູ່ຂັ້ນທ້ອງຖິ່ນ; ພ້ອມນີ້ ກໍຈະໄດ້ເຮັດວຽກ ຮ່ວມກັບພະແນກສາທາລະນະສຸກແຂວງ, ລົງຕິດຕາມ ກວດກາ ແລະ ຢ້ຽມຢາມໂຮງໝໍແຂວງ ເພື່ອເກັບກຳຂໍ້ມູນ ສະພາບການຕ່າງໆ ທີ່ເຮັດໃຫ້ຂອດການຈັດຕັ້ງປະຕິບັດວຽກງານ ບໍ່ທັນຄ່ອງຕົວ ນຳໄປຫາລື ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອເຮັດໃຫ້ການບໍລິການປິ່ນປົວຄົນເຈັບພາຍໃນໂຮງໝໍໄດ້ດີຂຶ້ນເທື່ອລະກ້າວ.
ໂອກາດນີ້, ທ່ານ ຂັນຕີ ສີລະວົງສາ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານກ່ຽວກັບການປັບປຸງລະບົບອົງການຈັດຕັ້ງຂັ້ນແຂວງ, ຂັ້ນພະແນກສາທາລະນະສຸກແຂວງ ແລະ ໃຫ້ຮັບຊາບໂດຍຫຍໍ້ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ, ພ້ອມນີ້ ກໍໄດ້ຍົກໃຫ້ເຫັນສະພາບການເຄື່ອນໄຫວ ບັນຫາຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ຂອງວຽກງານສາທາລະນະສຸກແຂວງ ໄລຍະຜ່ານມາ; ຈາກນັ້ນ, ປະທານຄະນະກຳມະການປົກຄອງແຂວງເຊກອງ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ທີ່ມີຄວາມເປັນຫ່ວງເປັນ ໄຍຕໍ່ວຽກງານ ແລະ ໄດ້ລົງມາເຄື່ອນໄຫວ ໃກ້ຊິດຕິດແທດຕົວຈິງ ແລະ ຫວັງວ່າ: ພາຍຫລັງ ທີ່ທ່ານ ໄດ້ສໍາເລັດຫນ້າທີ່ເຄື່ອນ ໄຫວຄັ້ງນີ້ແລ້ວ ຈະຊ່ວຍສະໜັບ ສະໜູນ, ຊຸກຍູ້ວຽກງານສາທາ ລະນະສຸກແຂວງເຊກອງ ໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ຂ່າວ: ອັດສະວິນ