ກະຊວງການເງິນຊີ້ແຈງການແກ້ໄຂຜົນການກວດກາ ໄລຍະ 2021–2025 ຕໍ່ສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ວັນທີ 17 ພະຈິກ 2025, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ໄດ້ນໍາສະເໜີບົດຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂຜົນການກວດກາ–ກວດສອບ ຕາມມະຕິເລກທີ 139/ສພຊ ແລະ 140/ສພຊ ໃນໄລຍະ 2021–2025. ບົດລາຍງານເປີດເຜີຍວ່າ ຍັງມີຫຼາຍບັນຫາຄ້າງຄາ ທີ່ກໍາລັງຢູ່ໃນຂະບວນການແກ້ໄຂ ແລະ ບາງສ່ວນຈໍາເປັນຕ້ອງໃຫ້ສະພາແຫ່ງຊາດ ແລະ ລັດຖະບານກໍາຊັບການຕິດຕາມໃກ້ຊິດ.
1. ການຂາຍໄມ້ບໍ່ຜ່ານການປະມູນ ແລະ ຫຼຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະການຄ້າ: ການດໍາເນີນການປະມູນຂາຍໄມ້ຫຼຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ ແຂວງຈໍາປາສັກ ໃນ 16 ສັນຍາ ບໍລິມາດ 4,516 ແມັດກ້ອນ, ມູນຄ່າ 15.8 ຕື້ກີບ. ຕໍ່ບັນຫາດັ່ງກ່າວ ກໍ ໄດ້ສົມທົບ ກັບແຂວງ ເພື່ອກວດກາຄືນເຫັນວ່າ ແຂວງ ກໍ່ໄດ້ມີການແຕ່ງຕັ້ງຄະນະ ເພື່ອດໍາເນີນການ ປະມູນຕາມລະບຽບການແລ້ວ ແຕ່ບໍ່ມີພາກສ່ວນໃດສົນໃຈ ເນື່ອງຈາກວ່າ ເປັນໄມ້ເນື້ອອ່ອນ, ໄມ້ຖ່ອນ ນ້ອຍ ແລະ ເກັບໄວ້ດົນຄຸນນະພາບບໍ່ສູງ. ສະນັ້ນ, ທາງແຂວງຈຶ່ງໄດ້ຂາຍອອກໃນລາຄາ 6.7 ຕື້ກີບ ເຊິ່ງຕໍ່າກວ່າລາຄາກາງພາໃຫ້ເກີດມີຄ່າຜິດດ່ຽງຢູ່ 9.1 ຕື້ກີບ, ຕໍ່ກັບບັນຫາດັ່ງກ່າວສະເໜີ ການນໍາແຂວງ ແລະ ສະພາປະຊາຊົນແຂວງເປັນຜູ້ຕິດຕາມແກ້ໄຂ ຕາມພາລະບົດບາດ.
2. ໜີ້ຕ້ອງຮັບ ປີ 2018 ຂອງ 08 ກະຊວງ: ຕາມຂໍ້ມູນຂອງອົງການກວດກາແຫ່ງລັດ ມີທັງໝົດ 967.65 ຕື້ກີບ ຈາກນັ້ນ ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງສາມາດແກ້ໄຂໄດ້ 3.38 ຕື້ກີບ, ໃນນັ້ນ ກະຊວງວັດທະນາທຳ ແລະ ທ່ອງທ່ຽວ 3.35 ຕື້ກີບ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ເກົ່າ) 30 ລ້ານກີບ. ສ່ວນທີ່ເຫຼືອ ບັນດາກະຊວງຍັງທັນບໍ່ຮູ້ແຫຼ່ງທີ່ມາຂອງຂໍ້ມູນຕົວຈິງ, ຈະສົມທົບກັບອົງການກວດກາ ແຫ່ງລັດ ໃນການໄຈ້ແຍກຂໍ້ມູນໃຫ້ມີຄວາມຊັດເຈນຕື່ມ.
3. ການຫັກລົບມູນຄ່າໂຄງການ: ມີ 693 ໂຄງການ ມູນຄ່າ 3,675 ຕື້ກີບ, ສາມາດແກ້ໄຂໄດ້ 189 ໂຄງການ ມູນຄ່າ 1,329 ຕື້ກີບ. ສ່ວນທີ່ເຫຼືອ ຍັງບໍ່ທັນເອກະພາບ ຕໍ່ມູນຄ່າຫັກລົບ ໂຄງການ ຕາມຜົນການກວດກາ ລະຫວ່າງ ຜູ້ຮັບເໝົາ ແລະ ຄະນະກວດກາຈາກອົງການ ກວດກາແຫ່ງລັດ; ສໍາລັບ ການແກ້ໄຂໂຄງການນອກແຜນ: ມີ 98 ໂຄງການ, ມູນຄ່າ 1,001 ຕື້ກີບ, ສາມາດແກ້ໄຂໄດ້ 64 ໂຄງການ ມູນຄ່າ 240 ຕື້ກີບ. ສ່ວນທີ່ເຫຼືອ ຍັງບໍ່ສາມາດດໍາເນີນໄດ້ໄວ ເນື່ອງຈາກເປັນ ໂຄງການແກ່ຍາວມາດົນ, ງົບປະມານຂອງຂະແໜງການ ແລະ ທ້ອງຖິ່ນ ມີຈຳກັດ. ພ້ອມນັ້ນ ເຈົ້າຂອງໂຄງການ ກໍບໍ່ສາມາດຕອບສະໜອງເອກະສານໄດ້.
4. ການເຊົ່າສໍາປະທານທີ່ດິນ ໂດຍບໍ່ມີສັນຍາ, ການຫັນສິດນໍາໃຊ້ທີ່ດິນທາດຫຼວງ: ແຂວງເຊກອງ 1 ໂຄງການ, ຜົ້ງສາລີ 12 ໂຄງການ; ສໍາເລັດແລ້ວ 1 ໂຄງການ. ສ່ວນຂອງຕະຫຼາດທາດຫຼວງ ຍັງຄ້າງ 9.12 ຕື້ກິບ.
5. ການແກ້ໄຂບັນຫາ 5 ກົມ ຂອງກະຊວງການເງິນ: ໃນນັ້ນ, ຄັງເງິນແຫ່ງລັດ: ລ່ວງໜ້າໃນລະບົບຄັງເງິນປະຈໍາແຂວງທ້ອງຖິ່ນມີທັງໝົດ 1,371.49 ຕື້ກີບ, ແກ້ໄຂໄດ້ແລ້ວ 142.69 ຕື້ກີບ; ນອກນັ້ນ, ຍັງມີໃນສ່ວນຂອງກົມພາສີ, ກົມງົບປະມານແຫ່ງລັດ, ກົມຄຸ້ມຄອງໜີ້ສິນສາທາລະນະ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ.
ໂດຍ: ສາວລາວໃຕ້