
ທ່ານນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບ ຜົນການກວດສອບ ປະຈໍາປີ 2024 ຕາມການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອທີ 10 ເຫັນວ່າທະນາຄານ ຍັງສືບຕໍ່ລະເມີດກົດໝາຍ ແລະນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງເປັນຕົົ້ນພະນັກງານລັກໂລບ ແລະ ຍັກຍອກເງິນ,ການຈັດຊື້-ຈັດຈ້າງອຸປະກອນ ແລະ ພາຫະນະບໍ່ສອດຄ່ອງຕາມກົດໝາຍ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ຕໍ່ບັນຫາດັ່ງກ່າວທ່ານຜູ້ວ່າການ ທຫລ ໄດ້ຊີ້ແຈງວ່າ: ພະນັກງານລັກໂລບ ແລະ ຍັກຍອກເງິນ, ການຈັດຊື້-ຈັດຈ້າງອຸປະກອນ ແລະ ພາຫະນະບໍ່ສອດຄ່ອງຕາມກົດໝາຍ ເຫັນວ່າຍັງບໍ່ທັນສາມາດແກ້ໄຂໄດ້ຂາດໂຕ. ໃນໄລຍະຜ່ານມາ ທຫລ ໄດ້ເອົາໃຈໃສ່ຊຸກຍູ້ ໃຫ້ທະນາຄານກ່ຽວຂ້ອງ ສືບຕໍ່ແກ້ໄຂບັນຫາລັກໂລບ ແລະ ຍັກຍອກເງິນ ຕາມຂະລະບຽບກົດໝາຍຢ່າງເຂັ້ມງວດ ພ້ອມທັງລາຍງານມາຍັງ ທຫລ ຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ ທຫລ ໄດ້ຊຸກຍູ້ ໃຫ້ທະນາຄານ ເອົາໃຈໃສ່ ປັບປຸງລະບົບຄວບຄຸມພາຍໃນ ທະນາຄານ ລວມທັງການປ້ອງກັນຄວາມສ່ຽງ ເພື່ອສະກັດກັ້ນປະກົດການຍໍ້ທໍ້ດັ່ງກ່າວ ໂດຍໄດ້ອອກນິຕິກໍາຈໍານວນໜຶ່ງໃນການພິຈາລະນາຮັບຮອງການແຕ່ງຕັ້ງຜູ້ບໍລິຫານຂອງທະນາຄານທຸລະກິດ ໂດຍສະເພາະໄດ້ກໍານົດເງື່ອນໄຂທາງດ້ານຄວາມຮູ້ຄວາມສາມາດ ແລະ ການປະຕິບັດວຽກງານທີ່ກ່ຽວຂ້ອງ ຢ່າງຈະແຈ້ງ ແລະ ຊັດເຈນ ເຊິ່ງໃນນັ້ນ ກໍລວມເຖິງການປະຕິບັດມາດຕະການຕໍ່ກັບຜູ້ບໍລິຫານທີ່ຂາດເງື່ອນໄຂຕ່າງໆ ເປັນຕົ້ນແມ່ນ ການອອກແຈ້ງການໃຫ້ທະນາຄານມີການທົບທວນເງື່ອນໄຂ ການເປັນຜູ້ບໍລິ ຫານຂອງທະນາຄານທຸລະກິດຢ່າງເປັນປົກກະຕິ, ການກວດກາການປະຕິບັດງານຂອງຜູ້ບໍລິຫານທະ ນາຄານທຸລະກິດ ບົນພື້ນຖານການປະຕິບັດລະບຽບທີ່ກ່ຽວຂ້ອງໃຫ້ເຂັ້ມງວດ ໂດຍຄະນະກວດກາຂອງ ທຫລ. ໃນກໍລະນີທີ່ມີການລະເມີດລະບຽບກົດໝາຍທີ່ກ່ຽວຂ້ອງ ທຫລ ຈະດໍາເນີນການແຈ້ງໃຫ້ທະນາຄານທຸລະກິດນັ້ນໆທົບທວນຄືນ ຫຼື ພິຈາລະນາປົດຕໍາແໜ່ງຜູ້ບໍລິຫານນັ້ນໆ ແລ້ວ ດໍາເນີນການກວດສອບ ຫຼືດໍາເນີນຄະດີຕາມລະບຽບການທີ່ກ່ຽວຂ້ອງໃນຂັ້ນຕອນຕໍ່ໄປ.
ໃນໄລຍະປີ 2021-2025 ແມ່ນມີ 181 ກໍລະນີ ມີມູນຄ່າເສຍຫາຍ ຈໍານວນ66,858,070,604.55 ກີບ (ຫົກສິບຫົກຕື້ ແປດຮ້ອຍຫ້າສິບແປດລ້ານ ເຈັດສິບພັນ ຫົກຮ້ອຍສີ່ກີບ), ເປົ້າໝາຍທີ່ກ່ຽວຂ້ອງໄດ້ຖືກປະຕິບັດວິໄນຂັ້ນ I ຈໍານວນ 311 ທ່ານ, ວິໄນຂັ້ນ II ຈໍານວນ 232 ທ່ານ, ວິໄນຂັ້ນ III ຈໍານວນ 31 ທ່ານ ແລະ ວິໄນຂັ້ນ IV ຈໍານວນ 46 ທ່ານ ມາຮອດປະຈຸບັນເກັບຄືນໄດ້ 15,348,582,920.71 ກີບ (ສິບຫ້າຕື້ ສາມຮ້ອຍສີ່ສິບແປດລ້ານ ຫ້າຮ້ອຍແປດສິບສອງພັນ ເກົ້າຮ້ອຍຊາວ) ຫຼື ເທົ່າກັບ 22.96% ຂອງມູນຄ່າເສຍຫາຍທັງໝົດ. ເຊິ່ງສາເຫດ ແມ່ນເກີດຈາກການເຊື່ອມທາດຂາດຄຸນຂອງພະນັກງານ ແລະ ກົນໄກການຄຸ້ມຄອງບໍລິຫານພາຍໃນຍັງບໍ່ຮັດກຸມເທົ່າທີ່ຄວນ.
ດ້ານວິທີການ ແລະມາດຕະການແກ້ໄຂ, ທຫລ ຈະເພີ່ມທະວີການນຳພາ-ຊີ້ນຳ ໃຫ້ບັນດາທະນາຄານທຸລະກິດເອົາໃຈໃສ່ສຶຶກສາອົບຮົມການເມືອງແນວຄິດພະນັກງານໃຫ້ໜັກແໜ້ນປັບປຸງກົນໄກການຄຸ້ມຄອງບໍລິຫານພາຍໃນໃຫ້ຮັດກຸມສະກັດກັ້ນປ້ອງກັນແຕ່ຫົວທີບໍ່ໃຫ້ເກີດປະກົດການຫຍໍ້ທໍ້ເກີດຂຶ້ນ, ພ້ອມທັງສືບຕໍ່ຕິດຕາມເກັບກູ້ຄືນຜົນເສຍຫາຍທີ່ເກີດຂຶ້ນໃນໄລຍະຜ່ານມາ.
ຂ່າວ: ສາວລາວໃຕ້