
ໃນວັນທີ 18 ພະຈິກ 2025, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລີດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025, ເຊິ່ງການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດຢ້ຽມຢາມທາງການ ຢູ່ ສປປ ລາວ, ເຊິ່ງແມ່ນການຢ້ຽມຢາມ ສປປ ລາວ ຂອງ ພະບໍລົມວົງສານຸວົງຍີ່ປຸ່ນ ໃນຮອບ 13 ປີ ແລະ ແມ່ນການຢ້ຽມທາງການ ຢູ່ ຕ່າງປະເທດ ຄັ້ງທໍາອິດ ຂອງ ສົມເດັດ ເຈົ້າຍິງ ໄອໂກະ, ອັນໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງຂອງການພົວພັນຮ່ວມມືຂອງສອງປະເທດ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ຈະເລີນງອກງາມຍິ່ງໆຂຶ້ນ ເໝືອນດັ່ງສັນຍາລັກແຫ່ງມິດຕະພາບ ລາວ-ຍີ່ປຸ່ນ ອັນມີຊ້າງລາວ 04 ເຊືອກ ຢູ່ ສວນສັດກຽວໂຕ, ແຂວງກຽວໂຕ ແລະ ດອກຊາກຸຣະ ຢູ່ ສວນມິດຕະພາບ ລາວ-ຍີ່ປຸ່ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ ໄດ້ເຕີບໃຫຍ່ ແລະ ເບັ່ງບານໃຫ້ຊາວລາວ, ຍີ່ປຸ່ນ ແລະ ນັກທ່ອງທ່ຽວຕ່າງຊາດ ໄດ້ຊື່ນຊົມ, ຮັບຄວາມນິຍົມຊົມຊອບ ແລະ ດຶງດູດການທ່ອງທ່ຽວໄດ້ເປັນຢ່າງດີ. ພະນະທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພາຣາຊິນີ ມາຊາໂກະ ແລະ ສະແດງຄວາມຫວັງວ່າ ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ຈະມີໂອກາດໄດ້ຕ້ອນຮັບ ສົມເດັດ ເຈົ້າຈັກກະພັດ ພ້ອມດ້ວຍ ພະຣາຊິນີ, ລວມທັງ ສົມເດັດ ອົງມົງກຸດຣາຊະກຸມມານ ພ້ອມດ້ວຍ ພະຊາຍາ ແລະ ພະບໍລົມວົງສານຸວົງ ສະເດັດມາຢ້ຽມຢາມ ສປປ ລາວ ໃນອະນາຄົດ. ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ.
ພ້ອມກັນນີ້, ສອງຝ່າຍ ໄດ້ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະ ການແລກປ່ຽນເຊິ່ງກັນ ແລະ ກັນ ທາງດ້ານວັດທະນະທໍາ ລະຫວ່າງ ຊາວໜຸ່ມລາວ ແລະ ຊາວໜຸ່ມຍີ່ປຸ່ນ.
ໃນຂະນະດຽວກັນ, ສົມເດັດ ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຮູ້ສຶກເປັນກຽດຢ່າງສຸງທີ່ໄດ້ຢ້ຽມຢາມ ສປປ ລາວ ໃນປີທີ່ມີຄວາມໝາຍສໍາຄັນສໍາລັບສອງປະເທດ ຍີ່ປຸ່ນ ແລະ ສປປ ລາາວ ແລະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພະມະເຫສີ ມາຊາໂກະ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ອີກດ້ວຍ. ນອກຈາກນັ້ນ, ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແນ່ໃສ່ເສີມຂະຫຍາຍການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.