ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບລາງວັນກຽດຕິຍົດ ນັກທຸລະກິດຊັ້ນນໍາດີເດັ່ນປີ 2024 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ເພື່ອເປັນການຮັບຮູ້ການປະກອບສ່ວນອັນພົ້ນເດັ່ນຂອງບໍລິສັດໃນການພັດທະນາເສດຖະກິດຂອງລາວ ແລະ ຄວາມມຸ້ງໝັ້ນອັນເຂັ້ມແຂງໃນການປະຕິບັດແບບຍືນຍົງ.
ລາງວັນນີ້ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຜົນງານຂອງພະນັກງານບໍລິສັດ ພູເບ້ຍ ມາຍນິງ ພ້ອມທັງຮັບຮູ້ການຮ່ວມມືທີ່ຍືນຍົງກັບປະຊາຊົນ ແລະ ລັດຖະບານລາວ. ໃນຖານະທີ່ເປັນການລົງທຶນຫຼັກຂອງບໍລິສັດ ແພນອອສ໌ ຢູ່ລາວ, ບໍລິສັດໄດ້ດຳເນີນການຂຸດຄົ້ນລະດັບສາກົນ ໃນປະເທດລາວຫຼາຍກວ່າ 20 ປີແລ້ວ.
ທ່ານ ເດວິດ ຣີດ (David Reid) ຜູ້ອຳນວຍການບໍລິສັດ ພູເບ້ຍ ມາຍນິງ ໄດ້ຂຶ້ນຮັບລາງວັນໃນພິທີມອບ-ຮັບ ແລະ ກ່າວວ່າ: “ພວກເຮົາມີຄວາມຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບການຍົກຍ້ອງຈາກ ສຄອຊ. ລາງວັນນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນການປະກອບສ່ວນຢ່າງຍາວນານຂອງພວກເຮົາຕໍ່ເສດຖະກິດຂອງຊາດເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງການສຸມໃສ່ອັນໜັກແໜ້ນຂອງພວກເຮົາໃນການພັດທະນາທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ.”
ມາຮອດປັດຈຸບັນ ບໍລິສັດ ແພນອອສ໌ ແລະ ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນໃນລາວແລ້ວຫຼາຍກວ່າ 1,1 ຕື້ໂດລາສະຫະລັດ. ໃນໄລຍະ 2 ປີຕໍ່ໜ້າ, ບໍລິສັດມີແຜນລົງທຶນເພີ່ມອີກ 102 ລ້ານໂດລາສະຫະລັດ ໃນໂຄງການໃໝ່ໆ ເພື່ອຂະຫຍາຍການດຳເນີນງານ ແລະ ສ້າງປະໂຫຍດໃນໄລຍະຍາວໃຫ້ແກ່ປະເທດລາວ.
ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫຼາຍກວ່າ 3,500 ຄົນ, ໃນນັ້ນ 93% ເປັນຄົນລາວ, ພ້ອມດ້ວຍຜູ້ຮັບເໝົາຫຼາຍກວ່າ 1,000 ຄົນ. ການປະກອບສ່ວນຂອງບໍລິສັດຕໍ່ການພັດທະນາຂອງຊາດ ຂະຫຍາຍອອກໄປນອກຈາກການຂຸດຄົ້ນ, ໂດຍສ້າງຜົນປະໂຫຍດທາງກົງໃຫ້ແກ່ລັດຖະບານລາວຫຼາຍກວ່າ 1.18 ຕື້ ໂດລາສະຫະລັດ, ແລະສ້າງຜົນປະໂຫຍດທາງອ້ອມດ້ານເສດຖະກິດ ຫຼາຍກວ່າ 3,5 ຕື້ໂດລາສະຫະລັດ ຜ່ານເຄືອຂ່າຍຜູ້ສະໜອງ ແລະ ຜູ້ຮັບເໝົາໃນທ້ອງຖິ່ນ, ທຶນພັດທະນາຊຸມຊົນ, ການສ້ອມແປງ ແລະ ບໍາລຸງຮັກສາເສັ້ນທາງຫຼວງ ແລະ ຜົນປະໂຫຍດອື່ນໆ.
ເດືອນແລ້ວນີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບການຍົກຍ້ອງເປັນ “ຜູ້ປະຕິບັດພັນທະສ່ວຍສາອາກອນດີເດັ່ນ” ເປັນປີທີ 5 ຕິດຕໍ່ກັນ. ຕະຫຼອດໄລຍະ 15 ປີຜ່ານມາ, ການແບ່ງປັນຜົນປະໂຫຍດຂອງບໍລິສັດກັບລັດຖະບານລາວໄດ້ລື່ນ 52.6%, ສູງກວ່າເງື່ອນໄຂທີ່ລັດຖະບານກຳນົດໄວ້ທີ່ 50:50.
ບໍລິສັດ ພູເບ້ຍ ມາຍນິງ ຍັງຄົງສືບຕໍ່ມຸ້ງໝັ້ນເພີ່ມທະວີການພັດທະນາຊຸມຊົນ ແລະ ການຮັກສາສິ່ງແວດລ້ອມ. ໃນປີນີ້, ບໍລິສັດໄດ້ເພີ່ມເງິນປະກອບສ່ວນເຂົ້າໃນທຶນພັດທະນາຊຸມຊົນເກືອບ 2 ເທົ່າ, ປັດຈບັນເປັນຈຳນວນທັງໝົດ 750,000 ໂດລາສະຫະລັດ. ທຶນດັ່ງກ່າວນີ້ແມ່ນສະໜັບສະໜູນໂຄງການພື້ນຖານໂຄງລ່າງ ແລະ ແຜນງານສັງຄົມຕ່າງໆທີ່ສຳຄັນຢູ່ໃນບັນດາຊຸມຊົນທ້ອງຖິ່ນ.
ບໍລິສັດຍັງສືບຕໍ່ຮັກສາມາດຕະຖານສາກົນທີ່ສູງທີ່ສຸດໃນດ້ານຄວາມປອດໄພ, ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ດ້ວຍເຫດນີ້, ບໍລິສັດ ພູເບ້ຍ ມາຍນິງ ຈຶ່ງໄດ້ຮັບການຍອມຮັບວ່າເປັນແບບຢ່າງຂອງການຂຸດຄົ້ນບໍ່ແຮ່ໃນລາວ.
ທ່ານ Reid ກ່າວເສີມວ່າ: “ລາງວັນນີ້ບໍ່ພຽງແຕ່ເປັນການຢືນຢັນຄວາມພະຍາຍາມໃນອະດີດຂອງພວກເຮົາເທົ່ານັ້ນ, ແຕ່ຍັງເປັນແຮງຈູງໃຈອັນເຂັ້ມແຂງໃຫ້ພວກເຮົາສືບຕໍ່ເດີນທາງ. ພວກເຮົາມີຄວາມຕັ້ງໃຈຢ່າງແນ່ນອນທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນເສດຖະກິດຂອງຊາດ ແລະ ສະໜັບສະໜູນການພັດທະນາຂະແໜງບໍ່ແຮ່ຂອງລາວໃຫ້ດີຍິ່ງຂຶ້ນ ຜ່ານການນໍາໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ.”