2 ໂຮງໝໍແຂວງໄຊຍະບູລີໄດ້ຮັບອຸປະກອນການແພດ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍ ເຫຼືອອຸປະກອນກະຕຸ້ນຫົວໃຈ (Automated External Defibrillator-AED) ໃຫ້ສອງໂຮງ ໝໍເມືອງຄື: ເມືອງຫົງສາ ແລະ ເມືອງເງິນ.

ພີທີມອບ-ຮັບໄດ້ມີຂຶ້ນໃນທ້າຍ ເດືອນເມສາ ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງຫົງສາ ນໍາໂດຍ ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດ, ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ມີຕາງໜ້າຫ້ອງການສາທາລະນະສຸກສອງເມືອງພ້ອມດ້ວຍພະນັກງານວິຊາການແພດໝໍເຂົ້າຮ່ວມ.

ອຸປະກອນທີ່ນຳມາມອບໃນຄັ້ງ ນີ້ແມ່ນໄດ້ຈາກການຮ່ວມສົມທົບ ທຶນຂອງການຈຳໜ່າຍເສື້ອໃນງານ “ຍ່າງ-ແລ່ນ ມິນິມາລາທອນ ເພື່ອການກຸສົນປະຈຳປີ 2018” ທີ່ຈັດຂຶ້ນເນື່ອງໃນໂອກາດວັນສະ ເຫຼີມສະຫຼອງພິທີເປີດໂຮງງານ ໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະວັນຕ້ານເອດໂລກ ທີ່ໄດ້ ຈັດຂຶ້ນໃນວັນທີ 9 ທັນວາ 2018 ຜ່ານມານີ້, ທຶນທີ່ໄດ້ທັງໝົດແມ່ນ 60 ລ້ານກີບ ແລະ ໃນປີນີ້ບໍລິສັດທີ່ຮັບມອບເໝົາດັ່ງກ່າວໄດ້ຈັດຊື້ອຸປະກອນກະຕຸ້ນຫົວໃຈ (Auto m ated External Defibrillator-AED) ຈຳນວນ 2 ເຄື່ອງ ລວມເປັນມູນຄ່າ 49 ລ້ານກວ່າ ກີບ, ສຳລັບເງິນທີ່ຍັງເຫຼືອຈຳນວນ 10 ລ້ານກວ່າກີບ ທາງບໍລິສັດຈະນຳເອົາໄປສົມທົບໃນການຈັດຊື້ອຸປະກອນຕ່າງໆ ຫຼືນຳໄປປັບປຸງພື້ນ ຖານໂຄງລ່າງທີ່ຈຳເປັນໃຫ້ແກ່ ໂຮງໝໍຕື່ມອີກ.

ພ່ບຂ່າວ:

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ