ປະກາດປ່ຽນຊື່ ບໍລິສັດຢາສູບຫົງຖາໂຊກດີ ລາວ-ຈີນ ຈຳກັດ ມາເປັນ ບໍລິສັດ ຜະລິດຢາສູບສາກົນ ຈີນ-ລາວ ຈຳກັດ

ພິທີປະກາດປ່ຽນຊື່ຈາກ ບໍລິສັດຢາສູບຫົງຖາໂຊກດີລາວ-ຈີນ ຈຳກັດ ມາເປັນ ບໍລິສັດ ຜະລິດຢາສູບສາ ກົນຈີນ-ລາວ ຈຳກັດ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 20 ພະຈິກ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຫລິວຫລິວ ຮອງຜູ້ຈັດການທົ່ວໄປ ບໍລິສັດຜະລິດຢາສູບສາກົນ ຈີນ-ລາວ ຈຳກັດ, ມີຜູ້ຕາງໜ້າຈາກກະຊວງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການ ເງິນ, ກະຊວງສາທາລະນະສຸກ, ມີຕົວແທນຈາກວິສາຫະກິດຈີນໃນລາວ ແລະ ບໍລິສັດທີ່ກ່ຽວຂ້ອງຂອງລາວ ເຂົ້າຮ່ວມ.

ທ່ານ ຫລິວຫລິວ ໄດ້ກ່າວວ່າ: ນັບແຕ່ບໍລິສັດໄດ້ຮັບສ້າງຕັ້ງຂຶ້ນ ຢູ່ ແຂວງສະຫວັນນະເຂດ ສປປ ລາວ ໃນປີ 1992 ໂດຍໃຊ້ປະໂຫຍດ ຈາກຂໍ້ໄດ້ປຽບທີ່ຄວບຄຸມການເຊື່ອງໂຍງໃນດ້ານກະສິກຳ, ອຸດສາຫະກຳ, ການຄ້າ, ການຄົ້ນຄວ້າ, ການຜະລິດ, ການຂາຍ, ການຄ້າພາຍໃນ ແລະ ຕ່າງປະເທດ ໂດຍການເຊື່ອມໂຍງຢ່າງເລິກເຊິ່ງ ເຂົ້າ ໃນຂະບວນການທັງໝົດນັບແຕ່ການປູກຢາສູບ ຈົນເຖິງຜູ້ບໍລິໂພກ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ລາວ. ການປ່ຽນຊື່ບໍລິສັດນີ້, ບໍ່ພຽງແຕ່ເປັນການສືບຕໍ່ດໍາເນີນກິດຈະການ ແລະ ປະສົບການຕະ ຫລອດໄລຍະ 30 ກວ່າປີຂອງບໍລິສັດເທົ່ານັ້ນ, ແຕ່ຍັງເປັນການບຸກທະລຸທີ່ສຳຄັນ ສຳລັບການວາງແຜນອະນາຄົດ ຈາກຈຸດເລີ່ມຕົ້ນໃໝ່. ເຖິງວ່າຊື່ບໍລິສັດຈະມີການປ່ຽນແປງ, ແຕ່ແນວຄວາມຄິດຂອງການດໍາເນີນທຸລະກິດຂອງ ບໍລິສັດທີ່ວ່າ "ຕັ້ງຢູ່ໃນລາວ, ຮັບໃຊ້ປະເທດລາວ ແລະ ປະກອບສ່ວນໃຫ້ກັບປະເທດລາວ" ຍັງບໍ່ປ່ຽນແປງ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ມີຄໍາເຫັນໃນພິທີວ່າ: ການປ່ຽນຊື່ໃນຄັ້ງນີ້ ບໍ່ພຽງແຕ່ເປັນ ຂີດໝາຍສໍາຄັນໃນການພັດທະນາຂອງບໍລິສັດເທົ່ານັ້ນ, ແຕ່ຍັງເປັນການສະແດງອອກເຖິງການຮ່ວມມືດ້ານເສດຖະ ກິດ-ການຄ້າ ລະຫວ່າງ ສອງປະເທດ ລາວ-ຈີນ ທີ່ນັບມື້ນັບເລິກເຊິ່ງຂຶ້ນ, ຕະຫລອດຫລາຍປີຜ່ານມາ, ບໍລິສັດ ດັ່ງກ່າວ ໄດ້ປະກອບສ່ວນງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ, ປະກອບພັນທະເຂົ້າງົບປະ ມານ ແຫ່ງລັດໃນແຕ່ລະປີ, ສ້າງວຽກເຮັດງານທໍາທີ່ໝັ້ນຄົງໃຫ້ແກ່ພະນັກງານຫລາຍກວ່າ 700 ຕໍາແໜ່ງ, ເຮັດໃຫ້ປະຊາ ຊົນໃນທ້ອງຖິ່ນມີວຽກເຮັດງານທໍາ, ຊຶ່ງໄດ້ກາຍເປັນເສົາຄໍ້າທາງດ້ານເສດຖະກິດຂອງແຂວງສະຫວັນນະເຂດ. ພ້ອມນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ຍັງໄດ້ເນັ້ນໃຫ້ບໍລິສັດດັ່ງກ່າວ, ຕ້ອງຍຶດໝັ້ນຫລັກການການດໍາເນີນທຸລະ ກິດທີ່ຖືກຕ້ອງຕາມກົດໝາຍ, ປະຕິບັດຕາມມາດຕະຖານດ້ານສິ່ງແວດລ້ອມ, ສັງຄົມ ແລະ ຄວາມຍືນຍົງດ້ານເສດ ຖະກິດຢ່າງເຂັ້ມງວດ, ຮ່ວມມືຢ່າງຕັ້ງໜ້າໃນວຽກງານການສຶກສາ ແລະ ໂຄສະນາດ້ານສຸຂະພາບ; ຕ້ອງຍຶດໝັ້ນການ ພັດທະນາໂດຍການຂັບເຄື່ອນດ້ວຍການປະດິດສ້າງ, ເພີ່ມການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາ; ຕ້ອງເພີ່ມ ຄວາມເລິກເຊິ່ງໃນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍສະເພາະກັບທ້ອງຖິ່ນ, ໃຫ້ບຸລິມະສິດ ແກ່ການຊື້ວັດຖຸດິບພາຍໃນປະເທດ ແລະ ເອົາໃຈໃສ່ໃນການຝຶກອົບຮົມບຸກຄະລາກອນດ້ານວິຊາການຂອງລາວ ຢ່າງແຂງແຮງ ເພື່ອໃຫ້ຜົນຂອງການພັດທະນາ ເປັນປະໂຫຍດຕໍ່ ປະຊາຊົນທ້ອງຖິ່ນ.
ພາບ-ຂ່າວ: ສາວລາວໃຕ້
#ຂ່າວເສດຖະກິດສັງຄົມຄົມ