
ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ,ເຂົ້າຮ່ວມບັນດາວຽກງານກັບ ທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາ ແລກປ່ຽນ, ຊຸກຍູ້ການຮ່ວມມືດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະແຮ່ທາດ, ພິເສດແມ່ນໂຄງການຂຸດຄົ້ນ ແລະປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ສັນຍາລັກຂອງການຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ:

ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ບໍ່ເກືອ ກາລີ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ໂດຍ Vinachem ເປັນຜູ້ລົງທຶນຜ່ານບໍລິສັດ TNHH ເຄມີ ແລະ ບໍ່ເກືອ ຫວຽດ - ລາວ (Vilachemsalt) ເປັນໜຶ່ງໃນບັນດາໂຄງການຮ່ວມມືເສດຖະກິດທີ່ໃຫຍ່ທີ່ສຸດ ລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດອຸດສາຫະກໍາເຄມີ. ໂຄງການມີມູນຄ່າການລົງທຶນ ປະມານ 492 ລ້ານໂດລາ, ມີກໍາລັງການຜະລິດ 500,000 ໂຕນ/ປີ, ນໍາໃຊ້ເຕັກໂນໂລຊີຂຸດຄົ້ນອຸໂມງບໍ່ແຮ່ທີ່ທັນສະໄໝແນໃສ່ສະໜອງຜະລິດຕະພັນເກືອກາລີ ທີ່ມີຄຸນນະພາບສາກົນ, ຮັບໃຊ້ການຜະລິດຝຸ່ນ ແລະ ອຸດສາຫະກໍາໃນພາກພື້ນ.

ນັບແຕ່ເດືອນສິງຫາ 2024, ໂຄງການຂຸດຄົ້ນບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ ໄດ້ເລີ່ມດຳເນີນການຄືນໃໝ່ພາຍໃຕ້ການຊີ້ນໍາໂດຍກົງຂອງລັດຖະບານຫວຽດນາມ ແລະ ການປະສານສົມທົບຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການຂອງສອງປະເທດ. ໃນວັນທີ 2 ພະຈິກ 2025, Vinachem ໄດ້ເຮັດສໍາເລັດການປັບປຸງບົດລາຍງານການສຶກສາຄວາມເປັນໄປໄດ້ (FS) ໂດຍໜ່ວຍງານທີ່ປຶກສາສາກົນ Chonfar Engineering & Technologyສ້າງ, ຢືນຢັນໂຄງການມີຄວາມເປັນໄປໄດ້ໃນດ້ານເຕັກນິກ, ມີປະສິດທິຜົນດ້ານເສດຖະກິດ ແລະ ເປັນຜົນດີຕໍ່ການພັດທະນາທ້ອງຖິ່ນ.
ໃນປີ 2025, Vinachem ໄດ້ຜັນຂະຫຍາຍການເຄື່ອນໄຫວໃນການກະກຽມ ແລະ ຊຸກຍູ້, ສົ່ງເສີມໂຄງການ; ໃນນີ້: ໄດ້ສຳເລັດການຂົນສົ່ງກົນຈັກ, ອຸປະກອນ ຈາກຫວຽດນາມ ແລະ ໄທ ກ່ຽວກັບສະຖານທີ່ກໍ່ສ້າງຢູ່ແຂວງຄໍາມ່ວນ; ຈັດກອງປະຊຸມສໍາມະນາວິທະຍາສາດ ນໍາເອົາຄໍາຄິດເຫັນຂອງຊ່ຽວຊານລະດັບຕົ້ນໆ ກ່ຽວກັບເຕັກໂນໂລຊີ ບໍ່ເກືອ ກາລີ; ເຮັດວຽກໂດຍກົງກັບຄູ່ຮ່ວມມືຫຼາຍທ່ານທັງພາຍໃນ ແລະ ສາກົນ ເພື່ອຊຸກຍູ້ລະດັບຄວາມຄືບໜ້າການຜັນຂະຫຍາຍໂຄງການ.
ປັດຈຸບັນ, ກຸ່ມບໍລິສັດເຄມີຫວຽດນາມ ກຳລັງເລັ່ງຜັນຂະຫຍາຍບັນດາລາຍການຂອງໂຄງການທີ່ຈະເຮັດຕໍ່ໜ້າ, ພ້ອມທັງເຮັດເອະການສານຕ່າງໆ ດ້ານກົດໝາຍ, ເຕັກນິກ ໃຫ້ສຳເລັດ ແລະລະດົມແຫຼ່ງທຶນ ການເງິນ-ຊັບພະຍາກອນມະນຸດ; ດ້ວຍເປົ້າໝາຍ ມຸ່ງໝັ້ນເຮັດໃຫ້ຜະລິດຕະພັນສິນຄ້າໂຕທໍາອິດສໍາເລັດ ແລະ ນໍາສະເໜີສິນຄ້າໃນເດືອນກໍລະກົດ ປີ 2027. ນີ້ຈະເປັນຂີດໝາຍສໍາຄັນ, ຢືນຢັນຄວາມສາມາດຂອງ Vinachem ໃນການລົງທຶນຢູ່ນອກປະເທດ ກໍຄືການປະກອບສ່ວນທີ່ແທດກັບຕົວຈິງ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ເພື່ອມິດ.
ບັນດາຂໍ້ສະເໜີ ແລະ ທິດທາງການຮ່ວມມື ທີ່ໄດ້ຫາລືແລກປ່ຽນ ໃນການມາເຮັດວຽກ:
ໃນລາຍການເຮັດວຽກຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ກັບ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ບັນດາລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, Vinachem ຍົກບາງຂໍ້ສະເໜີທີ່ສໍາຄັນ ແນໃສ່ຊຸກຍູ້ລະດັບຄວາມຄືບໜ້າຂອງໂຄງການ: ສະເໜີລັດຖະບານລາວ ນໍາໃຊ້ກົນໄກບຸລິມະສິດພິເສດດ້ານພາສີ ແລະ ການເງິນ; ສະເໜີກົມທໍລະນີ ແລະ ແຮ່ທາດ ລາວ ຍູ້ແຮງການປະເມີນຜົນ ແລະ ອະນຸມັດຜ່ານ FS, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ລາວ ຫຍໍ້ເວລາການອະນຸມັດຜ່ານບົດລາຍງານການຕີລາຄາຜົນກະທົບດ້ານສິ່ງແວດລ້ອມ (EIA), ພ້ອມກັບອະນຸຍາດໃຫ້ Vinachem ຜັນຂະຫຍາຍລະບົບພື້ນຖານເຕັກນິກຢູ່ເຂດໂຄງການໂດຍໄວ.
ບັນດາຂໍ້ສະເໜີ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກລັດຖະບານລາວ,ສະແດງອອກນໍ້າໃຈຂອງການຮ່ວມມືຮອບດ້ານ ແລະເຊື່ອໝັ້ນລະຫວ່າງ ສອງປະເທດ ຫວຽດນາມ - ລາວ.
ຢືນຢັນບົດບາດນໍາໜ້າຂອງ Vinachem ໃນການຮ່ວມມືສາກົນ:
ທ່ານ ຟຸ້ງ ກວາງ ຫຽບ
ທ່ານ ຟຸ້ງ ກວາງ ຫຽບ ປະທານສະພາສະມາຊິກກຸ່ມບໍລິສັດ ໄດ້ມີຄໍາເຫັນກ່ອນການເດີນທາງ ຊຶ່ງໄດ້ເນັ້ນໜັກວ່າ: “Vinachem ຖືສໍາຄັນສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ຢູ່ສະເໝີ. ໂຄງການບໍ່ເກືອກາລີ ບໍ່ພຽງແຕ່ມີຄວາມໝາຍທາງເສດຖະກິດ, ແຕ່ຍັງເປັນສັນຍາລັກຂອງມິດຕະພາບ ແລະ ການຮ່ວມມືຍຸດທະສາດທີ່ຍາວນານ ລະຫວ່າງ ສອງລັດຖະບານ, ປະຊາຊົນສອງຊາດ”.
ທ່ານ ຫງວຽນ ຮິວ ຕູ
ທ່ານ ຫງວຽນ ຮິວ ຕູ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ໄດ້ຢືນຢັນການຕັດສິນໃຈຂອງ Vinachem ໃນການເຮັດສໍາເລັດບັນດາລະບຽບການດ້ານກົດໝາຍ, ການເງິນ, ເຕັກນິກ ເພື່ອເລີ່ມໂຄງການໂດຍໄວ, ເປີດບົດໃໝ່ໃນການຮ່ວມມືດ້ານອຸດສາຫະກໍາ ລະຫວ່າງ ຫວຽດນາມ - ລາວ.

ກຸ່ມທຸລະກິດເຄມີຫວຽດນາມ ເປັນກຸ່ມເສດຖະກິດຂອງລັດ ຂຶ້ນກັບກະຊວງການເງິນ, ເຄື່ອນໄຫວໃນບັນດາຂົງເຂດຝຸ່ນ, ເຄມີພື້ນຖານ, ຢາງພາລາ, ແບັດເຕີລີ ແບບສາກໄຟ, ສານຊັກລ້າງ ແລະ ຂຸດຄົ້ນ ແຮ່ “apait” ຫຼື ຫິນມີຄ່າດ້ວຍ 34 ໜ່ວຍງານສະມາຊິກ. ກຸ່ມມີບົດບາດເປັນກຳລັງຫຼວງ ໃນການຮັບປະກັນຄວາມໝັ້ນຄົງດ້ານຝຸ່ນຂອງຊາດ, ພັດທະນາຂະແໜງອຸດສາຫະກໍາເຄມີສີຂຽວ, ໝູນວຽນ ແລະ ຫັນເປັນດີຈີຕອນ, ກ້າວສູ່ເປົ້າໝາຍການເຕີບໂຕທີ່ຍືນຍົງ ແລະ ເຊື່ອມໂຍງສາກົນ ທັງລວງເລິກ ແລະ ລວງກວ້າງ.
