
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ ຄະນະອຳນວຍການ ແລະ ອ້າຍ, ເອື້ອຍ, ນ້ອງພະນັກງານ ໃນກຸ່ມບໍລິສັດ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 254 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈຳນວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊື່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ, ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນ 29 ປີທີ່ຜ່ານມາ. ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາບໍລິສັດຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນໄລຍະ 29 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມ ໄດ້ສຸ່ມໃສ່ດ້ານການພັດທະນາ ແລະ ຂະຫຍາຍພື້ນທີ່ໃຫ້ບໍລິການ ໃຫ້ຄວບຄຸມທົ່ວປະເທດ, ປັດຈຸບັນ ລາວ ໂທລະຄົມ ໄດ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແບບຄົບວົງຈອນ ເຊັ່ນ: ບໍລິການ Mobile Broadband ຜ່ານລະບົບທີ່ທັນສະໄຫມ 4G, 4.5G ແລະ 5G, ບໍລິການໂຣມມີ້ງລະຫວ່າງປະເທດ ແລະ ເປັນບໍລິສັດທຳອິດໃນ ສປປ ລາວ ທີ່ໃຫ້ບໍລິການ ໂຣມມີ້ງໃນບັນດາປະເທດກຸ່ມອາຊຽນ ເເລະ ທົ່ວໂລກ ໄດ້ໃນແພັກເກັດລາຄາດຽວ, ນອກນີ້ຍັງມີບໍລິການ Fixed Broadband ແລະ ບໍລິການກະເປົາເງິນອີເລັກໂທຣນິກ M-Money X. ພ້ອມດຽວກັນນີ້, ເພື່ອຫັນເປັນທັນສະໄໝ ໃນຍຸກດີຈີຕອນ ກຸ່ມບໍລິສັດ ລາວໂທລະຄົມ ໄດ້ມີການຈັດຕັ້ງປະຕິບັດຫຼາຍໂຄງການເຊັ່ນ: AI, IoT, Big Data, Cloud, Cyber Security, Block Chain, ການພັດທະນາ Platform M-Money X, ແອັບ M Services, ເເອັບ My TPLUS, HR Platform ແລະ ອື່ນໆ.
ນອກຈາກນີ້ ລາວ ໂທລະຄົມ ໄດ້ສ້າງສູນຕິດຕາມ ແລະ ແກ້ໄຂ ທີ່ໄດ້ການຮັບຮອງມາດຕະຖານສາກົນ ISO ເພື່ອມາກວດສອບຄຸນນະພາບຂອງເຄືອຂ່າຍແບບ 24/7 ແລະ ຍັງມີສູນບໍລິການທົ່ວປະເທດ ທີ່ຈະໃຫ້ການບໍລິການແກ່ລູກຄ້າເພື່ອໃຫ້ເຂົ້າເຖິງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດໄດ້ຢ່າງສະດວກສະບາຍ. ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ມີການປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.
ອັນພົ້ນເດັ່ນ ປີ 2025 ລາວ ໂທລະຄົມ ຮ່ວມລົງນາມ ເຊັນສັນຍາຮ່ວມມືຫຼາຍດ້ານເຊັ່ນ: MmoneyX ໄດ້ເປັນສະມາຊິກ Lapnet ແລະ ເຊັນ MOU ກັບ Visapay ສສ ຫວຽດນາມ, ເພື່ອຂັບເຄື່ອນດ້ານການເງິນດິຈິຕອນໃຫ້ກ້າວໄກກວ່າເກົ່າ ແລະ ສົ່ງເສີມການເຂົ້າເຖິງໂລກຂອງການເງິນດິຈິຕອນ ໃນ ສປປ ລາວ. ການຮ່ວມມືລົງທຶນ ໂຄງການຂະຫຍາຍເຄືອຂ່າຍ ສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ມີສັນຍານ ລະຫວ່າງ ຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນອກນີ້ ຍັງຮ່ວມມືເພື່ອເປີດຖ່າຍທອດສົດ ບານເຕະ ພຣີເມຍລີກອັງກິດຜ່ານ ແອັບ Monomax ໃນ ສປປ ລາວ ຢ່າງເປັນທາງການ. ຕະຫຼອດໄລຍະ 29ປີ ຜ່ານມາ ລາວໂທລະຄົມ ໄດ້ດຳເນີນກິດຈະກຳເພື່ອຊ່ວຍເຫລືອສັງຄົມ ດ້ວຍມູນຄ່າຫຼາຍກວ່າ 168 ຕື້ກວ່າກີບ ແບ່ງເປັນດ້ານສາທາລະນະສຸກຫຼາຍກວ່າ 66 ຕື້ກີບ, ດ້ານການສຶກສາຫຼາຍກວ່າ 5.43 ຕື້ກີບ, ສະຫນັບສະໜູນກອງປະຊຸມໃຫ່ຍຂອງພັກຫຼາຍກວ່າ 2.5 ຕື້ກີບ, ຊ່ວຍເຫຼືອດ້ານໄພພິບັດ ຫຼາຍກວ່າ 7.16ຕື້ ກີບ, ອັນພົ້ນເດັ່ນໃນປີ 2024 ແມ່ນໄດ້ມີສ່ວນຮ່ວມປະກອບສ່ວນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສສ ປ ລາວ ເປັນເຈົ້າພາບ (ASEAN SUMMIT) ຈຳນວນ 12 ຕື້ກວ່າກີບ (ທຶນຊ່ວຍເຫລືອລັດຖະບານໃນການຕ້ານໄພນໍ້າຖ້ວມ ແລະ ສະໜອງບໍລິການທາງດ້ານອິນເຕີເນັດ, ອຸປະກອນ). ດ້ວຍຄວາມເອົາໃຈໃສ່ ໃນການພັດທະນາການໃຫ້ບໍລິການ ແລະ ຊ່ວຍເຫຼືອສັງຄົມຢ່າງບໍຢຸດນິ້ງ ຈຶ່ງເຮັດໃຫ້ ລາວ ໂທລະຄົມ ໄດ້ຮັບລາງວັນ ແລະ ກຽດຕິຍົດຕ່າງໆຢ່າງຫຼວງຫຼາຍ ລວມທັງລາງວັນລະດັບຊາດ ແລະ ລະດັບສາກົນ ອັນພົ້ນເດັ່ນປີ 2025 ໄດ້ຮັບລາງວັນດີເດັ່ນລະດັບອາຊຽນຈາກອົງການ ITU ໄດ້ຮັບລາງວັນ WSIS Prizes ປີ 2025, ລາງວັນ ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9 ປະຈຳປີ 2024, ລາງວັນ ຜູ້ພັດທະນາການໃຫ້ບໍລິການພື້ນຖານໂຄງສ້າງໂທລະຄົມດີເດັ່ນໃນ ອາຊຽນປະຈຳ ປີ 2024, ລາງວັນ The Stevie Awards for Technology Excellence ປີ 2024.
ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ ລາວ ໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານຈຳເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສື່ສານ ຄົບວົງຈອນໃນ ສປປ ລາວ.
ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ສະນັ້ນ ລາວ ໂທລະຄົມ ຕ້ອງໄດ້ສຸມໃສ່ ການພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບ ທີ່ແທ້ຈິງ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ. ສະນັ້ນ ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0 ແລະ ເພື່ອການພັດທະນາປະເທດຊາດ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.